ນິຄົມອຸດສາຫະກຳການຄ້າວຽງຈັນໂນນທອງ ຜະລິດສິນຄ້າສົ່ງອອກໄດ້ 200 ລ້ານກວ່າໂດລາ

184

ນິຄົມອຸດສາຫະກຳການຄ້າວຽງຈັນໂນນທອງ ຫຼື ວີຕ້າປາກ ໄດ້ສໍາເລັດການພັດທະນາໄລຍະທີ 1 ໃນເນື້ອທີ່ 110 ເຮັກຕາ ມີຫົວໜ່ວຍທຸລະກິດມາຈົດທະບຽນທັງໝົດ 67 ບໍລິສັດ, ໃນນັ້ນທໍາການຜະລິດແລ້ວ 32 ບໍລິສັດ ມູນຄ່າການສົ່ງອອກ 200 ກວ່າລ້ານໂດລາ, ສ້າງວຽກເຮັດງານທໍາແລ້ວ 3,5 ພັນກວ່າຄົນ ມອບພັນທະໃຫ້ລັດຖະບານ 2,3 ຕື້ກວ່າກີບ.

ໃນວັນທີ 22 ສິງຫາຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ – ໂນນທອງ ( VITA PARK ) ເພື່ອປະເມີນຄືນຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດ ພ້ອມທັງຮັບຟັງແຜນການພັດທະນາໃນອະນາຄົດໃນເຂດດັ່ງກ່າວ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ.

ທ່ານ ທອງທິບ ພັນນຸລາດ ຮັກສາການປະທານສະພາບໍລິຫານເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ – ໂນນທອງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາ ວ່າ: ຜົນສຳເລັດຂອງການພັດທະນາໃນໄລຍະທີ 01 ( ເນື້ອທີ່ 110 ເຮັກຕາ ) ປັດຈຸບັນມີນັກລົງທຶນຕ່າງປະເທດ ເປັນຕົ້ນແມ່ນ: ສປ ຈີນ, ຍີ່ປຸ່ນ, ໄທ ແລະ ດານມາກ ເຂົ້າມາຈັບຈອງ ແລະ ເຊັນໃບທະບຽນໄປແລ້ວ ຈຳນວນ 67 ບໍລິສັດ ມີທຶນຈົດທະບຽນທັງໝົດ 72 ລ້ານກວ່າໂດລາ.

ມາຮອດດຽວນີ້ໄດ້ຈັບຈອງເນື້ອທີ່ເທົ່າກັບ 90% ຂອງເນື້ອທີ່ດິນທັງໝົດ ເພື່ອດໍາເນີນກິດຈະການຜະລິດເພື່ອສົ່ງອອກ. ໃນນັ້ນ, ໄດ້ດຳເນີນການຜະລິດເພື່ອສົ່ງອອກ ແລະ ເຄື່ອນໄຫວຕົວຈິງຈຳນວນ 32 ບໍລິສັດ, ກຽມດຳເນີນເປີດໂຮງງານອີກ 1 ບໍລິສັດ, ກຳລັງກໍ່ສ້າງໂຮງງານອີກ 1 ບໍລິສັດ ແລະ ກໍາລັງຂະຫຍາຍໂຮງງານເພີ່ມອີກ 2 ບໍລິສັດ ( ຄາດວ່າໃນປີ 2021 ຈະມີ 3 – 5 ບໍລິສັດເລີ່ມດໍາເນີນການຜະລິດ – ສົ່ງອອກຕື່ມອີກ ), ສ່ວນທີ່ເຫຼືອແມ່ນຢູ່ໃນໄລຍະກະກຽມ.

ປັດຈຸບັນມີມູນຄ່າການ ນຳເຂົ້າສິນຄ້າທັງໝົດ 225 ລ້ານກວ່າໂດລາ ແລະ ມູນຄ່າການສົ່ງອອກສິນຄ້າ 206 ລ້ານກວ່າໂດລາ ເຊິ່ງກິດຈະການສ່ວນໃຫຍ່ເປັນການຜະລິດເພື່ອສົ່ງອອກ ເຊັ່ນ: ເຄື່ອງນຸ່ງຫົ່ມ, ຊິ້ນສ່ວນອຸປະກອນເອເລັກໂຕຣນິກ, ສາຍໄຟສຳລັບການເຮັດນໍ້າອຸ່ນ, ສາຍໄຟແອເຢັນ, ທູບຈອດ, ເຄື່ອງມືອຸປະກອນການຜະລິດເຕັກນິກ, ຜະລິດຕະພັນປຸງແຕ່ງອາຫານ, ນໍ້າປາ, ນໍ້າສະອິວ, ນໍ້າມັນພືດຂອງບໍລິສັດ ຫອຍຫຼອດ ປະເທດໄທ; ຜະລິດຕະພັນຮັບໃຊ້ການຜະລິດກະສິກຳຂອງບໍລິສັດຊີພີ, ການຜະລິດປຸງແຕ່ງວັດສະດຸກໍ່ສ້າງ, ຜະລິດຫົວອາຫານສັດ, ຕໍ່າແຜ່ນ ແລະ ອື່ນໆ.

ນິຄົມຂອງພວກເຮົາສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນອ້ອມຂ້າງໄດ້ 3.532 ຄົນ ( ໃນນັ້ນຕ່າງປະເທດ 85 ຄົນ ) ແລະ ຄາດໃນສົກປີ 2021 ຈະສາມາດສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວໄດ້ເຖິງ 4.000 – 5.000 ຄົນ. ພ້ອມດຽວກັນນີ້, ສະພາບໍລິຫານເສດຖະກິດພວກເຮົາສາມາດເກັບພັນທະອາກອນ ແລະ ມອບອາກອນໃນປີ 2019 ໄດ້ 2,31 ຕື້ກວ່າກີບ. ສ່ວນເງິນການແບ່ງປັນຜົນ 30% ຂອງພາກລັດໄດ້ຮັບ ຈຳນວນ 715.940,69 ໂດລາສະຫະລັດ.

ໄປຄຽງຄູ່ກັບການດຶງດູດນັກທຸລະກິດເຂົ້າມາລົງທຶນໃນເນື້ອທີ່ຂອງນິຄົມແລ້ວ ພວກເຮົາຍັງໄດ້ດຳເນີນການກໍ່ສ້າງພື້ນຖານໂຄງລ່າງໄປພ້ອມໆກັນຢ່າງຕໍ່ເນື່ອງ ເຊັ່ນ: ເສັ້ນທາງເບຕົງພາຍໃນນິຄົມ ແລະ ເຂົ້າຫາແຕ່ລະໂຮງງານ, ລະບົບນ້ຳປະປາເຂົ້າຫາແຕ່ລະໂຮງງານ, ສຳເລັດການກໍ່ສ້າງລະບົບຕາຂ່າຍສະຖານີຈ່າຍໄຟຟ້າ ( 115Kv – 110MVA ) ພາຍໃນນິຄົມ ເພື່ອຮັບປະກັນຕອບສະໜອງໄຟຟ້າໃຫ້ແກ່ບັນດາໂຮງງານໄດ້ຢ່າງພຽງພໍ, ກໍ່ສ້າງຫ້ອງການ, ປະຕູໂຂງເຂົ້ານິຄົມ, ຮ່ອງນ້ຳອ້ອມນິຄົມ, ຮົ້ວອ້ອມນິຄົມ ແລະ ອື່ນໆ. ນອກນັ້ນ, ຍັງຈະໄດ້ກຳລັງກໍ່ສ້າງອ່າງບຳບັດນ້ຳເປື້ອນ, ອ່າງເກັບນ້ຳ 5.000 – 6.000 ແມັດກ້ອນ/ມື້.

ສໍາລັບຂໍ້ສະດວກ: ຜູ້ພັດທະນາ, ຜູ້ລົງທຶນສ່ວນໃຫຍ່ໄດ້ເຂົ້າໃຈ ແລະ ເອົາໃຈໃສ່ປະຕິບັດລະບຽບກົດໝາຍຂອງ ສປປ ລາວ ກໍຄືກົດລະບຽບຂອງນິຄົມເປັນຢ່າງດີ. ນອກນັ້ນ, ຍັງໄດ້ປະຕິບັດພັນທະຕ່າງໆໃຫ້ລັດຖະບານຢ່າງເປັນປົກກະຕິ; ນັກລົງທຶນມີຄວາມພໍໃຈຍ້ອນການເຮັດການບໍລິການປະຕູດຽວຢູ່ກັບທີ່ ເຊິ່ງມີຄວາມສະດວກ ແລະ ວ່ອງໄວ. ນອກນັ້ນ, ຂະແໜງທີ່ກ່ຽວຂ້ອງກໍໃຫ້ ຄວາມຮ່ວມມືສະໜັບສະໝູນເປັນຢ່າງດີ; ສາມາດສ້າງວຽກເຮັດງານໃຫ້ປະຊາຊົນ ແລະ ປະຊາຊົນອ້ອມຂ້າງນິຄົມໄດ້ມີສ່ວນຮ່ວມໃນການສ້າງລາຍຮັບ; ການຂະຫຍາຍເນື້ອທີ່ໄລຍະສອງ 142 ເຮັກຕາ ກໍໄດ້ການຮ່ວມມືເປັນຢ່າງດີຈາກພາກລັດກໍຄືຂະແໜງການທີ່ກ່ຽວຂ້ອງ.

ສ່ວນຂໍ້ຫຍຸ້ງຍາກ: ການຊົດເຊີຍເນື້ອທີ່ດິນທີ່ຂະຫຍາຍໄລຍະສອງ 142 ເຮັກຕາ ຍັງຊັກຊ້າ ຍ້ອນປະຊາຊົນຈຳນວນໜຶ່ງຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ແລະ ຈຳນວນໜຶ່ງກໍບໍ່ສາມາດຕິດຕໍ່ ໄດ້. ນອກນັ້ນ, ຍັງມີດິນຂອງຄ້າຍທະຫານ ແລະ ດິນຂອງກະຊວງການເງິນຈຳນວນໜຶ່ງມີຄວາມຫຍຸ້ງຍາກໃນການຊົດເຊີຍ.

ຂໍ້ສະເໜີ: ສະເໜີໃຫ້ທາງກະຊວງພະລັງງານ ແລະ ບໍ່ແຮ່ ພິຈາລະນາຄົ້ນຄວ້າລາຄາໄຟຟ້າພາກອຸດສາຫະກຳຄືນໃໝ່ ເພື່ອໃຫ້ນິຄົມສາມາດປະຕິບັດລາຄາໄຟຟ້າໃໝ່ຕາມແຈ້ງການຂອງລັດຖະບານ ນັບແຕ່ເດືອນ 05/2020 ເປັນຕົ້ນມາ.

ທິດທາງແຜນການຕໍ່ໜ້າ: ຈະໄດ້ສືບຕໍ່ພັດທະນາເນື້ອທີ່ໄລຍະທີສອງ 142 ເຮັກຕາ, ປັດຈຸບັນໄດ້ສຳເລັດຂັ້ນຕອນການສຳຫຼວດວັດແທກ ແລະ ກຳລັງຊົດເຊີຍໄດ້ຈຳນວນໜຶ່ງແລ້ວ ຈະລວມມີຂະແໜງການເຕັກໂນໂລຊີ ແລະ ວິທະຍາສາດ, ເຂດຊີວະວິທະຍາກ່ຽວກັບປຸງແຕ່ງກະສິກໍາ, ເຂດສຶກສາວັດທະນະທໍາ ແລະ ສາທາລະນະສຸກ ແລະ ເຂດສູນການຄ້າທຸລະກິດ ເຊິ່ງທັງໝົດນັ້ນຈະໄດ້ດໍາເນີນໄປພ້ອມໆກັນ.

( ເນື້ອໃນ – ຮູບ: ກົມອຸດສາຫະກຳ ແລະ ຫັດຖະກໍາ ) [ ຂ່າວ: ສົມສະຫວິນ ]