ແຂວງອຸດົມໄຊ ແລະ ມສ ຫາລືການຮ່ວມມືຫຼາຍວຽກສຳຄັນ

39

ພິທີພົບປະ ລະຫວ່າງ ອົງການປົກຄອງ ແຂວງອຸດົມໄຊ ກັບ ມະຫາວິທະຍາໄລ ສຸພານຸວົງ (ມສ) ມີຂຶ້ນໃນຕອນເຊົ້າວັນທີ 3 ພຶດສະພານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການ ແຂວງອຸດົມໄຊ.
ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ບຸນທະວີ ສີສຸພັນທອງ ປະທານສະພາ ມະຫາວິທະຍາໄລ ສຸພານຸວົງ, ພ້ອມຕາງຫນ້າຄະນະນຳທັງສອງຝ່າຍ ເຂົ້າຮ່ວມ.
ການພົບປະ ແລກປ່ຽນບົດຮຽນ ກໍເພື່ອສະຫລຸບ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໂດຍສະເພາະແມ່ນ ລົງເລິກວຽກງານ ດ້ານການບໍລິຫານ-ຄຸ້ມຄອງ, ການຄົ້ນຄວ້າວິທະຍາສາດ – ບໍລິການ ວິຊາການ, ພັດທະນາບຸກຄະລາກອນ, ເສດຖະກິດ, ແຮງງານ ແລະ ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ແລະ ວຽກງານອື່ນໆ; ພ້ອມກັນ ຄົ້ນຄວ້າ ແລະ ພິຈາລະນາ ໃນການຊອກຫາແນວທາງ ປັບປຸງ ແກ້ໄຂ ຮ່ວມກັນ ໃນຕໍ່ຫນ້າ.
ການພົບປະສອງຝ່າຍໄດ້ຮັບຟັງການລາຍງານ ສະພາບລວມ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງແຂວງອຸດົມໄຊ ເປັນຕົ້ນແມ່ນ ແຜນພັດທະນາ ເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການດຶງດູດການລົງທຶນ, ການພັດທະນາທາງດ້ານກະສິກໍາ, ວຽກງານອຸດສາຫະກຳ – ການຄ້າ, ການພັດທະນາ ວຽກງານດ້ານການທ່ອງທ່ຽວ ຕາມທ່າແຮງຂອງແຂວງ, ວຽກງານການສຶກສາ, ການພັດທະນາບັນດາພື້ນຖານໂຄງລ່າງທີ່ໄດ້ຮັບທຶນການຊ່ວຍເຫລືອ ຈາກອົງການຈັດຕັ້ງສາກົນ ລວມທັງ ບັນຫາທີ່ກຳລັງພົບພໍ້ໃນປັດຈຸບັນ ກໍຄືອັດຕາເງິນເຟີ້, ເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມສູງຂຶ້ນ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆ.
ຈາກນັ້ນ ທາງມະຫາວິທະຍາໄລ ສຸພານຸວົງ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຕົນ ໂດຍສະເພາະແມ່ນ ພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບຂອງມະຫາວິທະຍາໄລ ສຸພານຸວົງ ນັບຕັ້ງແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ລາຍງານ ຈຸດປະສົງ ຂອງການພົບປະ ແລກປ່ຽນບົດຮຽນ ຮ່ວມກັນ.
ໂອກາດ ດັ່ງກ່າວ ທັງສອງຝ່າຍໄດ້ພ້ອມກັນມີຄໍາຄິດເຫັນຕໍ່ກັບແຕ່ລະບັນຫາທີ່ໄດ້ຍົກຂຶ້ນມາສົນທະນາກັນ ເພື່ອຊອກຫາທາງອອກ ແລະ ກຳນົດແນວທາງໃນການແກ້ໄຂໃນຕໍ່ຫນ້າຮ່ວມກັນ.
ນອກນັ້ນ ແຂວງອຸດົມໄຊ ຍັງໄດ້ສະເໜີໃຫ້ ມະຫາວິທະຍາໄລ ສຸພານຸວົງ ຊ່ວຍຄົ້ນຄວ້າ, ວິເຄາະ, ວິໄຈ ຫລື ກຳນົດກ່ຽວກັບແຜນພັດທະນາທາງດ້ານກະສິກຳ, ການບໍລິການດ້ານການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ ແລະ ການປະກອບສ່ວນມີຄຳຄິດເຫັນ ຕໍ່ກັບເນື້ອໃນ ແຜນພັດທະນາ ເສດຖະກິດ – ສັງຄົມ ໃນການຫ້າງຫາກະກຽມ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງອຸດົມໄຊ ຕື່ມອີກ.
ຂ່າວ:ຄານມະນີ