5 ເດືອນຕົ້ນປີ ມີຜູ້ເປັນໄຂ້ຍຸງ 2 ພັນກວ່າຄົນ

68

ປັດຈຸບັນ ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງເປັນໜຶ່ງບັນຫາທີ່ເກີດຂຶ້ນຢູ່ ສປປ ລາວ ນັບມື້ເພີ່ມຂຶ້ນ ເລີ່ມແຕ່ວັນທີ 1 ເດືອນມັງກອນ ຫາ ວັນທີ 7 ພຶດສະພາ 2024 ທົ່ວປະເທດມີໂຕເລກຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 2.770 ຄົນ.
ຂໍ້ມູນຈາກສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 1 ເດືອນມັງກອນ ຫາວັນທີ 7 ພຶດສະພາ 2024 ທົ່ວປະເທດຍັງມີການລະບາດຂອງພະຍາດໄຂ້ຍຸງລາຍ ນັບມື້ນັບເພີ່ມຂຶ້ນ ຊຶ່ງເຮັດໃຫ້ມີໂຕເລກໄຂ້ຍຸງລາຍສະສົມທັງໝົດ 2.770 ຄົນ.ແຂວງທີ່ມີການລະບາດຫຼາຍກວ່າໝູ່ແມ່ນແຂວງເຊກອງ 881 ຄົນ ເສຍຊີວິດ 1 ຄົນ, ນະຄອນຫຼວວຽງຈັນ 566 ຄົນ ເສຍຊີວິດ 2 ຄົນ.ຫຼວງນໍ້າທາ 293 ຄົນ, ສະຫວັນນະເຂດ 158 ຄົນບໍ່ມີຜູ້ເສຍຊີວິດ ແລະ ແຂວງອື່ນໆ ຕາມລຳດັບ.
ສະນັ້ນ,ເມື່ອກ້າວເຂົ້າສູ່ໄລຍະລະດູຝົນ ທຸກຄົນໃນທົ່ວສັງຄົມ ຈົ່ງພ້ອມກັນເປັນເຈົ້າການຮ່ວມແຮງຮ່ວມໃຈປ້ອງກັນຕົນເອງດ້ວຍການປະຕິບັດ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ສິ່ງສໍາຄັນໃຫ້ກຳຈັດແຫຼ່ງເພາະພັນໜອນນໍ້າຍຸງລາຍ ເປັນຕົ້ນຕ້ອງປິດພາຊະນະຕ່າງໆຢູ່ພາຍໃນບ້ານເຮືອນ ແລະ ນອກເຮືອນໃຫ້ດີ; ປ່ຽນພາຊະນະທີ່ມີນໍ້າອັ່ງຂັງໂດຍສະເພາະອຸ, ແອ່ງ, ຖັງ, ຖາດຮອງຕີນຕູ້ ແລະ ອື່ນໆ; ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ; ປັບປຸງສະພາບແວດລ້ອມ, ສະຖານທີ່ຢູ່ອາໄສຂອງຕົນໃຫ້ສະອາດງາມຕາຢູ່ສະເໝີ ແລະ ປະຕິບັດເປັນປະຈຳທຸກໆອາທິດ ຖ້າບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ.
ພ້ອມນັ້ນ, ບໍ່ວ່າຈະເປັນອົງການຈັດຕັ້ງເມືອງ, ບ້ານຕ້ອງເປັນເຈົ້າການປຸກລະດົມໂຄສະນາໃຫ້ປະຊາຊົນມີຄວາມເຂົ້າໃຈ, ຮັບຮູ້ວິທີປ້ອງກັນຕົນເອງຕໍ່ພະຍາດດັ່ງກ່າວໂດຍຜ່ານທາງໂທລະໂຄ່ງ ແລະ ອື່ນໆແມ່ນເປັນການດີທີ່ສຸດ.