ມອບ – ຮັບການສ້ອມແປງເສັ້ນທາງປູຢາງຢູ່ເມືອງເຟືອງ

171

ພາຍຫຼັງການສ້ອມແປງເສັ້ນທາງເລກທີ 4533 ລະຫວ່າງບ້ານຕໍ່ບ້ານ ຢູ່ກຸ່ມເທສະບານເມືອງເຟືອງ ແຂວງວຽງຈັນ ຂອງບໍລິສັດໄດ້ສຳເລັດຕາມລະດັບຄາດໝາຍ.

ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ຫ້ອງການກຸ່ມເທສະບານເມືອງເຟືອງ ໄດ້ຈັດພິທີມອບ – ຮັບໂຄງການການສ້ອມແປງເສັ້ນທາງປູຢາງ 2 ຊັ້ນ ທາງເລກທີ 4533 ລະຫວ່າງບໍລິສັດຜູ້ຮັບເໝົາສ້ອມແປງ ແລະ ຄະນະຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເຟືອງ. ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພັດ ຈັນສົມພູ ເຈົ້າເມືອງເຟືອງ, ມີຕາງໜ້າບໍລິສັດ, ຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຫົວໜ້າກຸ່ມບ້ານ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນໄດ້ພ້ອມກັນເຂົ້າຮ່ວມ.

ທ່ານ ສຸກສົມບັດ ພອນປະເສີດ ຮອງປະທານ ບໍລິສັດ ລິດຈະເລີນກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາໂຄງການ ກ່າວວ່າ: ທາງປູຢາງ 2 ຊັ້ນ ແຕ່ບ້ານທ່າ – ບ້ານນາທົ່ວ ເມືອງເຟືອງ ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 24 ເມສາ 2020 ເປັນຕົ້ນມາ ຈົນຮອດວັນທີ 3 ມິຖຸນາ 2020 ສຳເລັດ 100% ລວມມູນຄ່າ 1.395 ລ້ານກວ່າກີບ ໂດຍໄດ້ຮັບອະນຸມັດງົບປະມານເງິນເກີນແຜນ ໃນສົກປີ 2019 ແລະ ໄດ້ຖືກນໍາມາຈັດຕັ້ງປະຕິບັດໃນປີ 2020, ທາງມີລວງກວ້າງ 5 ແມັດ, ລວງຍາວ 2 ກິໂລແມັດ.

ທ່ານ ບຸນແທນ ແກ້ວອຸໄທ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ກໍໄດ້ຂຶ້ນກ່າວຮັບ ແລະ ເຊັນບົດບັນທຶກມອບໃຫ້ອົງການປົກຄອງບ້ານທ່າ ແລະ ບ້ານນາທົ່ວ ພ້ອມກັນຄຸ້ມຄອງນຳໃຊ້ຢ່າງມີປະສິດທິຜົນສູງ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງພ້ອມກັນເປັນເຈົ້າການອອກແຮງງານປົກປັກຮັກສາຖະໜົນຫົນທາງບໍ່ໃຫ້ເປ່ເພ ສາມາດນຳໃຊ້ໄດ້ຢ່າງຍາວນານ.

( ຮູບ – ຂ່າວໂດຍ: ຄຳລຸນ ສົມວົງໄຊ )