ໜາວຕ້ອນຮັບຊຽງຂວາງເກມ! ອຸຕຸເຕືອນ​ວັນທີ​ 15-18​ ທັນວານີ້​ ອຸນຫະພູມ​ຈະ​ໜາວ​ເຢັນ​ລົງ​ 3-5 ອົງສາ

464

ມື້ນີ້ແອັດມິນຢູ່ທີ່ແຂວງຊຽງຂວາງ​ ເພື່ອຮ່ວມພິທີເປີດງານງານມະຫາກຳກິລາແຫ່ງຊາດ​ ທີ່ແຂວງ​ຊຽງຂວາງ​ ສະພາບອາກາດແມ່ນເລີ່ມໜາວເຢັນ ອຸນຫະພູມຕ່ຳສຸດ 10 ອົງສາ ແລະ​ ມີລົມພັດໃນລະດັບຄ່ອຍ ນຳເອົາຄວາມໜາວເຢັນຕ້ອນຮັບຊຽງຂວາງເກມ.

ສະພາບອາກາດທີ່ຊຽງຂວາງ ຕອນແລງວັນທີ 12 ທັນວາ

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 12 ຫາ 18 ທັນວາ 2022​ ວ່າ: ໄລຍະວັນທີ 12 ຫາ 16 ທັນວາຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ​ ຊື່ງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປຢູ່ໃນແຕ່ລະພາກ​ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງໜືອພັດປົກຄຸມ​ ແລະ ອາກາດຈະໜາວເຢັນຫາໜາວເຢັນຫຼາຍຢູ່ແຂວງພາກເໜືອ,​ ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ​ ຢູ່ບາງທ້ອງຖິ່ນ.

ຈາກນັ້ນໃນໄລຍະວັນທີ 17 ຫາ 18 ທັນວາ 2022 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກຢູ່ໃນແຕ່ລະພາກ ແລະ ຈະມີລົມພັດແຮງຢູ່ທົ່ວໄປ.​

ນອກຈາກນີ້,​ ຍັງມີຄຳເຕືອນມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກໍາລັງແຮງເພີ່ມຂື້ນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໄລຍະວັນທີ 15 ຫາ 18 ທັນວາ 2022 ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 3 ຫາ 5 ອົງສາ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງ ພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ.​
ທ່ານໃດຈະມາຊົມ ແລະ​ ມາເຊຍໃນງານມະຫາກຳກິລາແຫ່ງຊາດທີ່ແຂວງຊຽງຂວາງ ກໍຢ່າລືມໃສເສື້ອກັ້ນໜາວ ເນື່ອງຈາກສະພາບອາກາດຢູ່ທີ່ນີ້ຂ້ອນຂ້າງໜາວເຢັນຫຼາຍໄລຍະອາທິດນີ້.