ມອບກາໝາຍໂອດ໊ອບໃຫ້ 2 ຜະລິດຕະພັນ ເມືອງຈອມເພັດ

124

ວັນທີ 21 ສິງຫາ 2020 ທີ່ບ້ານຈ່ານເໜືອ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີມອບ – ຮັບປ້າຍ ແລະ ຮັບຮອງຈົດເຂົ້າເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ ( ODOP ) ໃຫ້ສອງຫົວໜ່ວຍທຸລະກິດໃນເມືອງຈອມເພັດ ໂດຍມີ ທ່ານ ສໍານານ ສົນທະນີ ຫົວ ໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ, ມີຕາງໜ້າຄະນະນໍາເມືອງຈອມເພັດ, ແຂກຮັບເຊີນ, ອົງການຈັດຕັ້ງບ້ານ, ຜູ້ປະກອບການສອງຫົວໜ່ວຍທຸລະກິດ ແລະ ປະຊາຊົນເຂົ້າຮ່ວມ.

ບ້ານທີ່ໄດ້ຮັບປ້າຍໂອດ໊ອບຄັ້ງນີ້ ມີບ້ານຈ່ານເໜືອ ໂດຍແມ່ນສູນຫັດຖະກໍາເຄື່ອງປັ້ນດິນເຜົາ ແລະ ບ້ານບວນເລົາ ໂດຍແມ່ນໂຮງງານຜະລິດທູບ ກາພູສີ ຂອງ ທ່ານ ນາງ ພຸດດາຈັນ.

ທ່ານຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ກ່າວວ່າ: ຜ່ານການຊຸກຍູ້ສົ່ງເສີມ ແລະ ປະເມີນທັງສອງຫົວໜ່ວຍທຸລະກິດ ເຫັນວ່າຄົບຕາມມາດຕະຖານ ແລະ ເງື່ອນໄຂທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ຈຶ່ງນຳສະເໜີໃຫ້ຄະນະຄັດເລືອກແຕ່ລະຂັ້ນພິຈາລະນາ ແລະ ກະຊວງຕົກລົງອອກໃບອະນຸຍາດນຳໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ, ພ້ອມທັງຈັດພິທີມອບປ້າຍດັ່ງກ່າວໃຫ້ຢ່າງສົມກຽດ.

ໂອກາດດັ່ງກ່າວ, ທ່ານ ສຳນານ ສົນທະນີ ໄດ້ໃຫ້ກຽດມອບໃບຢັ້ງຢືນກາໝາຍໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດຢ່າງເປັນທາງການ ພ້ອມທັງເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນ ເປັນເຈົ້າການສືບຕໍ່ຊຸກຍູ້ສົ່ງເສີມ ແລະ ສ້າງທຸກເງື່ອນໄຂໃນການອຳນວຍຄວາມສະດວກໃຫ້ກັບສອງຫົວໜ່ວຍທຸລະກິດນີ້ ໄດ້ຮັບການພັດທະນາ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ, ສືບຕໍ່ຊຸກຍູ້ຕິດຕາມຫົວໜ່ວຍທຸລະກິດທີ່ມີຢູ່ໃນເມືອງ ເພື່ອສ້າງໃຫ້ແຕ່ລະຫົວໜ່ວຍທຸລະກິດໄດ້ຮັບການຢັ້ງຢືນ ແລະ ນຳໃຊ້ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ເພີ່ມຂຶ້ນ.