ແຂວງຄຳມ່ວນ ຫາລືສົ່ງເສີມການຜະລິດເປັນສິນຄ້າ ແລະ ການເຂົ້າເຖິງແຫຼ່ງທຶນ

51

ແຂວງຄຳມ່ວນ ໄດ້ເປີດກອງປະຊຸມປຶກສາຫາລືວຽກງານສົ່ງເສີມການຜະລິດເປັນສິນຄ້າ ແລະ ການເຂົ້າເຖິງແຫຼ່ງທຶນຂອງຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຂຶ້ນໃນວັນທີ 7 ພຶດສະພາ 2024 ທີ່ເຮືອນຮັບແຂກເລກ 1 ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄຳມ່ວນ.
ມີທ່ານ ສົມວິໄຊ ວົງທິລາດ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຄໍາມ່ວນ, ບັນດາພະແນກການ, ຂະແໜງການ, ພາກສ່ວນກ່ຽວຂ້ອງ, ຫ້ອງການອຸດສາຫະກຳ ແລະ ການຄ້າປະຈຳເມືອງ ພ້ອມດ້ວຍຜູ້ປະກອບການຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ໂອດ໋ອບ ພາຍໃນແຂວງເຂົ້າຮ່ວມ.
ທ່ານ ເຈົ້າແຂວງຄຳມ່ວນ ກ່າວເປີດກອງປະຊຸມວ່າ: ໂດຍອີງໃສ່ແຜນພັດທະນາຈຸລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025 ຂອງແຂວງຄຳມ່ວນ ປະກອບມີ 7 ນະໂຍບາຍ ໃນນັ້ນນະໂຍບາຍທີ່ມີ ຄວາມສຳຄັນຫຼາຍແມ່ນນະໂຍບາຍການພັດທະນາຜູ້ປະກອບການ ແລະ ນະໂຍບາຍເຂົ້າຫາແຫຼ່ງທຶນ.
ຫົວໜ່ວຍ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີບົດບາດຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຜູ້ປະກອບການຈນກ ຂອງທົ່ວປະ ເທດແມ່ນກວມເອົາ 99,8% ປະກອບສ່ວນຫຼັກເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ແລະ ສ້າງປະຖົມປັດໄຈ ໃຫ້ແກ່ຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ປັດຈຸບັນ ຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງທົ່ວແຂວງຄຳມ່ວນ ມີ 6.954 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 1.790 ຕື້ ກວ່າກີບ. ໃນນັ້ນ ຈຸລະວິສາຫະກິດມີ 5.760 ຫົວໜ່ວຍ, ວິສາຫະກິດຂະໜາດນ້ອຍ 784 ຫົວໜ່ວຍ ແລະ ວິສາຫະກິດຂະ ໜາດກາງ 410 ຫົວໜ່ວຍ ເຊິ່ງ ມີທັງທ່າແຮງ ແລະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກຫຼາຍປະການທີ່ຕ້ອງໄດ້ພ້ອມກັນຊຸກຍູ້ສົ່ງເສີມໃນການພັດທະນາຄວາມອາດສາມາດຂອງເຂົາເຈົ້າ ເຂົ້າໃນຂະບວນການຜະລິດ, ການປຸງແຕ່ງ, ການອອກແບບ, ການພັດທະນາຜະລິດຕະພັນໃຫ້ໄດ້ເງື່ອນໄຂ, ມາດຕະຖານ ແລະ ຄຸນນະພາບຂອງຕະຫຼາດ ທັງພາຍໃນ ແລະ ຕະຫຼາດປະເທດ.
ນອກນີ້ ຍັງມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ ທີ່ຈະຕ້ອງໄດ້ສືບຕໍ່ຊຸກຍູ້ສົ່ງເສີມສີໄມ້ລາຍມືລາວ ທີ່ເປັນເອກະລັກ, ມີມູນເຊື້ອວັດທະນະທໍາ ຂອງປະຊາຊົນລາວບັນດາເຜົ່າ ແລະ ບັນພະບຸລຸດທີ່ສືບທອດມູນມໍລະດົກອັນດີງາມຂອງຊາດລາວ ມາແຕ່ເຫີງນານ.
ຜ່ານມາວຽກງານການສະໜອງທຶນໃຫ້ແກ່ກຸມຜູ້ຜະລິດ, ຜູ້ປະກອບການຕ່າງໆຍັງມີລັກສະນະຊັກຊ້າ ບໍ່ທັນກັບຄວາມຕ້ອງການ ຍ້ອນກົນໄກ ແລະ ຂອດການປະສານງານ ລະຫວ່າງພາກລັດ, ທະນາຄານ ແລະ ຜູ້ປະກອບການ ຍັງບໍ່ທັນໄປລວງດຽວກັນ. ກຸ່ມຜູ້ປະກອບການສ່ວນຫລາຍແມ່ນຍັງເປັນກຸ່ມຂະໜາດນ້ອຍ, ບໍ່ມີຫຼັກຄໍ້າປະກັນພຽງພໍ ແລະ ຍັງມີໜີ້ຕ້ອງໄດ້ຊໍາລະນໍາທະນາຄານອື່ນໆ; ສະນັ້ນ ພາກລັດ ແລະ ທະນາຄານຈະມີນະໂຍບາຍ ແລະ ຂັ້ນຕອນວິທີການຄືແນວໃດ ເພື່ອຊອກຫາທາງອອກໃຫ້ແກ່ຜູ້ປະກອບການ ສາມາດນໍາໃຊ້ແຫຼ່ງທຶນ ໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ມີຄວາມໂປ່ງໃສ.
ໃນໂອກາດນີ້ ບັນດາຂະແໜງການພາກລັດ ແລະ ຕາງໜ້າຫົວໜ່ວຍທຸລະກິດ ຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ເຊິ່ງຍົກໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການດຳເນີນກິດຈະການ ພ້ອມທັງໄດ້ສະເໜີໃຫ້ແກ່ພາກລັດ ຊ່ວຍຄົ້ນຄວ້າແກ້ໄຂທາງດ້ານແຫຼ່ງທຶນ ທີ່ມີດອກເບ້ຍຕໍ່າ ເພື່ອພັດທະນາກິດຈະການ ລວມເຖິງການຊອກຫາຕະຫຼາດ ເພື່ອຮອງຮັບຜະລິດຕະພັນສິນຄ້າ ແລະ ບັນຫາສິ່ງອຳນວຍຄວາມສະດວກດ້ານຕ່າງໆ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດ ໄດ້ມີການຂະຫຍາຍຕົວຢ່າງແຂງແຮງ.
ໃນວາລະກອງປະຊຸມດັ່ງກ່າວແມ່ນຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຄຳມ່ວນ ໃຫ້ແກ່ກຸ່ມການຜະລິດ, ຜູ້ປະກອບການຕົວແບບ ທີ່ໄດ້ປະກອບສ່ວນທາງດ້ານ ເຫື່ອແຮງ-ສະຕິປັນຍາ ທີ່ເປັນຕົວແທນ ແລະ ເປັນຕົວແບບ ໃນການຜະລິດ, ແປຮູບ, ຈຳໜ່າຍສິນຄ້າ ແລະ ຜະລິດຕະພັນ ການຜະລິດ ຂອງແຂວງຄຳມ່ວນ.