ຮອງລັດຖະມົນຕີກະຊວງການເງິນລົງຊຸກຍູ້ການເກັບລາຍຮັບຢູ່ພາກໃຕ້

137

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດລາຍ ຮັບ – ລາຍຈ່າຍງົບປະມານ 7 ເດືອນ ແລະ ວາງມາດຕະການໃນ 5 ເດືອນທ້າຍປີ 2020 ຢູ່ບັນດາແຂວງພາກໃຕ້ ( ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ) ໂດຍການຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີທ່ານຮອງເຈົ້າແຂວງ, ຫົວໜ້າພະແນກການເງິນແຂວງ, ສ່ວຍສາອາກອນປະຈຳແຂວງ, ຄະນະຄັງເງິນແຫ່ງຊາດປະຈຳແຂວງ ແລະ ພະນັກງານຫຼັກແຫຼ່ງຂອງຂະແໜງການເງິນເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຮັບຟັງການລາຍງານໂດຍສັງເຂບຂອງຫົວໜ້າພະແນກການເງິນແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື ໃນການຈັດຕັ້ງແຜນງົບປະມານ 7 ເດືອນ ແລະ ທິດທາງແຜນການ 5 ເດືອນທ້າຍປີ 2020.

ພາຍຫຼັງໄດ້ຮັບຟັງການລາຍງານຂອງຫົວໜ້າພະແນກການເງິນແຂວງ, ຕາງໜ້າບັນດາກົມຈາກກະຊວງການເງິນ, ຂະແໜງການອ້ອມຂ້າງພະແນກການເງິນແຂວງ ໄດ້ປະກອບຄຳຄິດຄຳເຫັນໃນແຕ່ລະໜ້າວຽກທີ່ເປັນວຽກຈຸດສຸມ ເພື່ອນໍາໄປຈັດຕັ້ງປະຕິບັດແຜນດັດແກ້ 6 ເດືອນທ້າຍປີ 2020 ຂອງພະແນກການເງິນແຂວງໃຫ້ໄດ້ຕາມຕົວເລກຄາດຄະເນທີ່ໄດ້ວາງໄວ້.
ໃນຕອນທ້າຍຂອງພິທີ, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້. ພ້ອມດຽວກັນນັ້ນ, ຍັງຈະໄດ້ເອົາໃຈໃສ່ໃນການປະຕິບັດແຜນງົບປະມານສົກປີ 2020, ການຈ່າຍເງິນເດືອນພະນັກງານ, ກວດກາຄືນການຊັກຊ້າ, ເມືອງໃດ, ຂົງເຂດໃດທີ່ຍັງບໍ່ທັນໄດ້ໃຊ້ບັດ ATM.

ຄຽງຄູ່ກັນນັ້ນ, ໃນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນ 7 ເດືອນຕົ້ນປີ ແລະ ທິດທາງ 5 ເດືອນທ້າຍປີ 2020; ການສ້າງແຜນລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດປີ 2021; ສັງລວມບັນດາຫົວໜ່ວຍງົບປະມານທີ່ມີລາຍຮັບ – ລາຍຈ່າຍຄ່າບໍລິການວິຊາການ ແລະ ຫົວໜ່ວຍທີ່ມີ ຄວາມພ້ອມໃນການຫັນເປັນຫົວໜ່ວຍກຸ້ມຕົນເອງ; ການຜັນຂະຫຍາຍແຈ້ງການມາດຕະການຊຸກຍູ້ການຈັດເກັບລາຍຮັບ 6 ເດືອນທ້າຍປີ 2020 ເລກທີ 2056/ກງ ລົງວັນທີ 30 ກໍລະກົດ 2020.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 24 ສິງຫາ 2020 ນີ້ ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ.

( ເນື້ອໃນ – ຮູບ: ອາພັດສະລາ )[ ຂ່າວ: ສົມສະຫວິນ ]