ທໍາລາຍເສດສົງຄາມ ຢູ່ເຂດທໍາການຜະລິດຂອງປະຊາຊົນເມືອງຕະໂອ້ຍ

100

ໃນວັນທີ 24 ສິງຫາ 2020 ຄະນະນຳຂັ້ນແຂວງພ້ອມດ້ວຍທີມງານຂັ້ນເມືອງລົງທຳລາຍເສດສົງຄາມທີ່ຍັງບໍ່ທັນແຕກຢູ່ທີ່ບ້ານຕຸແຕງ, ເມືອງຕະໂອ້ຍ ແຂວງສາລະວັນ ນຳທີມ ໂດຍ ທ່ານ ຄຳຕາ ໂຮ່ຊົງເລື່ອງ ຫົວໜ້າພະແນກ ຮສສ ແຂວງສາລະວັນ, ທ່ານ ເພັດສະໝອນ ຫຼວງລາດ ຮອງເຈົ້າເມືອງເມືອງຕະໂອ້ຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງການລົງມາຄັ້ງນີ້ ແມ່ນເພື່ອທຳລາຍເສດສົງຄາມທີ່ຍັງບໍ່ທັນແຕກຈຳນວນ 1 ໜ່ວຍ ປະເພດລູກໂບມ ມີເນື້ອທີ່ກວ່າ 2 ເຮັກຕາ ຢູ່ເຂດທຳການຜະລິດປະເພດມັນຕົ້ນ ຂອງປະຊາຊົນບ້ານຕຸງແຕງ ເພື່ອໃຫ້ອໍານວຍຄວາມສະດວກ ແລະ ຮັບປະກັນໄດ້ຄວາມປອດໄພແກ່ເຂົາເຈົ້າໃນການທຳມາຫາກິນ. ແຕ່ທັງນີ້ທັງນັ້ນ ພະນັກງານທີ່ກ່ຽວຂ້ອງຍັງເຜີຍວ່າ ໃນປັດຈຸບັນທີມງານໄດ້ມີແຜນງານທີ່ຈະສຳຫຼວດພື້ນທີ່ດັ່ງກ່າວຕື່ມ ວ່າຍັງເຫຼືອອີກຫຼາຍສໍ່າໃດ.

ໃນໂອກາດດຽວກັນ ທ່ານ ເພັດສະໝອນ ຫຼວງລາດ ກໍ່ໄດ້ ຍ້ອງຍໍຊົມເຊີຍທີມງານເກັບກູ້ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ, ເຊິ່ງມັນສະແດງໃຫ້ເຫັນເຖິງຜົນງານ ແລະ ຜົນສຳເລັດທີ່ຕາມມາ. ແຕ່ເຖິງຢ່າງໃດກໍ່ຕາມ ແຕ່ລະວຽກງານຕ້ອງໄດ້ເອົາໃຈໃສ່, ມີການວາງແຜນ, ການປະສານງານ ກັບຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນບ້ານໃຫ້ລະອຽດຂື້ນຕື່ມ ເພື່ອສະດວກໃນການລົງຈັດຕັ້ງປະຕິບັດຕົວຈິງ.

ຂໍ້ມູນຈາກ: Media Laos