27 ຫາ 30 ສິງຫາ ຝົນຍັງຈະມາອີກ ເຕືອນທົ່ວທຸກພາກເຝົ້າລະວັງ

162

ໃນລະຫວ່າງວັນທີ 27 ຫາ 30 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1111/ກອຕທ ລົງວັນທີ 24 ສິງຫາ 2020 ລາຍງານສະພາອາກາດ ແລະ ຄາດຄະເນສະພາບອາກາດໃນໄລຍະວັນທີ 24 ຫາ 30 ສິງຫາ 2020 ວ່າ: ໃນໄລຍະວັນທີ 24 ຫາ 26 ສິງຫານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ແຂວງພາກເໜືອ ແລະ ພາກກາງ. ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ.

ຈາກນັ້ນ, ວັນທີ 27 ຫາ 30 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ.