ພັດທະນາເຄື່ອງຫັດຖະກຳຈັກສານມາເກືອບ 20 ປີ ຈົນໄດ້ຮັບກາໝາຍໂອດ໊ອບ

327

ກຸ່ມຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຮັບການພັດທະນາມາເກືອບ 2 ທົດສະວັດ ສາມາດສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນບ້ານ ກໍຄືສະມາຊິກ 39 ຄອບຄົວ ປັດຈຸບັນຜະລິດຕະພັນຂອງກຸ່ມໄດ້ຮັບກາໝາຍໂອດ໊ອບແລ້ວ.

ພິທີປະກາດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໊ອບ ) ໃຫ້ກຸ່ມຫັດຖະກໍາຈັກສານຫວາຍ ແລະ ໄມ້ປ່ອງ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2020 ຜ່ານມາ ທີ່ສະໂມສອນຂອງເມືອງລະຄອນເພັງ ໂດຍການເຂົ້າຮ່ວມຂອງ ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງລະຄອນເພັງ, ມີທ່ານຮອງເຈົ້າເມືອງ, ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ສະມາຊິກກຸ່ມຫັດຖະກຳ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົມມາ ສໍແກ້ວມະນີ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງລະຄອນເພັງ ໃຫ້ຮູ້ວ່າ: ກຸ່ມຫັດຖະກຳຈັກສານບ້ານແບ່ງດ່ານ ແມ່ນໄດ້ສ້າງຂຶ້ນມາເປັນໄລຍະເກືອບ 2 ທົດສະວັດ ນັບແຕ່ປີ 1979 ເປັນຕົ້ນມາ. ໃນເວລານັ້ນ, ມີພຽງພໍ່ແມ່ເຖົ້າແກ່ພາຍໃນບ້ານເຮັດຈັກສານອຸປະກອນຮັບໃຊ້ພາຍໃນຄອບຄົວເທົ່ານັ້ນ ເປັນຕົ້ນ: ສານຕິບເຂົ້າ, ຫວດ, ມວຍໜຶ້ງເຂົ້າ, ກະບຸງ, ກະຕ່າ, ກະຕັງ, ກະພາ, ກະດົ້ງ, ຂ້ອງ, ສ້ອນ, ໄຊ ແລະ ອື່ນໆ ເຊິ່ງເຮັດດ້ວຍໄມ້ໃຜ່, ໄມ້ປ່ອງ ແລະ ຫວາຍ ໂດຍນຳໃຊ້ວັດຖຸດິບຈາກທຳມະຊາດ. ເບື້ອງຕົ້ນກໍມີການຈັກສານຜະລິດພຽງແຕ່ຮັບໃຊ້ພາຍໃນຄອບຄົວໃຜລາວ, ແລກປ່ຽນເຂົ້າປາອາຫານ ແລະ ຂາຍໃນວົງແຄບ ໂດຍວາງຈຳໜ່າຍຕໍ່ໜ້າເຮືອນຂອງໃຜລາວ ແລະ ຍັງບໍ່ທັນສ້າງເປັນກຸ່ມເທື່ອ ແຕ່ດ້ວຍສີໄມ້ລາຍມືອັນປານິດ ແລະ ເປັນເອກະລັກເຮັດໃຫ້ມີຊື່ສຽງກວ້າງອອກ ແລະ ມາຮອດປີ 1996 ໄດ້ສ້າງກຸ່ມຂຶ້ນ ໂດຍເລືອກເອົາ ແມ່ ສີ ເປັນຫົວໜ້າກຸ່ມ ມີສະມາຊິກກຸ່ມ 12 ຄອບຄົວ.

ປີ 2009 ຫາ 2010 ທາງເມືອງລະຄອນເພັງ ໄດ້ຮັບການຊ່ວຍເຫຼືອກັບໂຄງການຍີ່ປຸ່ນ ເຊິ່ງເອີ້ນວ່າ ໂອດ໊ອບ ປະກອບມີ 25 ຄອບຄົວ ໂດຍນຳໃຊ້ຕົ້ນທຶນ ແລະ ມີມືແຮງງານ ເພື່ອເຮັດໃຫ້ຜະລິດຕະພັນຫຼາກຫຼາຍຂຶ້ນ.

ປີ 2013 ໄດ້ມີການເລືອກຕັ້ງປະທານກຸ່ມໃໝ່ ເຊິ່ງ ແມ່ ຖາ ໄດ້ຖືກເລືອກເປັນປະທານກຸ່ມ ແລະ ຕົກມາປີ 2018 ໄດ້ມີການປັບປຸງຄືນໃໝ່ ເຊິ່ງກອງປະຊຸມໄດ້ເລືອກເອົາ ນາງ ລັດດາວັນ ເປັນປະທານກຸ່ມ ຈົນມາຮອດປັດຈຸບັນມີສະມາຊິກ ຈຳນວນ 39 ຄອບຄົວ ໂດຍການລວມຕົວກັນຂອງປະຊາຊົນໃນທ້ອງຖິ່ນ ໂດຍມີການຝຶກອົບຮົມດ້ານສີມືແຮງງານ, ດ້ານການບໍລິຫານຈັດການ ແລະ ໄດ້ກໍ່ສ້າງສູນວາງສະແດງສິນຄ້າຫັດຖະກຳຈັກສານຂຶ້ນ 1 ຫຼັງ ຮູບຊົງລາວ, ມຸງຫຍ້າມູນຄ່າການກໍ່ສ້າງ 63 ລ້ານກວ່າກີບ ເພື່ອເປັນບ່ອນວາງຈຳໜ່າຍສິນຄ້າ ສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ ກໍຄືບັນດາສະມາຊິກໃຫ້ດີຂຶ້ນເທື່ອລະກ້າວ, ນຳພາຄອບຄົວຫຼຸດພົ້ນອອກຈາກ ຄວາມທຸກຍາກເຮັດໃຫ້ຊີວິດການເປັນຢູ່ນັບມື້ດີຂຶ້ນ.

ສຳລັບຫັດຖະກຳຈັກສານຂອງກຸ່ມຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ທີ່ໄດ້ຮັບນາມມະຍົດໃນຄັ້ງນີ້ ປະກອບມີ 6 ລາຍການ ເປັນຕົ້ນ: ກະໂຕກ, ກະຕ່າຂັນໝາກ, ຂັນຕັກບາດ, ໂຖດອກໄມ້, ຖາດວາງຈອກ ແລະ ກ່ອງໃສ່ອຸປະກອນການຂຽນ.

ພ້ອມດຽວກັນນີ້, ກໍໄດ້ມອບໃບອະນຸຍາດນຳໃຊ້ກາໝາຍ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ ໃຫ້ກຸ່ມຈັກສານຫວາຍ ແລະ ໄມ້ປ່ອງ ກ່າວມອບໂດຍ ທ່ານ ສົມໃຈ ອຸ່ນຈິດ ເຈົ້າເມືອງລະຄອນເພັງ ກ່າວຮັບແມ່ນຕາງໜ້າກຸ່ມຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ບ້ານແບ່ງດ່ານ.

[ ເນື້ອໃນ – ຮູບໂດຍ: ຂ່າວເມືອງລະຄອນເພັງ ][ ຮຽບຮຽງ: ສັນຕິ ]