“ເຂົ້າໜົມຕົ້ມ” ເມນູເຂົ້າໜົມບູຮານ ໜຽວນຸ້ມ ແຊບ

263

ມື້ນີ້ເຮົາກໍມີສູດເຮັດເຂົ້າໜົມແຊບໆ ມາຝາກທຸກທ່ານໄດ້ເອົາໄປລອງເຮັດກິນເບິ່ງ ວິທີເຮັດກໍງ່າຍແສນງ່າຍຮັບຮອງວ່າແຊບຖືກໃຈ ຄົນມັກກິນເຂົ້າໜົມຫວານກັນແນ່ນອນ ເຮົາມາເບິ່ງວິທີເຮັດໄປພ້ອມກັນເລີຍ.

ສ່ວນປະສົມແປ້ງ

ແປ້ງເຂົ້າໜຽວ 2 ຖ້ວຍ

ງາດຳປະສົມນ້ຳບົດລະອຽດ 6 ບ່ວງແກງ

ນົມສົດ 10-12 ບ່ວງແກງ

ໝາກພ້າວກະຈາຂູດເສັ້ນນຶ້ງສຸກ 300 ກຣາມ

ເກືອເລັກນ້ອຍ

ນ້ຳສະອາດສຳລັບຕົ້ມ

ສ່ວນປະສົມໃສ້ເຂົ້າໜົມຕົ້ມ

ໝາກພ້າວກະຈາຂູດ 250 ກຣາມ

ນ້ຳຕານປີບ 250 ກຣາມ

ນ້ຳດື່ມສະອາດ ¾ ຖ້ວຍ

ວິທີເຮັດໃສ້

ໃສ່ໝາກພ້າວກະຈາ ນ້ຳຕານປີບ ນ້ຳດື່ມສະອາດ ລົງໃນໝໍ້ ກວນຈົນສ່ວນປະສົມແຫ້ງ ສາມາດປັ້ນເປັນກ້ອນໄດ້ ແລ້ວຍົກໝໍ້ອອກເພື່ອໃຫ້ເຢັນ ປັ້ນເປັນກ້ອນກົມມົນ.
ວິທີເຮັດເຂົ້າໜົມຕົ້ມ

1 ປະສົມແປ້ງເຂົ້າໜຽວ, ງາດຳບົດ ແລະ ນົມສົດເຂົ້າກັນ ນວດຈົນແປ້ງຈັບໂຕເປັນກ້ອນ.

2 ແບ່ງແປ້ງເປັນກ້ອນມົນ ແຜ່ແປ້ງອອກໃສ່ໃສ້ ຫໍ່ແປ້ງໃຫ້ປິດໃສ້ປັ່ນໃຫ້ເປັນກ້ອມກົມມົນ.

3 ຕົ້ມນ້ຳສະອາດພໍຟົດ ໃສ່ເຂົ້າໜົມລົງຕົ້ມຈົນສຸກລອຍຂຶ້ນມາ ຕັກອອກ.

4 ໂຮຍເກືອເລັກນ້ອຍລົງໃສ່ໝາກພ້າວກະຈາ ຊາວໃຫ້ເຂົ້າກັນ ນຳເອົາເຂົ້າໜົມທີ່ຕົ້ມສຸກແລ້ວລົງຊາວຈົນທົ່ວ ຈັດໃສ່ຈານ ຫຼື ພາຊະນະ ພ້ອມເສີບ.