ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນເມສາ ມີຫຼາຍຫົວຂໍ້ຢາກໃຫ້ຕິດຕາມ

43

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2024 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ25 ເມສາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພຶດສະພາ 2024.

ກອງປະຊຸມຄັ້ງນີ້, ຈະດໍາເນີນເປັນເວລາ 02 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ ທີ່ສໍາຄັນດັ່ງນີ້:
1. ສະຫຼຸບການຈັດຕັ້ງປະຕິບັດວຽກງານຈຸດສຸມປະຈຳເດືອນເມສາ ແລະ ທິດທາງແຜນການປະຈຳເດືອນພຶດສະພາ 2024 ຂອງລັດຖະບານ; ການຈັດຕັ້ງປະຕິບັດ ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ແລະ ສະພາບມົນລະພິດໝອກຄວັນ; ການຈັດຕັ້ງປະຕິບັດ ມະຕິຕົກລົງ ສະບັບເລກທີ 09/ລບ ກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ.

May be an image of 1 person, dais and text that says 'ทาบ 3 ትክሰሰህ'
2. ການກະກຽມເນື້ອໃນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 08 ສະໄໝທີ XI ໂດຍສະເພາະ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 06 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 06 ເດືອນທ້າຍປີ 2024 ຕິດພັນກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ; ລາຍງານຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2024.3. ຮ່າງແຜນຍຸດທະສາດ ການພັດທະນາເຂດເສດຖະກິດພິເສດ ແຕ່ປີ 2021-2030.
4. ຮ່າງຍຸດທະສາດແຫ່ງຊາດ ກ່ຽວກັບຜູ້ສູງອາຍຸ ໄລຍະ 10 ປີ.
5. ຮ່າງຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດຮອດປີ 2050 ສະບັບປັບປຸງ.
6. ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງການຄ້າຂາຍສັດນຳ້, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ ສະ ບັບປັບປຸງ.

May be an image of 16 people, dais and text
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ບັນຫາຂໍ້ຂັດແຍ້ງຕ່າງໆ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນສຸມທຸກກຳລັງ ທົ່ວສັງຄົມ ຈັດຕັ້ງປະຕິບັດແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ: ການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ລວມທັງ ສຸມໃສ່ການແກ້ໄຂບັນຫາມົນລະພິດທາງອາກາດ ເພື່ອບໍ່ໃຫ້ກະທົບຕໍ່ສຸຂະພາບຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວລາວ ໃນໄລຍະກາງ ແລະ ໄລຍະຍາວ ເນື່ອງຈາກປະຈຸບັນ ອາກາດຮ້ອນ ແລະ ມີສະພາບການຈູດປ່າ, ຈູດໄຮ່ ແລະ ຈູດນາເຮື້ອ ເພື່ອທໍາການຜະລິດ ເຮັດໃຫ້ເກີດໄຟໄໝ້ລາມປ່າ ແລະ ການຈູດຂີ້ເຫຍື້ອ.

May be an image of 5 people, dais and text
ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາ ໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້, ທັງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງລັດຖະບານ ມີປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.