ຄາດໝາຍ ສູ້ຊົນດ້ານການເງິນ ແລະ ເງິນຕາ ປີ 2024

30

ປີ 2024 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນດ້ານການເງິນ ແລະ ເງິນຕາ ໂດຍຕັ້ງເປົ້າເກັບລາຍຮັບໃຫ້ໄດ້50.107 ຕື້ກີບ, ຄຸ້ມຄອງອັດຕາແລກປ່ຽນເງິນຕາ ໃຫ້ເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້ ແລະ ເກີນດຸນການຄ້າຕ່າງປະເທດ.
ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມມະຫາພາກ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ຄາດໝາຍ ແລະ ຕົວຊີ້ບອກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດມະຫາພາກ ມີດັ່ງນີ້: ຄາດໝາຍດ້ານການເງິນ, ຄາດໝາຍດ້ານເງິນຕາ ແລະ ຄາດໝາຍດຸນການຊໍາລະກັບຕ່າງປະເທດ.
▶ ຄາດໝາຍດ້ານການເງິນ ແມ່ນສູ້ຊົນເກັບລາຍຮັບງົບປະມານທັງໝົດ ໃຫ້ໄດ້ 50.107 ຕື້ກີບ ເທົ່າກັບ 17% ຂອງ GDP (ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 29%); ໃນນີ້ ລາຍຮັບພາຍໃນ 44.700 ຕື້ກີບ ເທົ່າກັບ 15,22% ຂອງ GDP (ເພີ່ມຂຶ້ນ 30% ທຽບໃສ່ແຜນປີຜ່ານມາ) ແລະ ລາຍຮັບຈາກການຊ່ວຍເຫຼືອລ້າ 5.037 ຕື້ກີບ (ເພີ່ມຂຶ້ນ 42% ທຽບໃສ່ແຜນປີຜ່ານມາ).
ສູ້ຊົນປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ ເພື່ອຮັກສາເພດານລາຍຈ່າຍງົບປະມານທັງໝົດ ໃຫ້ຢູ່ໃນລະດັບ 58.914 ຕື້ກີບ ຫຼື ເທົ່າກັບ 20% ຂອງ GDP; ໃນນີ້ລາຍຈ່າຍບໍລິຫານປົກກະຕິ 38.095 ຕື້ກີບ ແລະ ລາຍຈ່າຍການລົງທຶນ 20.199 ຕື້ກີບ; ງົບປະມານ ຂາດດຸນ 8.807 ຕື້ກີບ ຫຼື ເທົ່າກັບ 3% ຂອງ GDP.
▶ ຄາດໝາຍດ້ານເງິນຕາ ປະລິມານເງິນ M2 ໃຫ້ຂະຫຍາຍຕົວບໍ່ເກີນ 25% ທຽບໃສ່ປີຜ່ານມາ; ຄວບຄຸມອັດຕາເງິນເຟີ້ ໃຫ້ຫຼຸດລົງ ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2024; ຄຸ້ມຄອງອັດຕາແລກປ່ຽນເງິນຕາ ໃຫ້ເໜັງຕີງຢູ່ໃນລະດັບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້; ຄັງສຳຮອງເງິນຕາຕ່າງປະເທດ ໃຫ້ສາມາດກຸ້ມການນຳເຂົ້າ ໄດ້ຢ່າງຕໍ່າ 5 ຫາ 6 ເດືອນ ຂຶ້ນໄປ; ຄຸ້ມຄອງລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກ ໃຫ້ໄດ້ 70% ຂຶ້ນໄປ; ຍອດເຫຼືອເງິນຝາກຂອງທະນາຄານທຸລະກິດ ໃຫ້ບັນລຸບໍ່ຫຼຸດ 85% ຂອງ GDP ແລະ ຍອດເຫຼືອສິນເຊື່ອຂອງຂະແໜງການທະນາຄານ ໃຫ້ບັນລຸບໍ່ຫຼຸດ 65% ຂອງ GDP; ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຂອງທະນາຄານທຸລະກິດ ໃຫ້ຢູ່ໃນລະດັບບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ; ຄຸ້ມຄອງລາຍຮັບເງິນຕາຈາກການສົ່ງອອກຜ່ານລະບົບທະນາຄານ ໃຫ້ໄດ້ບໍ່ຫຼຸດ 70% ຂອງການສົ່ງອອກທັງໝົດ (ບໍ່ລວມເອົາຫົວໜ່ວຍທຸລະກິດ ທີ່ໄດ້ຮັບການຍົກເວັ້ນປະຕິບັດບາງມາດຕາກົດໝາຍຕຸ້ມຄອງເງິນຕາຕ່າງປະເທດ ໃນໄລຍະຜ່ານມາ).
▶ ຄາດໝາຍດຸນການຊໍາລະກັບຕ່າງປະເທດ ສູ້ຊົນໃຫ້ມູນຄ່າການຄ້າຕ່າງປະເທດ (ການນຳເຂົ້າ-ສົ່ງອອກ) ໃຫ້ບັນລຸ 16.010,09 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 4,47% ຈາກປີ 2022. ໃນນັ້ນ ມູນຄ່າການສົ່ງອອກ ໃຫ້ບັນລຸ 8.724,33 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າ ໃຫ້ບັນລຸ 7.285,76 ລ້ານໂດລາສະຫະລັດ;ດຸນການຄ້າຕ່າງປະເທດ ເກີນດຸນ 1.438,57 ລ້ານໂດລາສະຫະລັດ.