ທ່ານ ທອງຈັນ ມະນີໄຊ ຖືກແຕ່ງຕັ້ງ ຮັກສາການເຈົ້າແຂວງບໍ່ແກ້ວ

165

ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2024 ນີ້ທີ່ແຂວງບໍ່ແກ້ວ ໄດ້ມີພິທີແຕ່ງຕັ້ງທ່ານທອງຈັນ ມະນີໄຊ ໃຫ້ເປັນຮັກສາການເຈົ້າແຂວງບໍ່ແກ້ວກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍບັນດາທ່ານ ຄະນະນຳຈາກສູນກາງ ແລະ ອ້ອມຂ້າງແຂວງ ເຂົ້າຮ່ວມ.

อาจเป็นรูปภาพของ 6 คน และ แท่นบรรยาย
ໂອກາດດັ່ງກ່າວ ທ່ານ ບົວຄົງ ນາມມະວົງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ບໍ່ແກ້ວ (ຜູ້ເກົ່າ) ກໍ່ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ ໃນການນຳພາ-ຊີ້ນຳ ວຽກງານຕະຫຼອດໄລຍະທີ່ທ່ານດຳລົງຕຳແໜ່ງ ເປັນເຈົ້າແຂວງ 6 ປີທີ່ຜ່ານມາ, ພ້ອມທັງກ່າວມອບໜ້າທີ່ ໃຫ້ ທ່ານ ທອງຈັນ ມະນີໄຊ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່. ໂອກາດດັ່ງກ່າວ ທ່ານ ທອງຈັນ ມະນີໄຊ ກໍ່ໄດ້ຂື້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຈັດຕັ້ງປະຕິບັດທິດທາງ ແລະ ຄາດໝາຍຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່ວງທ່າ ການຈະເລີນເຕີບໂຕທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບວຽກງານສາມສ້າງຢ່າງໜັກແໜ້ນ ລວມທັງການແກ້ໄຂຄວາມທຸກຍາກຂອງປະຊາຊົນ. ພ້ອມນັ້ນ, ກໍ່ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຢ່າງເປັນທາງການ.

อาจเป็นรูปภาพของ 9 คน, แท่นบรรยาย และ ข้อความ
ໃນຕອນທ້າຍຂອງພິທີ ທ່ານ ພົອ ວິໄລ ຫຼ້າຄຳຟອງກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນພາວະວິໄສ ໃນການສັບຊ້ອນພະນັກງານການນຳຂັ້ນສູງ ໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່; ນອກຈາກນັ້ນ, ທ່ານກໍ່ໄດ້ຮຽກຮ້ອງໃຫ້ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງຜູ້ໃໝ່ ຕ້ອງມີວິໃສທັດໃນການເບິ່ງບັນຫາ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ, ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ເດີນໄປຂ້າງໜ້າດ້ວຍບາດກ້າວທີ່ໜັກແໜ້ນ.