ໄທ ໝັ່ນໃຈການສົ່ງອອກໝົດປີຈະເຕີບໂຕ 1 – 2% ເຖິງວ່າໄຕມາດທຳອິດຕິດລົບ

25

ສະພາຜູ້ສົ່ງສິນຄ້າທາງເຮືອແຫ່ງປະເທດໄທ ໝັ້ນໃຈໝົດປີນີ້ ການສົ່ງອອກຈະຂະຫຍາຍຕົວ 1-2% ເຖິງວ່າໄຕມາດທຳອິດຂອງປີຈະຕິດລົບ0,2% ໂດຍເຊື່ອວ່າການສົ່ງອອກສິນຄ້າສຳຄັນຂອງໄທຍັງໄປໄດ້ດີ.
ຕາມການລາຍງານຂອງໜັງສືພິມກຸງເທບທຸລະກິດຂອງໄທໃຫ້ຮູ້ວ່າ: ທ່ານ ໄຊຊານ ຈະເລີນສຸກ ປະທານສະພາຜູ້ສົ່ງສິນຄ້າທາງເຮືອແຫ່ງປະເທດໄທ ຫລື ສຮທ ເປີດເຜີຍວ່າ:ການສົ່ງອອກຂອງໄທເດືອນມີນາປີ2024 ມີມູນຄ່າ24,9ຕື້ໂດລາສະຫະລັດ ຕິດລົບ10,9% ເຮັດໃຫ້ຍອດລວມການສົ່ງອອກໃນໄຕມາດທຳອິດຂອງປີມີມູນຄ່າ70,9ຕື້ກວ່າໂດລາສະຫະລັດຕິດລົບ 0,2% ຈົນເຮັດໃຫ້ຫຼາຍຝ່າຍສະແດງ ຄວາມກັງວົນຕໍ່ການສົ່ງອອກຂອງໄທ.
ຢ່າງໃດກໍຕາມທ່ານເບິ່ງວ່າ: ແຕ່ຫາກມາວິເຄາະລົງເລິກການສົ່ງອອກຂອງໄທ ເມື່ອຫັກຄຳແລະ ນໍ້າມັນ ພົບວ່າໄຕມາດ1ຍັງຂະຫຍາຍຕົວ1,3% ໂດຍສິນຄ້າສຳຄັນຂອງໄທໃນກຸ່ມອາຫານ, ອຸດສາຫະກຳອາຫານ ແລະ ອຸດສາຫະກຳ ຍັງໄປໄດ້ດີ.
ສະພາຜູ້ສົ່ງສິນຄ້າທາງເຮືອແຫ່ງປະເທດໄທ ຍັງໝັ້ນໃຈວ່າການສົ່ງອອກຂອງປະເທດ ຍັງຂັບເຄື່ອນໄດ້ ໂດຍຍັງຮັກສາເປົ້າໝາຍການສົ່ງອອກໝົດປີໄວ້ທີ1-2% ມູນຄ່າສະເລ່ຍ287,4 ຫາ 291,6ຕື້ໂດລາສະຫະລັດ.
ໃນນີ້ສິນຄ້າໃນກຸ່ມອາຫານຄາດວ່າຈະຂະຫຍາຍຕົວ2-3% ຈາກທ່າອ່ຽງ ຄວາມຕ້ອງຫານໃນຕະຫຼາດໃໝ່ ເຊັ່ນຕາເວັນອອກກາງ; ຂະນະທີ່ສິນຄ້າອຸດສາຫະກຳ ທັງຍານພາຫະນະຈະຂະຫຍາຍຕົວ2-3%, ເຄື່ອງໃຊ້ໄຟຟ້າແລະອີເລັກໂຕຣ ນິກ ຈະຂະຫຍຍຕົວໄດ້5%, ພາສຕິກ ແລະເຄມີພັນຈະຂະຫຍາຍຕົວໄດ້ 2-2,5%.
ຢ່າງໃດກໍຕາມທ່ານກໍຍັງເບິ່ງປັດໄຈລົບດ້ານຄວາມຂັດແຍ່ງພູມສາດການເມືອງ ຢູ່ຕາເວັນອອກກາງທີ່ແກ່ຍາວ ອາດຂະຫຍາຍວົງໄປສູ່ປະເທດອື່ນໆ; ນອກນັ້ນຍັງມີຄງວາມກັງວົນເລື່ອງຕົ້ນທຶນການຜະລິດ ຈາກການປັບຄ່າແຮງງານຂັ້ນຕໍ່ຂຶ້ນເປັນ400ບາດຕໍ່ວັນ ແລະບັນຫາໄຟແຫ້ງແລ້ງທີ່ສົ່ງຜົນກະທົບຕໍ່ຜະລິດຕະພັນກະສິກຳ.