ທະນາຄານ ມາຣູຮານ ເຈແປນ ລາວ ແລະ ພຣູເດັນໂຊລ໌ ລາວ ເປີດໂຕການເປັນຄູ່ຮ່ວມທຸລະກິດ

151

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ເເລະ ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ເຊັນສັນຍາ ເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວ ເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ປະຊາຊົນລາວ.

ພາຍໃຕ້ຂໍ້ຕົກລົງທີ່ມີຜົນສັກສິດຕັ້ງເເຕ່ມື້ນີ້ເປັນຕົ້ນໄປ, ພຣູເດັນໂຊລ໌ ລາວ ຈະເປັນຜູ້ຈຳໜ່າຍຫຼັກທີ່ຈຳໜ່າຍຜະລິດຕະພັນປະກັນໄພຊີວິດໃຫ້ກັບລູກຄ້າຂອງ ທະນາຄານ ມາຣູຮານ ເຈແປນ ລາວ; ທະນາຄານ ແຫ່ງທຳອິດທີ່ນຳໃຊ້ ດິຈີິຕອນ ຂອງປະເທດລາວ.

ພຣູເດັນໂຊລ໌ ລາວ ເເລະ ທະນາຄານ ມາຣູຮານ ເຈແປນ ລາວມີເປົ້າໝາຍຮ່ວມກັນໃນການຊ່ວຍ ເຫຼືອຜູ້ບໍລິໂພກຕອບສະໜອງ ຄວາມຕ້ອງການດ້ານການປົກປ້ອງຄຸ້ມຄອງ ແລະ ບັນລຸເປົ້າໝາຍທາງດ້ານການເງິນຂອງພວກເຂົາໂດຍການຈຳໜ່າຍຜະລິດຕະພັນ ການປະກັນໄພຊີວິດ ທີ່ມີຄຸນນະພາບ.

ທ່ານ ນາງ ວັນດາລີ ສຸວັນນະສຸກ ຫົວໜ້າ ພະແນກກົດໝາຍ, ລະບຽບການພາຍໃນ ແລະ ການຄຸ້ມຄອງຄວາມສ່ຽງຂອງ ພຣູເດັນໂຊລ໌ ລາວໄດ້ກ່າວວ່າ: “ພວກເຮົາມີຄວາມພາກພູມໃຈທີ່ໄດ້ເປັນຄູ່ຮ່ວມທຸລະກິດກັບ ທະນາຄານ ມາຣູຮານ ເຈແປນ ລາວ ແລະ ຈະໄດ້ນຳເອົາການບໍລິການຂອງທະນາຄານ ມາຣູຮານ ເຈແປນ ລາວ ທີ່ມີຫຼາກຫຼາຍຊ່ອງທາງ ມານຳສະເໜີໃຫ້ປະຊາຊົນລາວ ດ້ວຍຜະລິດຕະພັນປະກັນໄພຊີວິດຂອງພວກເຮົາ ທີ່ຖືກອອກແບບມາໃຫ້ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ພວກເຮົາ ຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດກັບທະນາຄານ ມາຣູຮານ ເຈແປນ ລາວ ເພື່ອມອບການປົກປ້ອງ ແລະ ຄຸ້ມຄອງໃຫ້ກັບຄົນທີ່ ລູກຄ້າຮັກ ແລະ ເພື່ອອະນາຄົດທີ່ສົດໃສຂອງທຸກຄົນ”.

ການເປັນຄູ່ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານໃນຄັ້ງນີ້, ລູກຄ້າຂອງທະນາຄານ ມາຣູຮານ ເຈແປນ ລາວ ສາມາດເຂົ້າເຖິງການໃຫ້ບໍລິການ ໃນການໃຫ້ຄຳປຶກສາ ທາງດ້ານປະກັນໄພຊີວິດທີ່ເໝາະສົມທີ່ສຸດໃຫ້ແກ່ລູກຄ້າໂດຍຜ່ານເຄືອຂ່າຍຂອງທະນາຄານ ເຊິ່ງລວມໄປເຖິງການບໍລິການຜ່ານທາງອິນເຕີເນັດ ເເລະ ຜ່ານລະບົບທະນາຄານທາງໂທລະສັບມືຖື ທີ່ຈະມີໃນອະນາຄົດ.

ທ່ານ ແອນໂທນີ່ ຊິນ ຜູ້ອຳນວຍການໃຫຍ່ ຂອງທະນາຄານ ມາຣູຮານ ເຈແປນ ລາວ ໄດ້ກ່າວວ່າ: “ພວກເຮົາມີຄວາມຕື່ນເຕັ້ນທີ່ໄດ້ຮ່ວມມືກັບ ພຣູເດັນໂຊລ໌ ເຊິ່ງເປັນໜຶ່ງໃນຜູ້ໃຫ້ບໍລິການ ດ້ານການປະກັນຊີວິດ ໃນປະເທດລາວ ແລະເປັນອົງການບໍລິຫານເລື່ອງການເງິນຊັ້ນນຳຂອງໂລກ. ການຮ່ວມມືຂອງພວກເຮົາກັບ ພຣູເດັນໂຊລ໌ ລາວ ຈະຍົກລະດັບທຸລະກິດການປະກັນໄພຂອງພວກເຮົາໄປອີກຂັ້ນ ແລະ ເສີມຂະຫຍາຍຊື່ສຽງຂອງພວກເຮົາໃນລະດັບພາກພື້ນ. ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ມີ ພຣູເດັນໂຊລ໌ ລາວ ຮ່ວມດຳເນີນງານກັບພວກເຮົາໃນຂະນະທີ່ພວກເຮົາໝູນໃຊ້ຄວາມເຂັ້ມແຂງ, ຄວາມສາມາດ ແລະ ການປະຕິບັດງານທີ່ດີທີ່ສຸດເພື່ອຕອບສະໜອງ ຄວາມຕ້ອງການທາງດ້ານການເງິນຂອງລູກຄ້າ ແລະ ການປົກປ້ອງຄຸ້ມຄອງໃນອະນາຄົດ. ”

ທ່ານສາມາດສຶກສາຂໍ້ມູນກ່ຽວກັບການຮ່ວມມື ແລະ ການໃຫ້ບໍລິການ-ການບໍລິຫານການເງິນ ຂອງ ພຣູເດັນໂຊລ໌ ລາວ ເພີ່ມຕື່ມໄດ້ທີ່ ສາຂາຂອງທະນາຄານ ມາຣູຮານ ເຈແປນ ລາວ ແລະ ຜ່ານຊ່ອງທາງອອນລາຍ ຫຼື ທ່ານສາມາດສອບຖາມ ຜູ້ຊ່ຽວຊານດ້ານປະກັນໄພຂອງ ພຣູເດັນໂຊລ໌ ລາວ ໄດ້ທີ່ 021 211 123 ຫຼື info@prudential.la.

+ ກ່ຽວກັບ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”)

ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນໍາເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປັດຈຸບັນ, ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນປະກັນໄພຊີວິດຜ່ານ ທະນາຄານ ທົ່ວປະເທດ.

ສາມາດອ່ານຂໍ້ມູນກ່ຽວກັບ ພຣູເດັນໂຊລ໌ ລາວ ເພີ່ມເຕີມໄດ້ທີ່ www.prudential.la

+ ກ່ຽວກັບ ທະນາຄານ ມາຣູຮານ ເຈແປນ ລາວ

ໃນທະນາຄານ ມາຣູຮານ ເຈແປນ ລາວ ຈຸດປະສົງແມ່ນເພື່ອນຳໃຊ້ແຫຼ່ງຊັບພະຍາກອນທີ່ມີຄວາມຮູ້, ຄວາມສາມາດສູງ ທາງດ້ານວິຊາການຂອງກຸ່ມການເງິນອາຊຽນຍີ່ປຸ່ນມາຣູຮານເພື່ອກໍ່ໃຫ້ເກີດການປ່ຽນແປງ ແກ່ອຸດສາຫະກຳການ ທະນາຄານ ອາຊຽນ. ພວກເຮົາຈະເຮັດສຳເລັດສິ່ງດັ່ງກ່າວ ໄດ້ໂດຍການສະໜອງມາດຕະຖານການບໍລິການລູກຄ້າແບບສູງສຸດຈົນເຖິງຜະລິດຕະພັນທີ່ ເປັນນະວັດຕະກຳໃໝ່ທີ່ຈະຮັບປະກັນໃຫ້ທ່ານ. ລູກຄ້າຂອງພວກເຮົາໄດ້ເຂົ້າເຖິງເຄືອຂ່າຍການທະນາຄານ ລະດັບພູມີພາກທີ່ມີຂີດຄວາມສາມາດ ໃນການດຳເນີນງານເຕັມທີ່, ມີລັກສະນະແຂ່ງຂັນ ໄດ້ເຊິ່ງສາມາດໃຫ້ການສະໜັບສະໜູນ ທຸລະກິດ ແລະ ຄວາມຕ້ອງການທາງດ້ານການເງິນ, ຊ່ວຍໃຫ້ທ່ານບັນລຸຈຸດປະສົງຂອງທ່ານໃນພູມີພາກອາຊຽນ ແລະ ເກີນກວ່ານັ້ນ.

ສາມາດອ່ານຂໍ້ມູນກ່ຽວກັບ ທະນາຄານ ມາຣູຮານ ເຈແປນ ລາວເພີ່ມເຕີມໄດ້ທີ່ www.maruhanjapanbanklao.com.