ພາກທຸລະກິດ ມີຄວາມຕ້ອງການແຮງງານຈໍານວນຫຼາຍ

51

ປັດຈຸບັນ ພາກທຸລະກິດ ມີຄວາມຕ້ອງການແຮງງານຫຼາຍຂຶ້ນ ໂດຍສະເພາະແຮງງານທີ່ມີສີມື ເພື່ອຂັບເຄື່ອນພັດທະນາອົງກອນໃຫ້ເຂັ້ມແຂງ ທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການແຂ່ງຂັນທີ່ຫຼາຍຂຶ້ນ.
ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໃຫ້ສໍາພາດວ່າ: ບັນຫາໃຫຍ່ທີ່ສໍາຄັນຕໍ່ການພັດທະນາເສດຖະກິດຢູ່ບ້ານເຮົາກໍຄືບັນຫາແຮງງານ. ຄວາມຈິງແລ້ວແຮງງານລາວຫຼາຍຄົນມີສີມືພໍສົມຄວນ ພວກເຮົາໄດ້ສ້າງສະຖາບັນຕ່າງໆຂຶ້ນມາເພື່ອຝຶກວິຊາຊີບປະກອບເຂົ້າໃນວຽກງານທຸລະກິດຕ່າງໆ.
ເຖິງຢ່າງໃດກໍຕາມ ການຈັດຕະຫຼາດແຮງງານຍັງບໍ່ທັນຕອບສະໜອງໄດ້ຢ່າງພຽງພໍ ເນື່ອງຈາກການແຂ່ງຂັນຄວາມຕ້ອງການແຮງງານຈາກຕ່າງປະເທດເຮັດໃຫ້ແຮງງານຈໍານວນໜຶ່ງໄດ້ເຄື່ອນຍ້າຍອອກໄປເຮັດວຽກຢູ່ປະເທດເຊັ່ນ: ປະເທດໄທ, ຍີປຸ່ນ, ສ.ເກົາຫຼີ ເປັນຕົ້ນ.
ປັດຈຸບັນການເຄື່ອນໄຫວທຸລະກິດບ້ານເຮົາມີຄວາມຕ້ອງການແຮງງານຫຼາຍຂຶ້ນ ໂດຍສະເພາະແຮງງານທີ່ມີສີມື ເພາະວ່າການສ້າງຕັ້ງໂຮງຈັກໂຮງງານຕ່າງໆຕ້ອງການພະນັກງານທີ່ມີທັກສະລະດັບໃດໜຶ່ງຈິ່ງສາມາດເຮັດວຽກໄດ້
ພາຍຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19ມານີ້ ມີນັກລົງທຶນຈາກປະເທດເອີຣົບ ແລະ ປະເທດອ້ອມຂ້າງໄດ້ເຂົ້າມາສຶກສາການລົງທຶນ ແລະ ການຍ້າຍຖານການຜະລິດຈາກບັນດາປະເທດທີ່ເຂົ້າເຈົ້າມີຢູ່ແລ້ວຍ້າຍມາຢູ່ບ້ານເຮົາ. ບາງບໍລິສັດກໍລົງທຶນສຶກສາແຕ່ເໜືອຮອດໃຕ້ເປັນຕົ້ນແມ່ນການຫາແຮງງານໃນແຕ່ລະເຂດທີ່ຈະມາຂັບເຄື່ອນທຸລະກິດ ແຕ່ສຸດທ້າຍແລ້ວມີຫຼາຍບໍລິສັດທີ່ມາເຮັດການສຶກສາບໍ່ຕົກລົງມາລົງທຶນເຮັດທຸລະກິດດັ່ງກ່າວ, ມີພຽງ 10% ເທົ່ານັ້ນທີ່ມາລົງທຶນເຮັດຕົວຈິງໃນປະເທດເຮົາ.
ສາເຫດກໍມາຈາກຫຼາຍເຫດຜົນ ແຕ່ບັນຫາຫຼັກໆແມ່ນເລື່ອງການຂົນສົ່ງຍ້ອນປະເທດເຮົາບໍ່ມີທາງອອກສູ່ທະເລໂດຍກົງ ເຖິງຈະມີທາງລົດໄຟແຕ່ຄ່າໃຊ້ຈ່າຍແພງ ແລະ ເສັ້ນທາງຍັງບໍ່ທົ່ວເຖິງ ໃນປັດຈຸບັນນີ້ຍັງອາໄສການສົ່ງອອກທາງທະເລຫຼາຍກວ່າ; ບັນຫາທີ ສອງແມ່ນເລື່ອງແຮງງານທີ່ມີທັກສະແມ່ນຍັງມີໜ້ອຍຈິ່ງຕ້ອງຂົນຂວາຍສ້າງແຮງດຶງດູດໃຫ້ຊາວໜຸ່ມ-ແມ່ຍິງປະມານ 15 ປີຂຶ້ນໄປທີ່ຢູ່ໃນໄວຮຽນ ຕາມກົດໝາຍແມ່ນສາມາດປະກອບວິຊາຊີບໄດ້ແລ້ວ ເຊິ່ງແຮງດຶງດູດນີ້ຂຶ້ນກັບ ຄວາມສະໝັກໃຈຂອງຜູ້ກ່ຽວ, ຂຶ້ນກັບທັກສະຄວາມສາມາດ ແລະ ຄວາມຕ້ອງການຂອງແຕ່ລະຄົນ ເຊິ່ງວິຊາຊີບທີ່ຈະຮຽນນີ້ພວກເຮົາຈະນໍາໃຊ້ວິທີການແບບຄວບຄູ່ ເມື່ອຈົບແລ້ວກໍສາມາດຮຽນຕໍ່ລະດັບສູງໆຂຶ້ນໄປ.
ທ່ານຮອງປະທານ ສຄອຊ ຍັງເນັ້ນຕື່ມວ່າ: ສິ່ງສໍາຄັນໃນຕອນນີ້ພວກເຮົາຕ້ອງປູກຈິດສໍານຶກໃຫ້ຍິງໜຸ່ມ-ຊາຍໜຸ່ມໂດຍສະເພາະໃນເຂດຊົນນະບົດໃຫ້ເກີດຄວາມຢາກຮຽນ ເພື່ອຫັນເຂົ້າສູ່ຕະຫຼາດແຮງງານ ຈຶ່ງສາມາດເຮັດໃຫ້ກ້ອນກໍາລັງການຜະລິດສາມາດຕອບສະໜອງການລົງທຶນຂອງຕ່າງປະເທດໄດ້. ທາງຄະນະຮັບຜິດຊອບໄດ້ມີແນວທາງການຮ່ວມມືຢ່າງທົ່ວເຖິງກັບຂະແໜງການທີ່ກ່ຽວຂ້ອງເຊັ່ນອົງການແມ່ຍິງ, ບ້ານ, ເມືອງ, ແຂວງ, ຊາວໜຸ່ມ, ກຳມະບານແຕ່ລະຂັ້ນ ພ້ອມດ້ວຍສະພາການຄ້າ ແລະ ພະແນກແຮງງານແຕ່ລະຂັ້ນ ຮ່ວມກັບຜູ້ປະກອບການອີກດ້ວຍເພື່ອດຶງດູດຜູ້ທີ່ສົນໃຈຢາກເຮັດວຽກພາຍໃນປະເທດ.
ທາງພາກລັດກໍໄດ້ມີລະບົບ LMI (www.lmi.gov.la) ເປັນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານເພື່ອຂຶ້ນທະບຽນຊອກວຽກເຮັດງານທໍາ ແລະ ຊອກຫາຕໍາແໜ່ງວ່າງໃຫ້ສອດຄ່ອງກັບຄວາມຮູ້ຄວາມສາມາດ ແລະ ທັກສະສີມືຂອງຕົນ ເຊິ່ງທາງພາກລັດໄດ້ສະໜອງຂໍ້ມູນຕໍາແໜ່ງງານທີ່ວ່າງເຂົ້າໃນລະບົບດັ່ງກ່າວ.
ຈາກສະພາບເສດຖະກິດບ້ານເຮົາປະສົບກັບບັນຫາເລື່ອງເງິນເຟີ້, ເງິນກີບອ່ອນຄ່າ. ຜູ້ນໍາໃຊ້ແຮງງານ ຫຼື ນາຍຈ້າງກໍໄດ້ເພີ່ມນະໂຍບາຍໃຫ້ພະນັກງານມາຕະຫຼອດລວມທັງເງິນເດືອນພື້ນຖານ ປັດຈຸບັນນີ້ເພື່ອເຮັດໃຫ້ພະນັກງງານຢູ່ໄດ້ຢ່າງໜ້ອຍແມ່ນ 3-4 ລ້ານຂຶ້ນໄປ ເພາະຜູ້ປະກອບການກໍມີ ຄວາມຕ້ອງການໃຫ້ພະນັກງານຢູ່ດົນ ແລະ ຢູ່ໄດ້.