ພາຍຸໂນອືນທີ່ເຄື່ອນຕົວມາແຕ່ຫວຽດນາມນັບແຕ່ເຊົ້າວັນທີ 18 ກັນຍາ 2020 ໄດ້ສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ລະບົບພື້ນຖານໂຄງລ່າງຂອງປະເທດເຮົາ ແລະຍັງພາກຊີວິດຂອງປະຊາຊົນໄປອີກໜຶ່ງຄົນ ຕອນນີ້ຍັງຫາບໍ່ພົບ. ຕາມລາຍງານຈາກ ສູນຂ່າວສານແຮງງານ ແລະສະຫວັດດີການສັງຄົມໃຫ້ຮູ້ໃນເຊົ້າມື້ນີ້ວ່າ: ຜົນກະທົບຂອງພາຍຸໂນອືນ(Noul) ໄດ້ສົ່ງຜົນກະທົບແກ່ປະຊາຊົນລາວແຕ່ເໜືອເຖິງໃຕ້ ແຕ່ທີ່ເສຍຫາຍຫຼາຍປະກອບດ້ວຍ 4 ແຂວງຄືນ […]
