ຜົນກະທົບໂຄວິດ ຍອດຂາຍຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ຫຼຸດລົງກາຍເຄິ່ງ

160

ສະບາຍດີ! ຄໍລຳຊື້ໄດ້ຂາຍໝານມື້ນີ້ ຈະມານຳສະເໜີຜະລິດຕະພັນສິນຄ້າຈາກຫ້ອງປຸງແຕ່ງຢາພື້ນເມືອງລາວ ຫວ້ານລືສີຄູນຊັບ ເຊິ່ງເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ.

ທ່ານ ນາງ ພູວີ ພິມມະຈັນ ເຈົ້າຂອງຫ້ອງປຸງແຕ່ງຢາພື້ນເມືອງຫວ້ານລືສີຄູນຊັບ, ບ້ານໂນນສະຫວ່າງ ເມືອງວຽງຄຳ ແຂວງວຽງຈັນ ໃຫ້ສຳພາດວ່າ: ຜະລິດຕະພັນຂອງພວກເຮົາແມ່ນເປັນຜະລິດຕະພັນລ້າງສານພິດ, ລ້າງສານເຄມີ, ເປັນສະໝຸນໄພເສີມສຸຂະພາບ ແລະ ອາຫານເພື່ອສຸຂະພາບ ເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໊ອບ ) ຂອງເມືອງ ເຊິ່ງໄດ້ຮັບກາໝາຍໂອດ໊ອບ ໃນປີ 2015.

ການຂາຍຜະລິດຕະພັນຂອງພວກເຮົາໃນໄລຍະຜ່ານມາ ຄືກ່ອນຈະມີພະຍາດໂຄວິດ – 19 ລະບາດ ເຫັນວ່າສິນຄ້າໄດ້ຂາຍດີ, ແຕ່ຫຼັງຈາກນັ້ນໂຄວິດ – 19 ເຂົ້າມາງານວາງສະແດງສິນຄ້າກໍງຽບສະຫງັດ ບໍ່ໄດ້ໄປໃສເລີຍເປັນເວລາຫຼາຍເດືອນເຮັດໃຫ້ທຸລະກິດຢຸດ ແລະ ສິນຄ້າບໍ່ໄດ້ຂາຍ, ທ່ານ ນາງ ພູວີ ກ່າວ.

ແຕ່ໃນລະຫວ່າງວັນທີ 15 ຫາ 23 ສິງຫາ 2020 ຜ່ານມາ ທາງພາກລັດ ກໍໄດ້ມີການຈັດງານວາງສະແດງສິນຄ້າໂອດ໊ອບ ແລະ ຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນຂຶ້ນ ທີ່ສູນການຄ້າລາວ – ໄອເຕັກ ຖືເປັນການເຂົ້າງານວາງສະແດງເປັນຄັ້ງທຳອິດ ນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ – 19 ເຊິ່ງພະຍາດໂຄວິດ – 19 ໄດ້ສ້າງຜົນກະທົບດ້ານເສດຖະກິດ ແລະ ການຄ້າໃນທົ່ວໂລກ. ໃນນັ້ນ, ທຸລະກິດຂອງພວກເຮົາກໍກະທົບໜັກເຊັ່ນກັນ ເນື່ອງຈາກບໍ່ມີການເຄື່ອນໄຫວທຸລະກິດໃນຫຼາຍເດືອນ ແລະ ການເຂົ້າຮ່ວມໃນຄັ້ງນີ້ກໍເຫັນວ່າລູກຄ້າ ແລະ ຍອດຂາຍແມ່ນຫຼຸດລົງຫຼາຍເກືອບ 3 ເທົ່າ ຂອງຍອດຂາຍທີ່ເຄີຍຂາຍໄດ້ຜ່ານມາ.

ທ່ານ ນາງ ພູວີ ພິມມະຈັນ ກ່າວໃຫ້ຮູ້ອີກວ່າ: ການຂາຍຜະລິດຕະພັນໃນໄລຍະຜ່ານມາກໍຈະເນັ້ນຂາຍທາງໜ້າຮ້ານ ໂດຍສະເພາະຂາຍໃນງານວາງສະແດງສິນຄ້າ, ມີງານຈຶ່ງໄດ້ມາຂາຍ ເຊິ່ງກຸ່ມລູກຄ້າກໍຈະເປັນລູກຄ້າທີ່ຊື້ໄປກິນແລ້ວຮູ້ສຶກເຫັນຜົນກໍຈະມີການສັ່ງຊື້ນຳອີກ ແລະ ອາໄສການບອກຕໍ່ຂອງລູກຄ້າເປັນການຕະຫຼາດຫຼັກ ເນື່ອງຈາກດ້ານການຕະຫຼາດອອນລາຍຕົນເອງບໍ່ຄ່ອຍຮູ້. ພ້ອມດຽວກັນນີ້, ຍັງໄດ້ຝາກເຖິງພາກລັດ ຊ່ວຍຊຸກຍູ້ສົ່ງເສີມເຮັດໃຫ້ຜະລິດຕະພັນຂອງຄົນລາວຫັນເຂົ້າສູ່ຄຸນນະພາບ ພ້ອມທັງເລື່ອງຕະຫຼາດຈະເຮັດແນວໃດເພື່ອເຮັດໃຫ້ຜະລິດຕະພັນຂອງຄົນລາວມີຕະຫຼາດຈຳໜ່າຍ ບໍ່ວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດ ໃຫ້ຜະລິດຕະພັນຂອງຄົນລາວໄດ້ອອກສູ່ສັງຄົມ. ເບື້ອງຜູ້ປະກອບການພວກເຮົາສຸດທີ່ຈະຢາກຜັກດັນໃນການຜະລິດ ແຕ່ຍັງຂາດຕະຫຼາດຈຳໜ່າຍ.

ຜະລິດຕະພັນສິນຄ້າຫ້ອງປຸງແຕ່ງຢາພື້ນເມືອງຫວ້ານລືສີຄູນຊັບ ແມ່ນມີຫຼາຍຢ່າງນັບແຕ່ຢາສະໝຸນໄພຄັ້ນເສັ້ນ, ຊາໝາກຂ້າມປ້ອມ + ຂີງ, ຊາຫວ້ານລືສີ + ມະເມກແຮ້ງຄໍຄຳ ແລະ ອື່ນໆ.

[ ຂ່າວ: ສັນຕິ ]