ປະກາດຕັ້ງສະຫະພັນຊາວໜຸ່ມລາວ ບ່ອນເຕົ້າໂຮມຊາວໜຸ່ມ-ໄວໜຸ່ມທຸກຂົງເຂດ

262

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈັດພິທີປະກາດຕັ້ງສະຫະພັນຊາວໜຸ່ມລາວ ຢ່າງເປັນທາງການ ໃນວັນທີ 25 ສິງຫາ 2020 ນີ້ ເພື່ອເປັນບ່ອນຄຸ້ມຄອງ ແລະ ສຶກສາອົບຮົມ, ເຕົ້າໂຮມເອົາຊາວໜຸ່ມ-ໄວໜຸ່ມທີ່ຢູ່ທຸກຂົງເຂດວຽກງານ ມາປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ.


ພິທີທາງການໄດ້ຈັດຂຶ້ນທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ. ໃນພິທີ ທ່ານ ອາລຸນໄຊ ສູນນະລາດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການສ້າງຕັ້ງສະຫະພັນຊາວໜຸ່ມລາວ ທີ່ສ້າງຂຶ້ນເພື່ອຄຸ້ມຄອງ ແລະ ສຶກສາອົບຮົມ, ເຕົ້າໂຮມເອົາຊາວໜຸ່ມ-ໄວໜຸ່ມທີ່ຢູ່ທຸກຂົງເຂດວຽກ ງານຂອງສັງຄົມລາວ ລວມທັງຊາວໜຸ່ມ-ໄວໜຸ່ມລາວທີ່ແມ່ນສັນຊາດລາວຢູ່ຕ່າງປະເທດໃຫ້ມີຄວາມສາມັກຄີ, ຮັກເຊື້ອແພງຊາດ ແລະ ສົ່ງເສີມຫົວຄິດປະດິດສ້າງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ, ແນໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງ ດອງ, ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ.

ທ່ານ ອາລຸນໄຊ ສູນນະລາດ ຍົກໃຫ້ເຫັນຕື່ມວ່າ: ສະຫະ ພັນຊາວໜຸ່ມລາວ ແມ່ນການຈັດຕັ້ງສັງຄົມຂອງຊາວໜຸ່ມລາວບັນດາເຜົ່າ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ສ້າງຕັ້ງ ແລະ ມອບໝາຍໃຫ້ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເປັນຜູ້ຂົນຂວາຍສ້າງຕັ້ງ ທັງເປັນແກນນໍາໃນການເຄື່ອນໄຫວ, ເຊີ່ງປະກອບດ້ວຍຊາວໜຸ່ມບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ສາຂາອາຊີບທີ່ມີຄວາມຕື່ນຕົວ, ສະໝັກໃຈປະກອບສ່ວນເຂົ້າໃນຂະບວນການລວມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຄື່ອນໄຫວພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆ ຂອງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໂດຍແມ່ນ ຄະນະຊາວໜຸ່ມ ປະຊາ ຊົນ ປະຕິວັດລາວ ເປັນແກນນຳ.


ສະຫະພັນຊາວໜຸ່ມລາວ ຂຽນຫຍໍ້ວ່າ: ” ສຊລ ” ຂຽນເປັນພາສາອັງ ກິດ: Lao Youth Federation (LYF). ສ່ວນລະບົບການຈັດຕັ້ງຂອງສະຫະພັນຊາວໜຸ່ມລາວມີ 3 ຂັ້ນຄື: 1) ຂັ້ນສູນກາງ, 2) ຂັ້ນແຂວງ, ນະຄອນຫຼວງ ແລະ 3) ຂັ້ນເມືອງ, ເທດສະບານ ແລະ ນະຄອນ.

ໃນໂອກາດນີ້ ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດໂອ້ລົມ, ທ່ານໄດ້ເນັ້ນໜັກໃຫ້ ສະຫະພັນຊາວໜຸ່ມລາວ ຕ້ອງເອົາໃຈໃສ່ 6 ບັນຫາສໍາຄັນ ຄື: 1). ໃຫ້ຮີບຮ້ອນກະກຽມນຳສະເໜີບຸກຄະລາກອນທີ່ຈະປະກອບເຂົ້າໃນ ໂຄງປະກອບບຸກຄະລາກອນຂອງສະຫະ ພັນຊາວໜຸ່ມລາວ ເພື່ອເຄື່ອນໄຫວຕາມພາລະບົດ ບາດ ເຕົ້້າໂຮມ ຄຸ້ມຄອງບັນດາສະມາຄົມ ທີ່ເຄື່ອນໄຫວພົວພັນກ່ຽວຊາວໜຸ່ມ ແລະ ບຸກຄົນທີມີຄວາມມັກຮັກໃນວຽກງານຊາວໜຸ່ມ.


2). ຄະນະພັກ ແລະ ຄະນະຊາວໜຸ່ມແຕ່ລະຂັ້ນ ຕ້ອງນໍາເອົາເນື້ອໃນທີ່ຕັ້ງພາລະບົດບາດຂອງສະຫະພັນຊາວໜຸ່ມລາວໄປເຜີຍແຜ່ໃນສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງທາງສັງຄົມໄດ້ຮັບຮູ້ ແລະເຂົ້າໃຈ ພ້ອມທັງພິ ຈາລະນາກະ ກຽມສ້າງຕັ້ງສະຫະພັນຊາວໜຸ່ມຂັ້ນແຂວງ, ນະຄອນຫຼວງ, ກະຊວງ ແລະອົງການ ໃຫ້ໄດ້ເຄື່ອນໄຫວ ຄ່ຽງຄູ່ກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ສ້າງໃຫ້ພະນັກ ງານຊາວໜຸ່ມທີ່ມີຄວາມໜັກແໜ້ນ ເປັນແບບຢ່າງນຳໜ້າໃນດ້ານຕ່າງໆ ປະກອບສ່ວນໃນການພັດທະນາຕົນເອງ, ການຈັດຕັ້ງ ແລະ ປະເທດຊາດ.


3).ກະກຽມແຜນການໄລຍະສັ້ນ ແລະ ໄລຍະຍາວ ລວມທັງຍຸດທະສາດ ຫຼືແຜນພັດທະນາສະຫະພັນຊາວໜຸ່ມລາວ ຈະໄປໃນທິດທາງໃດ.
4). ໂຄສະນາສຶກສາອົບຮົມເຕົ້າໂຮມສະມາຊິກ ເພື່ອມາເຂົ້າຮ່ວມເປັນສະມາຊິກຂອງສະຫະພັນໃຫ້ໄດ້ຫຼາຍທີ່ ສຸດ.
5). ສ້າງກົນໄກໃນການປົກປ້ອງສິດຜົນປະໂຫຍດອັນຊອບ ທຳໃຫ້ແກ່ສະມາຊິກ ຕາມກົດໝາຍ ແລະ ລະບຽບການຂອງລັດ
6). ເປັນເຈົ້າການປະສານສົມທົບກັບບັນດາອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດຍາດແຍ່ງການສະໜັບ ສະໜູນ ແລະ ການຊ່ວຍເຫຼືອຕ່າງໆໃຫ້ສະຫະພັນຊາວ ໜຸ່ມລາວໄດ້ເຄື່ອນໄຫວຕາມພາລະບົດບາດຢ່າງແຂງ ແຮງ.