ໄຂເວທີປາໄສອະນາຄົດ ອາຊຽນ

36

ເວທີປາໄສອະນາຄົດ ອາຊຽນ, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ໄຂຂຶ້ນໃນຕອນເຊົ້າວັນທີ 23 ເມສາ ຢູ່ ນະຄອນຫຼວງຮ່າໂນ້ຍ ສສຫວຽດນາມ.

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ສສຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີສປປລາວ, ທ່ານ Kao Kim Hourn ເລຂາທິການ    ໃຫຍ່ອາຊຽນ; ພ້ອມກັບຜູ້ແທນເກືອບ 400 ທ່ານ ເຊິ່ງແມ່ນການນຳລັດຖະບານ, ຂັ້ນລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ, ນັກຮຽນຮູ້… ເຂົ້າຮ່ວມພິທີໄຂ.

ພາຍຫຼັງພິທີໄຂ, ໄດ້ຈັດ 2 ວາລະປະຊຸມ ດ້ວຍຫົວຂໍ້ “ອາຊຽນ ພັດທະນາຢ່າງວ່ອງໄວເພື່ອອະນາຄົດຍືນຍົງ” ແລະ  “ຮັບປະກັນຄວາມໝັ້ນຄົງຢ່າງຮອບດ້ານ ເພື່ອປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງ”.

ເວທີປຶກສາຫາລືດັ່ງກ່າວ, ແມ່ນຂໍ້ລິເລີ່ມຂອງ ສສ ຫວຽດນາມ ເພື່ອລະດົມຄວາມຄິດຈາກພາກລັດ, ພາກເອກະຊົນ ກໍຄື ນັກທຸລະກິດ, ນັກຄົ້ນຄວ້າ ແລະ ອື່ນໆ ກ່ຽວກັບອະນາຄົດຂອງອາຊຽນ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ພວມຜັນແປໄປ ຢ່າງໄວວາ, ບໍ່ແນ່ນອນ ແລະ ມີສິ່ງທ້າທາຍນາໆປະການ.