ລ້ຽງໄກ່ພັນນ້ອຍຂາຍເປັນສິນຄ້າ ສາມາດເຮັດໃຫ້ຄອບຄົວພົ້ນທຸກ

283

ການລ້ຽງໄກ່ ກໍເປັນອາຊີບໜຶ່ງທີ່ປະຊາຊົນເມືອງຫຼາໃຫ້ການສົນໃຈຫຼາຍ ເພາະວ່າເປັນອາຊີບທີ່ຂ້ອນຂ້າງສະດວກ, ໃຊ້ແຮງງານໜ້ອຍ ແລະ ໃຫ້ຜົນກຳໄລດີ.

ດັ່ງຄອບຄົວຂອງ ທ່ານ ສົມສັກ ສີລາຈິດ ປະຊາຊົນບ້ານໜອງບົວ ເມືອງຫຼາ ແຂວງອຸດົມໄຊ ເປັນຄອບຄົວໜຶ່ງທີ່ຢຶດຖືເອົາການລ້ຽງໄກ່ເປັນອາຊີບ ໃຫ້ຮູ້ວ່າ: ຄອບຄົວຕົນເອງເປັນອີກຄອບຄົວໜຶ່ງທີ່ໄດ້ຢຶດເອົາອາຊີບລ້ຽງໄກ່ມາແຕ່ປີ 2009 ດ້ວຍການທົດລອງມາຫຼາຍວິທີດ້ວຍຕົນເອງມີທັງກຳໄລ ແລະ ຂາດທຶນໃນໄລຍະຜ່ານມາ.

ຫຼັງຈາກນັ້ນ, ກໍມີວິຊາການຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງເຂົ້າມາສົ່ງເສີມ ຈຶ່ງເຮັດໃຫ້ການລ້ຽງໄກ່ຖືກວິທີ ແລະ ໄດ້ຮັບຜົນດີ.
ການລ້ຽງໄກ່ຂອງຄອບຄົວ ແມ່ນອີງໃສ່ຕະຫຼາດເປັນສ່ວນໃຫຍ່ ຖ້າເດືອນໃດຫາກຕະຫຼາດຕ້ອງການໄກ່ຫຼາຍກໍຈະເພີ່ມການລ້ຽງອອກໃຫ້ຫຼາຍກວ່າເກົ່າ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງທ້ອງຕະຫຼາດ ແຕ່ກໍປາສະຈາກບໍ່ໄດ້ກັບການຂາດທຶນ ເນື່ອງຈາກເພາະພັນແຕ່ໄກ່ນ້ອຍຂາຍ. ດັ່ງນັ້ນ, ມັນຈຶ່ງອີງຕາມເງື່ອນໄຂສັ່ງຊື້ຂອງຜູ້ລ້ຽງໄກ່.

ແຕ່ຢ່າງໃດກໍຕາມ, ທ່ານ ສົມສັກ ໃຫ້ຮູ້ວ່າ: ການເພາະໄກ່ພັນຂາຍປີໜຶ່ງມີຍອດຂາຍ ປະມານ 30 ພັນກວ່າໂຕ ເຊິ່ງເລີ່ມແຕ່ລາຄາ 8 ພັນກີບຂຶ້ນ ແລະ ປີ 2020 ນີ້ ອາດມີທ່າອ່ຽງດີແດ່ ເພາະວ່າເປັນໄລຍະພະຍາດໂຄວິດ – 19 ເຊິ່ງລັດຖະບານໄດ້ມີມາດຕະການປິດດ່ານເຮັດໃຫ້ການນໍາເຂົ້າໄກ່ຈາກຕ່າງປະເທດຫຼຸດລົງ ຈຶ່ງສົ່ງຜົນໃຫ້ກິດຈະການພາຍໃນມີກຳໄລດີ.

ນອກຈາກອາຊີບລ້ຽງໄກ່ພັນແລ້ວ ພາຍໃນຄອບຄົວຍັງໄດ້ໄດ້ສຸມໃສ່ການລ້ຽງເປັດ, ໄກ່ລາດ ແລະ ປູກພືດຕາມລະດູການ ໂດຍສະເພາະແມ່ນເຮັດນາປີ, ນາແຊງ, ປູກໝາກເຜັດ, ໝາກເຂືອ ແລະ ພືດຜັກອື່ນໆ ເພື່ອເປັນລາຍໄດ້ເສີມເຂົ້າໃນຄອບຄົວ.

ຜ່ານການຈັດຕັ້ງປະຕິບັດການລ້ຽງໄກ່ ເພື່ອຂາຍແນວພັນນີ້ເປັນເວລາຫຼາຍປີ ແມ່ນສາມາດສ້າງລາຍຮັບໃຫ້ຄອບຄົວຫຼາຍສົມຄວນ ເຮັດໃຫ້ຄອບຄົວມີຖານະທີ່ດີຂຶ້ນ, ມີເຮືອນຢູ່ຖາວອນ, ມີລົດໃຫຍ່ຮັບໃຊ້ຄອບຄົວ ແລະ ສາມາດສົ່ງລູກຮຽນຈົນຈົບວິຊາຊີບ. ພ້ອມນີ້ຍັງມີເງິນຊື້ດິນນາ, ດິນສວນ ແລະ ແຮໄວ້ໃນເວລາເຈັບເປັນຕື່ມອີກ.

ນອກຈາກນີ້, ທ່ານ ສົມສັກ ຍັງໃຫ້ຮູ້ຕື່ມອີກວ່າ ການລ້ຽງໄກ່ພັນນ້ອຍຂາຍນີ້ມັນມີຄວາມສະດວກ ແລະ ຄວາມຫຍຸ້ງຍາກຢູ່ ແຕ່ກໍບໍຫຼາຍປານໃດ ເພາະວ່າຕາມເງື່ອນໄຂຂອງຕົນແລ້ວແມ່ນມີຄວາມສະດວກຫຼາຍດ້ານ ໂດຍສະເພາະແມ່ນດ້ານສະຖານທີ່ໃກ້ເຮືອນ. ສະນັ້ນ, ມັນຈຶ່ງເປັນສິ່ງທີ່ງ່າຍ ແລະ ສະດວກສະບາຍໃຫ້ແກ່ຕົນເອງ, ສຳລັບຂໍ້ຫຍຸ້ງຍາກມີພຽງເລັກໜ້ອຍ ເປັນຕົ້ນແມ່ນດ້ານການຕະຫຼາດຈຳໜ່າຍ.

[ ເນື້ອໃນ – ຮູບໂດຍ: ແສງອາທິດ ][ ຮຽບຮຽງ: ສັນຕິ ]