ແອັບເປິລ ຊື້ຮຸ້ນຄືນຄັ້ງໃຫຍ່ ຫຼັງຍອດຂາຍໄອໂຟນ ຕົກລົງ 10%

0
290

ບໍລິສັດ Apple ຊື້ຮຸ້ນຄືນຄັ້ງໃຫຍ່ໃນປະຫວັດສາດມູນຄ່າກວ່າ110ຕື້ໂດລາສະຫະລັດ ຫຼັງຜົນປະກອບການໄຕມາດຫຼ້າສຸດຍອດຂາຍໄອໂຟນຕົກລົງ10%.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຮຸ້ນແອັບເປິລ ( Apple ) ປັບຂຶ້ນ7%ໃນການຊື້-ຂາຍ ເມື່ອປິດຕະຫຼາດ ຫຼັງການລາຍງານຜົນປະກອບການໄຕມາດ2 ທີ່ສູງກວ່າການຄາດຄະເນ ພ້ອມກັບການປະກາດວ່າຄະນະກຳມະການຂອງບໍລິສັດ Apple ອະນຸມັດການຊື້ຮຸ້ນຄືນ ຊຶ່ງມີມູນຄ່າກວ່າ110ຕື້ໂດລາສະຫະລັດ ຕົວເລກນີ້ເພີ່ມຂຶ້ນ22% ຈາກງົບປະມານ90ຕື້ໂດລາສະຫະລັດໃນປີຜ່ານມາ ເຮັດໃຫ້ເປັນການຊື້ຮຸ້ນຄືນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງ Apple.

อาจเป็นรูปภาพของ 1 คน, แอปเปิ้ล และ เครื่องเล่นเสียงดิจิตอล

ລາຍງານລະບຸວ່າ: ລາຍໄດ້ຂອງ Apple ຫຼຸດລົງ4,3%ຈາກປີກ່ອນ ຢູ່ທີ່90ຕື້ໂດລາສະຫະລັດ ສຳລັບໄຕມາດທີ່ສິ້ນສຸດໃນວັນທີ 30 ມີນາ ແລະ ມີກຳໄລ23,6ຕື້ໂດລາສະຫະລັດຫຼຸດລົງ2% ຂະນະທີ່ຍອດຂາຍໂດຍລວມຂອງApple ຫຼຸດລົງ4% ແລະ ຍອດຂາຍ iPhoneຫລຸດລົງ10% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ທ່ານ ທິມຄຸກ ຊີອີໂອ Apple ກ່າວວ່າ: ຍອດຂາຍ ໃນໄຕມາດ2 ໄດ້ຮັບຜົນກະທົບຈາກການປຽບທຽບຈາກໄລຍະດຽວກັນຂອງປີຜ່ານມາ ຊຶ່ງມີຄວາມແຕກຕ່າງກັນ ເນື່ອງຈາກບໍລິສັດມີການຮັບຮູ້ລາຍໄດ້ຈາກຍອດຂາຍ iPhone 14 ທີ່ຫຼ້າຊ້າ ກວ່າ5ຕື້ໂດລາສະຫະລັດ ທີ່ເກີດຈາກປັນຫາຕ່ອງໂສ້ ອຸປະທານຊະລໍຕົວເນື່ອງຈາກໂຄວິດ

LEAVE A REPLY

Please enter your comment!
Please enter your name here