ຂໍຄວາມເຫັນໃຈຈາກສັງຄົມ ກັບການບໍລິການຂອງໄຟຟ້າລາວ

23

ໃນອາທິດຜ່ານມາພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ບໍ່ວ່າຈະເປັນຕ່າງແຂວງ ກໍຄືໃນນະຄອນຫຼວງວຽງຈັນ ລ້ວນແຕ່ໄດ້ພົບພໍ້ເຫດການໄຟຟ້າຂັດຂ້ອງ, ໄຟຕົກ-ໄຟມອດ ເຊິ່ງການຕົກແຕ່ລະຄັ້ງແມ່ນຕ້ອງໃຊ້ເວລາດົນພໍສົມຄວນ ຈິ່ງສາມາດແກ້ໄຂບັນຫາ ແລະ ປ່ອຍໄຟຄືນສູ່ສະພາບປົກກະຕິໄດ້.
ໃນໄລຍະຜ່ານມາ ລັດວິສາຫະກິດໄຟຟ້າລາວ ໄດ້ລົງທຶນຢ່າງມະຫາສານສຸມໃສ່ວຽກ ງານກໍ່ສ້າງລະບົບສາຍສົ່ງ-ສະຖານີໄຟຟ້າ ແຮງສູງ ແລະ ແຫຼ່ງຜະລິດ ຈໍານວນໜຶ່ງ ເປັນຂອງຕົນເອງ ເພື່ອຮັບໃຊ້ການສະໜອງພາຍໃນໃຫ້ພຽງພໍ.
ສ່ວນວ່າລະບົບຈໍາໜ່າຍໄຟຟ້າທົ່ວປະເທດ ແມ່ນບໍ່ໄດ້ຮັບການລົງທຶນພັດທະນາເປັນໂຄງການ ມີແຕ່ນໍາໃຊ້ງົບປະມານບໍລິຫານ ປະຈໍາປີ ຟຟລ ເຂົ້າໃນການບໍາລຸງຮັກສາ ແລະ ສ້ອມແປງ;ສະພາບລະບົບຕາຂ່າຍໄຟຟ້າ ມີຄວາມຍາວໄກ (ເກີນມາດຕະຖານກໍານົດ) ລະບົບເກົ່າແກ່ເຊື່ອມໂຊມ, ເປ່ເພຕາມອາຍຸການ. ກົງກັນຂ້າມ ປະລິມານຄວາມຕ້ອງການຊົມໃຊ້ໄຟຟ້າ ພັດມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະປີນີ້ ໄດ້ເພີ່ມຂຶ້ນແບບກ້າວກະໂດດ (ສະເພາະນະ ຄອນຫຼວງວຽງຈັນເພີ່ມຂຶ້ນ 28%), ເນື່ອງຈາກສະພາບການຂອງໂລກຮ້ອນຜິດປົກກະຕິ, ສະພາບການ ແລະ ລາຄານໍ້າມັນເຊື້ອໄຟ ບໍ່ປົກກະຕິ ເຮັດໃຫ້ປະຊາຊົນ ຫັນມາຊົມໃຊ້ລົດໄຟຟ້າ ປ່ຽນແທນລົດ ທີ່ນໍາໃຊ້ນໍ້າມັນ ຕາມແນວທາງຂອງ ລັດຖະບານ ເຊິ່ງເຫັນວ່າຕົວເລກ ມີທ່າເພີ່ມຂຶ້ນ ຈາກສະຖິຕິການນໍາເຂົ້າລົດໄຟຟ້າ ແຕ່ປີ 2019-2023 ມີທັງໝົດຫຼາຍກວ່າ 5.000 ຄັນ ແລະ ຄາດ ຄະເນ ຈະເພີ່ມຂຶ້ນປະມານ 15.000 ຄັນ ໃນປີ 2030.
ໃນໄລຍະ ທີ່ມີການຊົມໃຊ້ໄຟຟ້າຫຼາຍຈະເຮັດໃຫ້ລະບົບຈໍາໜ່າຍຈຸດບໍລິເວນນັ້ນ ແລະ ເຂດໃກ້ຄຽງ ເກີດມີບັນຫາແຮງດັນຕົກ ຫຼື ໄຟຟ້າບໍ່ພຽງພໍ ເຊິ່ງເປັນສິ່ງທ້າທາຍໜຶ່ງ ຕໍ່ກັບລະບົບຈໍາໜ່າຍໄຟຟ້າຂອງ ຟຟລ ກໍລະນີການເພີ່ມຂຶ້ນຂອງ ເຄື່ອງປັບອາກາດ ແລະ ການນໍາໃຊ້ເຄື່ອງສາກ ໃນເວລາດຽວກັນ ຈະສົ່ງຜົນກະທົບ ຕໍ່ລະ ບົບຈໍາໜ່າຍພາກທີ່ຢູ່ອາໄສ ຖ້າຫາກການສາກລົດໄຟຟ້າ EV ຈໍານວນຫຼາຍ ຈະເຮັດໃຫ້ການຊົມໃຊ້ກໍາລັງໝໍ້ແປງເຕັມ ຫຼື ເກີນກໍາລັງ ທີ່ຈະຈ່າຍໄຟໃຫ້ໄດ້ (Over Load) ແລະ ບັນຫາການຕິດຕັ້ງສາຍເກາະຫ້ອຍໂທລະຄົມ ແລະ ບັນດາອຸປະກອນສື່ສານຕ່າງໆໃສ່ເສົາຕາຂ່າຍໄຟຟ້າເປັນຈຳນວນຫຼາຍ ສ່ຽງຕໍ່ເສົາຫັກ-ເສົາລົ້ມ ແລະ ການຕິດຕັ້ງ ທີ່ຂາດການບໍລິຫານຈັດການທີ່ດີ ກໍ່ອາດມີຄວາມສ່ຽງ ຕໍ່ເຫດອັກຄີໄພຕ່າງໆເກີດຂຶ້ນ ດັ່ງທີ່ພົບເຫັນໃນປັດຈຸບັນ.
ພາຍຸລະດູຮ້ອນໃນອາທິດຜ່ານມາ ເຮັດໃຫ້ຝົນຕົກ, ຟ້າຮ້ອງ, ຟ້າຜ່າ, ລົມແຮງ ພັດເອົາວັດຖຸ ແລະ ສິ່ງປຸກສ້າງຕ່າງໆໄປພາດສາຍໄຟ ກໍ່ເປັນເຫດໃຫ້ ສາຍໄຟຂາດ, ເສົາໄຟຫັກ, ດອກກັນໄຟແຕກ ຈິ່ງເຮັດໃຫ້ລະບົບໄຟໄດ້ຮັບຄວາມເສຍຫາຍເປ່ເພ; ນອກຈາກນັ້ນ, ອຸບັດເຫດ ທີ່ເກີດຈາກລົດຕໍາເສົາໄຟ, ຕົ້ນໄມ້ລົ້ມ/ຫັກທັບສາຍໄຟ, ເສົາໄຟລົ້ມ, ສາຍໄຟຂາດ, ໝໍ້ແປງລະເບີດ ກໍ່ເປັນອີກສເຫດ ທີ່ລະບົບໄຟຟ້າຖືກຕັດແບບອັດຕະໂນມັດ.
ລັດວິສາຫະກິດໄຟ ຟ້າລາວ ກໍບໍ່ໄດ້ນິ້ງນອນໃຈ ຕໍ່ກັບເຫດ ການທີ່ເກີດຂຶ້ນ ເພື່ອໃຫ້ການບໍລິການໄຟຟ້າແກ່ສັງຄົມໄດ້ຢ່າງຕໍ່ເນື່ອງ ແລະ ແກ້ໄຂໃຫ້ທັນກັບເຫດການ ເຊັ່ນ: ການເສີມ ແລະ ຍົກກຳລັງໝໍ້ແປງໄຟຟ້າ, ການປ່ຽນຖ່າຍສາຍໄຟຈາກນ້ອຍເປັນໃຫຍ່ ຂອງຝ່າຍປະຕິບັດການໄຟຟ້າພາກກາງ ທີ່ຄຸ້ມຄອງ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ຄື: ໃນລະຫວ່າງເດືອນ 2-5/ 2024 ຕິດຕັ້ງໝໍ້ແປງເສີມ 59 ໜ່ວຍ ມີກໍາລັງຕິດຕັ້ງ 6.450 ກິໂລໂວນອໍາແປ, ສັບປ່ຽນໝໍ້ແປງ ຈໍານວນ 34 ໜ່ວຍ ມີກໍາລັງຕິດຕັ້ງ 24.445 ກິໂລໂວນອໍາແປ ແລະ ຍົກກໍາລັງໝໍ້ແປງ 68 ໜ່ວຍ ມີກໍາລັງຕິດຕັ້ງ 14.625 ກິໂລໂວນອໍາແປ.
ເຖິງວ່າ ມີການເສີມ ແລະ ຍົກກຳລັງໝໍ້ແປງໄຟຟ້າກໍຕາມ ການເກີດເຫດສຸກເສີນ ແລະ ອຸບັດເຫດທາງລະບົບໄຟຟ້າເຊັ່ນ: ໝໍ້ແປງໄຟຟ້າລະເບີດຫຼາຍໜ່ວຍພ້ອມກັນເນື່ອງມາຈາກການໃຊ້ໄຟຟ້າເກີນກຳລັງໝໍ້ແປງ ແລະ ເສົາໄຟຫັກ/ລົ້ມ, ສາຍໄຟຂາດ ຍ້ອນພະຍຸ. ເຫດການເຫຼົ່ານີ້ ເຮັດໃຫ້ມີຜົນກະທົບເປັນວົງກວ້າງ ປະກອບກັບ ເຄື່ອງມືສ້ອມແປງ, ອຸປະກອນປ່ຽນຖ່າຍ, ພາຫະນະຮັບໃຊ້ ແລະ ອ້າຍນ້ອງພະນັກງານວິຊາການ ມີຂີດຈຳກັດ ຈິ່ງໄດ້ລະດົມກຳລັງຈາກພື້ນທີ່ອື່ນ ທີ່ບໍ່ໄດ້ຮັບຜົນກະທົບເຂົ້າຊ່ວຍກັນ ຊຶ່ງຕ້ອງໃຊ້ເວລາໃນການແກ້ໄຂ; ສະນັ້ນ, ຂໍໃຫ້ສັງຄົມໄດ້ຮັບຊາບ ເຂົ້າໃຈ ແລະ ໃຫ້ອະໄພ ຕໍ່ເຫດການສະໜອງໄຟຟ້າບໍ່ໄດ້ ຕາມປົກ ກະຕິນີ້ດ້ວຍ.
ລັດວິສາຫະກິດໄຟຟ້າລາວ ມີສູນບັນ ຊາລະບົບໄຟຟ້າ, ສູນບໍລິການ Call center 1199 ຮັບແຈ້ງເຫດ ແລະສູນບໍລິການສ້ອມ ແປງໄຟຟ້າປະຈໍາເມືອງ ມີ ພະນັກງານ-ວິຊາ ການ ຄອຍບໍລິການແກ້ໄຂສ້ອມແປງໄຟຕົກໄຟມອດຕະຫຼອດ 24 ຊົ່ວໂມງ ເພື່ອພໍ່ແມ່ພີ່ນ້ອງປະຊາຊົນໄດ້ມີໄຟຟ້າໃຊ້.