ລາຄາເຂົ້າໃນຕະຫຼາດຍັງສູງ

224

ທ່ານ ນາງ ບຸນຮຽງ ພົມມີໄຊ ເຈົ້າຂອງໂຮງສີເຂົ້າ ບຸນຮຽງ ( ກາດອກຈໍາປາ ) ເປີດເຜີຍວ່າ: ປັດຈຸບັນລາຄາເກັບຊື້ເຂົ້າເປືອກນໍາຊາວນາ ຢູ່ໃນລະດັບ 4.000 – 4.200 ກີບຕໍ່ກິໂລ ເຊິ່ງເຫັນວ່າຍັງສູງຖ້າທຽບໃສ່ໄລຍະດຽວກັນຂອງປີ 2018 ຢູ່ທີ່ 3.200 ກີບ.

ເຫດຜົນທີ່ລາຄາເຂົ້າຍັງສູງ ເພາະຄວາມຕ້ອງການເຂົ້າໃນທ້ອງຕະຫຼາດມີຫຼາຍ ເຊິ່ງລາຄາເຂົ້າແມ່ນຍັງຮັກສາໃນລະດັບບໍ່ຫຼຸດ 4 ພັນກີບຕໍ່ກິໂລມາແຕ່ເດືອນພະຈິກຜ່ານມາ ເຊິ່ງຄາດວ່າລາຄາອາດຈະຍັງສູງອີກຕໍ່ໄປໃນໄລຍະໜຶ່ງ. ທັງນີ້, ກໍຂຶ້ນກັບເຂົ້ານາແຊງຂອງປະຊາຊົນທີ່ຈະອອກໃນໄລຍະເດືອນເມສາ – ພຶດສະພາ 2020 ວ່າຈະໜ້ອຍຫຼາຍພຽງໃດ ແຕ່ທີ່ໜ້າເປັນຫ່ວງກໍແມ່ນລະດັບນໍ້າງື່ມຍິ່ງກະທົບຕໍ່ການຜະລິດເຂົ້ານາແຊງໃນເຂດລ້ອງງື່ມ. ສໍາລັບລາຄາຂາຍເຂົ້າກາດອກຈໍາປາ ( ເຂົ້າເກຣດດີ ) ໃນປັດຈຸບັນ ເປົາ   48 ກິໂລ ຂາຍໃນລາຄາ 410.000 ກີບ ຖ້າທຽບໃສ່ໄລຍະດຽວຂອງປີ 2018 ແມ່ນຂາຍໃນລະດັບ 320.000 ກີບ.

ທ່ານ ນາງ ບຸນຮຽງ ພົມມີໄຊ ກ່າວຕື່ມອີກວ່າ: ປັດຈຸບັນເຂົ້າໃນສາງຂອງຕົນມີ 400 ກວ່າໂຕນ ຖ້າທຽບໃສ່ຄວາມຕ້ອງການໝົດປີນີ້ອາດບໍ່ພຽງພໍ ( ຄວາມຕ້ອງການ 4 ພັນໂຕນ ) ແຕ່ເຖິງຢ່າງໃດກໍຕາມ, ສະພາບການເກັບຊື້ເຂົ້າຈາກຊາວນາຍັງຄົງດຳເນີນຕໍ່ໄປ.

ນາງ ຫຼຽນຄຳ ລັດດີ ເຈົ້າຂອງໂຮງສີຫຼຽນຄຳ ໄດ້ກ່າວວ່າ: ປັດຈຸບັນຊາວນາຍັງລໍເບິ່ງຈັງຫວະລາຄາເຂົ້າ ເຮັດໃຫ້ຫຼາຍຄອບຄົວຍັງບໍ່ຂາຍເຂົ້າເປືອກອອກ ເຊິ່ງເຂົາເຈົ້າຍັງຄາດຫວັງວ່າລາຄາເຂົ້າອາດຈະສູງກວ່ານີ້ຈຶ່ງຈະຂາຍ ເນື່ອງຈາກຫຼາຍທ້ອງຖິ່ນຢູ່ພາກກາງ ແລະ ພາກໃຕ້ ປະສົບໄພນໍ້າຖ້ວມກະທົບຕໍ່ຜົນຜະລິດເຂົ້າ, ບວກກັບສະພາບແຫ້ງແລ້ງ ໂດຍສະເພາະນໍ້າງື່ມແຫ້ງກະທົບຕໍ່ເນື້ອທີ່ຜະລິດນາແຊງ ຍິ່ງເຮັດໃຫ້ຊາວນາໝັ້ນໃຈວ່າລາຄາເຂົ້າຍັງຈະສູງຂຶ້ນອີກ.

ສໍາລັບລາຄາເກັບຊື້ເຂົ້າເປືອກຈາກປະຊາຊົນໃນປັດຈຸບັນແມ່ນ 4.000 – 4.100 ກີບ, ສ່ວນລາຄາເກັບຊື້ ໃນປີ 2018 ແມ່ນລະເລ່ຍ 3.000 ກີບ, ສ່ວນລາຄາຂາຍເຂົ້າສານ ເກຣດດີ ເປົາ 48 ກິໂລ ໃນປັດຈຸບັນ 420.000 ກີບ ສ່ວນລາຄາຂາຍໃນໄລຍະດຽວຂອງປີ 2018 ແມ່ນ 370.000 ກີບຕໍ່ເປົາ.

ທ້າວ ເລດ ຂາຍເຂົ້າຕະຫຼາດຫຼັກ 8 ໃຫ້ສຳພາດວ່າ: ລາຄາເຂົ້າໃນປີນີ້ເຫັນວ່າເພີ່ມຂຶ້ນຈາກປີຜ່ານມາ ເຊິ່ງລາຄາເຂົ້າເລີ່ມຂຶ້ນຕັ້ງແຕ່ທ້າຍເດືອນກັນຍາເປັນຕົ້ນມາ, ປັດຈຸບັນລາຄາເຂົ້າບ້ານໂດນ ເກຣດດີ ລາຄາ 110.000 ກີບຕໍ່ໝື່ນ; ເຂົ້າຈ້າວຫອມມະລິ 110.000 ກີບຕໍ່ໝື່ນ; ເຂົ້າໜຽວໄກ່ນ້ອຍ 100.000 ກີບຕໍ່ໝື່ນ; ເຂົ້າຈ້າວຍີ່ປຸ່ນ 70.000 ກີບຕໍ່ໝື່ນ; ເຂົ້າຈ້າວໄຮ່ 90.000 – 100.000 ກີບຕໍ່ໝື່ນ, ເຂົ້າຫອມກົ້ນດຳ 110.000 ກີບຕໍ່ໝື່ນ; ເຂົ້າຈ້າວນາປີ 95.000 ກີບຕໍ່ໝື່ນ.

[ ຂ່າວ: ພຸດຕີ້ – ກາວຊົ່ງ; ຮູບ: ສຸກສະຫວັນ ]