ອາທິດນີ້ ກຽມຮັບມືອາກາດໜາວ ອຸນຫະພູມຈະຫຼຸດລົງຫຼາຍຢູ່ແຂວງພາກເໜືອ ໜາວເຢັນລົງ 3-6 ອົງສາ

96

ອາທິດນີ້ ກຽມຕົວສຳພັດອາກາດໜາວອີກຄັ້ງ ເຊິ່ງອຸນຫະພູມຈະຫຼຸດລົງຫຼາຍ ໂດຍສະເພາະແຂວງພາກເໜືອດ້ານຕາເວັນອອກ ຈະໜາວເຢັນລົງ 3-6 ອົງສາ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 28 ພະຈິກ ຫາ 4 ທັນວາ 2022 ວ່າ: ໄລຍະວັນທີ 28 ຫາ 30 ພະຈິກນີ້ ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ເຊິ່ງຈະເຮັດໃຫ້ອາກາດຍັງເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ແຂວງພາກເໜືອ ແລະ ພາກກາງ. ສ່ວນພາກໃຕ້ ຈະມີຝົນຕົກ ໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນໄລຍະວັນທີ 1 ຫາ 4 ທັນວາ 2022 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດຈະໜາວເຢັນລົງຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກຟ້າຮ້ອງ ຟ້ານເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 28 ຫາ 30 ພະຈິກ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ. ຈາກນັ້ນໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະໜາວເຢັນລົງ 3 ຫາ 6 ອົງສາ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 11 – 18 ອົງສາ ແລະ ສູງສຸດ 20 – 29 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໄລຍະວັນທີ 28 ພະຈິກ ຫາ 1 ທັນວາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ. ຈາກນັ້ນໄລຍະວັນທີ 2 ຫາ 4 ທັນວາ ອາກາດຈະໜາວເຢັນລົງ 2 ຫາ 4 ອົງສາ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 13 – 22 ອົງສາ ແລະ ສູງສຸດ 26 – 34 ອົງສາ.

ພາກກາງ: ໄລຍະວັນທີ 28 ພະຈິກ ຫາ 1 ທັນວາ ອາກາດຮ້ອນ ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໄລຍະວັນທີ 2 ຫາ 4 ທັນວາ ອາກາດຈະເຢັນລົງ 2 ຫາ 4 ອົງສາ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງຢູ່ເກືອບທົ່ວໄປ ອຸນຫະພູມຕໍ່າສຸດ 18 – 24 ອົງສາ ແລະ ສູງສຸດ 29 –34 ອົງສາ.

ສຳລັບແຂວງ ໄຊສົມບູນ: ໄລຍະວັນທີ 28 ຫາ 30 ພະຈິກ ອາກາດໜາວເຢັນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຫາ ປານກາງຢູ່ບາງບໍລິເວນ. ຈາກນັ້ນໃນໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະໜາວເຢັນລົງ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 10 – 16 ອົງສາ ແລະ ສູງສຸດ 24 – 28 ອົງສາ.

ພາກໃຕ້: ໃນໄລຍະວັນທີ 28 ພະຈິກ ຫາ 1 ທັນວາ ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ຈາກນັ້ນໄລຍະວັນທີ 2 ຫາ 4 ທັນວາ ອາກາດຈະເຢັນລົງ 2 ຫາ 4 ອົງສາ ພ້ອມຈະມີຝົນຕົກ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມຕໍ່າສຸດ 19 – 25 ອົງສາ ແລະ ສູງສຸດ 29 –35 ອົງສາ.

ສຳລັບເຂດພູພຽງບໍລະເວນ: ໄລຍະວັນທີ 28 ຫາ 30 ພະຈິກ ອາກາດເຢັນ ຫາ ໜາວເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ຈາກນັ້ນໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະໜາວເຢັນລົງ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 11 – 16 ອົງສາ ແລະ ສູງສຸດ 22 – 27 ອົງສາ.

ນະຄອນຫຼວງວຽງຈັນ: ໄລຍະວັນທີ 28 ຫາ 30 ພະຈິກ ອາກາດຮ້ອນ ພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ. ຈາກນັ້ນໄລຍະວັນທີ 1 ຫາ 4 ທັນວາ ອາກາດຈະເຢັນລົງ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມຕໍ່າສຸດ 19 – 25 ອົງສາ ແລະ ສູງສຸດ 31 – 34 ອົງສາ.