ໜາວຂ້າມປີ! ອຸຕຸເຕືອນອຸນຫະພູມໜາວເຢັນລົງ 1-3 ອົງສາ ໄລຍະ 29 ທັນວາ ຫາ 1 ມັງກອນ 2023

443

ປີນີ້ໄດ້ພວກເຮົາຈະໄດ້ສຳພັດອາກາດໜາວກັນແບບຂ້າມປີເລີຍ ເຊິ່ງກົມອຸຕຸເຕືອນວ່າ ໄລຍະ 29 ທັນວາ ຫາ 1 ມັງກອນ ອຸນຫະພູມໜາວເຢັນລົງ 1-3 ອົງສາ ເນື່ອງມວນອາກາດໜາວເຢັນຈາກປະເທດຈີນ ຈະມີກໍາລັງແຮງເພີ່ມຂຶ້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດ ໄລຍະວັນທີ 28 ທັນວາ 2022 ຫາ 01 ມັງກອນ 2023 ວ່າ: ມວນອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊື່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວຫຼາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 29 ທັນວາ 2022 ຫາ 01 ມັງກອນ 2023 ມວນອາກາດເຢັນຈາກປະເທດຈີນຈະເພີ່ມກໍາລັງແຮງຂຶ້ນ ແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ພ້ອມດຽວກັນກະແສລົມຕາເວັນອອກສ່ຽງເໜືອຈະມີກຳລັງແຮງເພີ່ມຂຶ້ນ, ຊື່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກໃນຕອນກາງຄືນ ຫາ ຕອນເຊົ້າ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ, ຈະມີລົມພັດແຮງຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໄລຍະວັນທີ 26 ຫາ 28 ທັນວາ ອາກາດໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນ, ຈາກນັ້ນໄລຍະວັນທີ 29 ທັນວາ 2022 ຫາ 01 ມັງກອນ 2023 ອາກາດຍັງສືບຕໍ່ໜາວເຢັນຫຼາຍ ອຸນຫະພູມຈະຫຼຸດລົງ 1 ຫາ 3 ອົງສາ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ອຸນຫະພູມຕໍ່າສຸດ 05 – 12 ອົງສາ ແລະ ສູງສຸດ 14 – 23 ອົງສາ.
ພາກເໜືອດ້ານຕາເວັນຕົກ: ໄລຍະວັນທີ 26 ຫາ 28 ທັນວາ ອາກາດໜາວເຢັນ ຫາ ໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນ. ຈາກນັ້ນໃນໄລຍະວັນທີ 29 ທັນວາ ຫາ 1 ມັງກອນ ອາກາດຍັງສືບຕໍ່ໜາວເຢັນຫຼາຍ. ອຸນຫະພູມຈະຫຼຸດລົງ 1 ຫາ 3 ອົງສາ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນ. ອຸນຫະພູມຕໍ່າສຸດ 07 – 19 ອົງສາ ແລະ ສູງສຸດ 21 – 31 ອົງສາ.

ພາກກາງ: ໄລຍະວັນທີ 26 ທັນວາ ຫາ 01 ມັງກອນ ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູມຕໍ່າສຸດ 13 – 19 ອົງສາ ແລະ ສູງສຸດ 26 – 31 ອົງສາ.
ສຳລັບແຂວງ ໄຊສົມບູນ: ໃນໄລຍະວັນທີ 26 ທັນວາ ຫາ 01 ມັງກອນ ອາກາດໜາວເຢັນ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕໍ່າສຸດ 5 – 12 ອົງສາ ແລະ ສູງສຸດ 20 – 26 ອົງສາ.
ພາກໃຕ້: ໄລຍະວັນທີ 26 ທັນວາ ຫາ 1 ມັງກອນ, ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າ. ອຸນຫະພູມຕໍ່າສຸດ 14 – 21 ອົງສາ ແລະ ສູງສຸດ 26 – 33 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ໄລຍະວັນທີ 26 ທັນວາ ຫາ 01 ມັງກອນ, ອາກາດໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 8-13 ອົງສາ ແລະ ສູງສຸດ 16 – 25 ອົງສາ
ນະຄອນຫຼວງວຽງຈັນ: ໄລຍະວັນທີ 26 ຫາ 28 ທັນວາ ອາກາດເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ຈາກນັ້ນໃນໄລຍະວັນທີ 29 ທັນວາ ຫາ 01 ມັງກອນ ອາກາດຈະເຢັນຫາໜາວເຢັນລົງ 1 ຫາ 3 ອົງສາ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 15 – 20 ອົງສາ ແລະ ສູງສຸດ 26 – 30 ອົງສາ.

ທັງນີ້, ກົມອຸຕຸ ໄດ້ມີຄຳເຕືອນເຝົ້າລະວັງ ມວນອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະວັນທີ 29 ທັນວາ 2022 ຫາ 01 ມັງກອນ 2013 ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 1 ຫາ 3 ອົງສາ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ. ຈົ່ງເຕືອນພໍ່ແມ່ປະຊາຊົນກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ ແລະ ອາກາດໜາວເຢັນຫຼາຍ.