ອາທິດນີ້ ອາກາດຈະໜາວເຢັນໃນຕອນເຊົ້າແຕ່ລະພາກ, ພາກເໜືອດ້ານຕາເວັນອອກ ອຸນຫະພູມຕ່ຳສຸດ 12-16 ອົງສາ.

391

ອາທິດນີ້ ສະພາບອາກາດຈະເຢັນໃນຕອນເຊົ້າໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຢູ່ແຂວງພາກເໜືອດ້ານຕາເວັນອອກ ອຸນຫະພູມຕ່ຳສຸດ 12-16 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກຄະເນສະພາບອາກາດ ໃນໄລຍະວັນທີ 5 ຫາ 11 ທັນວາ 2022 ວ່າ: ໄລຍະວັນທີ 5 ຫາ 11 ທັນວານີ້ ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ອາກາດຈະໜາວເຢັນຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 5 ຫາ 11 ທັນວາ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 12 – 16 ອົງສາ ແລະ ສູງສຸດ 20 – 25 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໄລຍະວັນທີ 5 ຫາ 11 ທັນວາ ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 15 – 21 ອົງສາ ແລະ ສູງສຸດ 27 – 34 ອົງສາ.
ພາກກາງ: ໄລຍະວັນທີ 5 ຫາ 11 ທັນວາ ອາກາດຈະເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 12 – 21 ອົງສາ ແລະ ສູງສຸດ 27 – 34 ອົງສາ.

ພາກໃຕ້: ໄລຍະວັນທີ 5 ຫາ 11 ທັນວາ ອາກາດຈະເຢັນໃນຕອນເຊົ້າ ແລະ ຈະໜາວເຢັນຢູ່ບາງທ້ອງຖິ່ນ, ສ່ວນຕອນບ່າຍອາກາດຈະຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ອຸນຫະພູມຕໍ່າສຸດ 18 – 25 ອົງສາ ແລະ ສູງສຸດ 26 – 34 ອົງສາ.
ນະຄອນຫຼວງວຽງຈັນ: ໄລຍະວັນທີ 5 ຫາ 11 ທັນວາ ອາກາດຈະເຢັນໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ຂ່າວ: ສັນຕິ