ຊາວສວນອຸກ! ລາຄາກາເຟຕົກຕໍ່າສຸດ ໃນຮອບ 5 ປີ

309

ລາຄາກາເຟຫຼຸດລົງເລື້ອຍໆ ໃນຮອບ 5 ປີ ໂດຍສະເພາະໃນປີນີ້ທີ່ລາຄາກາເຟກາງ ລົງເຖິງ 1.442 ໂດລາຕໍ່ໂຕນ, ກາເຟນ້ອຍ 2.247 ໂດລາຕໍ່ໂຕນ ເຊິ່ງເປັນລາຄາຕໍ່າສຸດໃນຮອບ 5 ປີ.

ສະມາຄົມກາເຟລາວ ໃຫ້ຮູ້ວ່າ: ເນື້ອທີ່ຜະລິດກາເຟລາວໃນຂອບເຂດທົ່ວປະເທດ ກວມເອົາ 11 ແຂວງ ແຕ່ 80% ຂອງເນື້ອທີ່ທໍາການຜະລິດແມ່ນເຂດພູພຽງບໍລະເວນ ເທົ່າກັບ 73.225 ເຮັກຕາ, ເນື້ອທີ່ໃຫ້ໝາກ 66.636 ເຮັກຕາ ເຮັດໃຫ້ມີການຜະລິດກາເຟສົ່ງອອກຈໍານວນຫຼາຍຕະຫຼອດມາ.

ສະເພາະສະມາຄົມກາເຟລາວ ປີ 2019 ສົ່ງອອກກາເຟໄດ້ 15.610 ໂຕນ ມູນຄ່າ 37,4 ລ້ານກວ່າໂດລາ. ແຕ່ນອກຈາກນີ້, ຍັງມີກາເຟຄ້າງສາງຢູ່ກັບກຸ່ມສະຫະກອນ ແລະ ຜູ້ປະກອບການຈໍານວນໜຶ່ງ ເປັນຕົ້ນ: ສະຫະກອນຈິງໃຈ ຍັງ 190ໂຕນ, ບໍລິສັດ ຈໍາປາສັກ ຈະເລີນການກະເສດ 5.000ໂຕນ, ບໍລິສັດ ເພັດສະຫວ່າງຮ່ວມພັດທະນາກາເຟ 1.200 ໂຕນ, ບໍລິສັດປາກຊ່ອງໄຮແລນ 400 ໂຕນ.

ສໍາລັບລາຄາກາເຟໃນປີນີ້ແມ່ນຍັງສືບຕໍ່ຕົກຕໍ່າ ເມື່ອປຽບທຽບກັບ 5 ປີຜ່ານມາ ສະເລ່ຍລາຄາສົ່ງອອກກາເຟໝາກຊ້ອມໃນປີ 2015 ກາເຟກາງ ( Robusta ) 1.686 ໂດລາຕໍ່ໂຕນ, ກາເຟນ້ອຍ ( Arabica ) 2.512 ໂດລາຕໍ່ໂຕນ; ປີ 2016 ກາເຟກາງ 1.489 ໂດລາຕໍ່ໂຕນ, ກາເຟນ້ອຍ 2.269 ໂດລາຕໍ່ໂຕນ; ປີ 2017 ກາເຟກາງ 1.849 ໂດລາຕໍ່ໂຕນ, ກາເຟນ້ອຍ 2.628 ຕໍ່ໂຕນ; ປີ 2018 ກາເຟກາງ 1.743 ໂດລາຕໍ່ໂຕນ, ກາເຟນ້ອຍ 2.553 ຕໍ່ໂຕນ. ຫຼ້າສຸດ, ປີ 2019 ລາຄາກາເຟກາງຢູ່ທີ່ 1.442 ໂດລາຕໍ່ໂຕນ, ກາເຟນ້ອຍ 2.247 ໂດລາຕໍ່ໂຕນ. ຂະນະທີ່ລາຄາເກັບຊື້ໝາກແດງຈາກປະຊາຊົນ 1.600 ຫາ 1.700 ກີບຕໍ່ກິໂລ.

ທ່ານ ສີໜຸກ ສີສົມບັດ ທີ່ປຶກສາກິດຕິມະສັກ ສະມາຄົມກາເຟລາວ ໃຫ້ສໍາພາດແກ່ທີມຂ່າວຂອງພວກເຮົາ ໃນວັນທີ 13 ພະຈິກ 2019 ວ່າ: ລາຄາກາເຟລາວ ເມື່ອທຽບກັບ 5 ປີກ່ອນ ຈາກທີ່ເຄີຍສົ່ງອອກໄດ້ໃນລາຄາ 5.000 ໂດລາຕໍ່ໂຕນ ປັດຈຸບັນໄດ້ພຽງ 2 ພັນກວ່າໂດລາຕໍ່ໂຕນເທົ່ານັ້ນ, ເນື່ອງຈາກຕ້ອງອີງຕາມລາຄາກາເຟຕະຫຼາດໂລກ ກະທົບເຖິງຊາວສວນຜູ້ຜະລິດເຮັດໃຫ້ມີລາຍໄດ້ໜ້ອຍລົງ ແຕ່ເຂົາເຈົ້າກໍຫັນໄປປູກພືດອື່ນແທນ ເປັນຕົ້ນແມ່ນມັນຕົ້ນ, ແຕ່ທີ່ກະທົບໜັກສຸດແມ່ນບັນດາຜູ້ປະກອບການ ເນື່ອງຈາກວ່າເກັບຊື້ກາເຟຈາກປະຊາຊົນມາໃນລາຄາໜຶ່ງ ແຕ່ຫຼັງຈາກເກັບຊື້ມາໄວ້ແລ້ວລາຄາກາເຟພັດຕໍ່າລົງອີກ ເຮັດໃຫ້ການຂາຍບໍ່ໄດ້ກໍາໄລ. ດັ່ງນັ້ນ, ຝາກເຖິງບັນດາຜູ້ປະກອບການທີ່ຍັງເກັບກາເຟໄວ້ລໍຖ້າລາຄາກາເຟຂຶ້ນ ໃຫ້ພ້ອມກັນຂາຍອອກໃນລາຄາປັດຈຸບັນ ເພາະຍັງບໍ່ມີຫຍັງຮັບປະກັນໄດ້ວ່າໃນຕໍ່ໜ້າລາຄາກາເຟຈະສູງຂຶ້ນອີກ.

ທ່ານ ນາງ ສີນາລາຍ ໂພທິວົງ ຜູ້ອໍານວຍການ ບໍລິສັດ ຈໍາປາສັກ ຈະເລີນການກະເສດ ກ່າວວ່າ: ປີນີ້ທາງບໍລິສັດເອງບໍ່ໄດ້ເກັບຊື້ໝາກກາເຟ ເນື່ອງຈາກຍັງມີກາເຟຄ້າງສາງຂອງປີຜ່ານມາຈໍານວນຫຼາຍພັນໂຕນ. ທັງນີ້, ກໍເພື່ອລໍຖ້າຂາຍອອກໃນລາຄາທີ່ສູງຂຶ້ນ ຈຶ່ງຕ້ອງລໍຖ້າເບິ່ງການເໜັງຕີງຂອງລາຄາກາເຟໂລກອີກກ່ອນ, ຮຽກຮ້ອງມາຍັງພາກລັດໃຫ້ເຂົ້າມາຊ່ວຍເຫຼືອກ່ຽວກັບທຶນຮອນໃນໄລຍະທີ່ລາຄາກາເຟຕົກຕໍ່າແບບນີ້ ຄວນມີນະໂຍບາຍດອກເບ້ຍຕໍ່າເຂົ້າມາຊ່ວຍເຫຼືອ.

ທ່ານ ຂວັນໃຈ ລໍວັນໄຊ ຕົວແທນກຸ່ມຜູ້ຜະລິດກາເຟ ພູຫຼວງ ເມືອງຊານໄຊ ແຂວງອັດຕະປື ໃຫ້ຮູ້ວ່າ: ກຸ່ມຜະລິດກາເຟ ຫຼຸດລົງ 1/3 ຂອງກຸ່ມຜູ້ຜະລິດ ເນື່ອງຈາກວ່າໃນໄລຍະນີ້ລາຄາກາເຟຕໍ່າລົງເລື້ອຍໆລາຍຮັບໜ້ອຍລົງ ເຮັດໃຫ້ເຂົາເຈົ້າກັບໄປປະກອບອາຊີບເກົ່າ ເປັນຕົ້ນຮັບຈ້າງທົ່ວໄປ, ຫັນປູກພືດອື່ນແທນ ຈຶ່ງຢາກຮຽກຮ້ອງພາກລັດເຂົ້າມາຊ່ວຍເຫຼືອເລື່ອງຕະຫຼາດໃຫ້ຫຼາຍຂຶ້ນ ເພື່ອຈະສາມາດຄໍ້າປະກັນເລື່ອງລາຄາກໍຄືລາຍຮັບຂອງປະຊາຊົນ. ຖ້າບໍ່ດັ່ງນັ້ນ, ປະລິມານຕົ້ນກາເຟໃນລາວເຮົາກໍອາດຈະມີຈໍານວນໜ້ອຍລົງອີກ.