ປະກາດພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ພັກຜ່ອນຮັບອຸດໜູນ-ບຳນານ

143

ໃນວັນທີ 26 ເມສາ 2024 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດພະນັກງານຫຼັກແຫ່ຼງຂັ້ນຫົວໜ້າກົມ ເຂົ້າຮັບອຸດໜູນ-ບຳນານ ຕາມກົດໝາຍພະນັກງານ-ລັດຖະກອນ. ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ສະຫາຍ ວາລະໄຊ ເລັ່ງສະຫວັດ, ກຳມະການຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາ ຄະນະພັກ-ຄະນະນຳ, ຄະນະກົມຕະຫຼອດຮອດພະນັກງານຫຼັກແຫ່ງຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 1 person and dais
ໃນພິທີ ສະຫາຍ ເກີລໍ່ ຢາງກໍ່, ກໍາມະການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ ມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 506/ຄລສພ, ລົງວັນທີ 13/12/2023 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພົມມາ ສິດເສນາ ຫົວໜ້າກົມ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສຳເລັດປະຈຳການໃນຕຳແໜ່ງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສ. ອິນໂດເນເຊຍ ແລະ ສປ. ຕີມໍແລັດສະເຕ ເຂົ້າຮັບອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.

May be an image of 5 people and dais
ໃນຕອນທ້າຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ໄດ້ມີຄຳເຫັນຕໍ່ຜູ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ພະນັກງານທີ່ເຂົ້າຮັບອຸດໜູນ-ບໍານານວ່າ: ການເຂົ້າຮັບບຳນານແມ່ນການປະຕິບັດນະໂຍບາຍຕໍ່ພະນັກງານທີ່ເຮັດການປະຕິວັດສຸດກົກສຸດປາຍ, ມີຜົນງານຕາມເງື່ອນໄຂທີ່ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ວາງອອກ ແລະ ທັງເປັນກຽດອັນສູງສົ່ງ
ໝາຍເຖິງການປະກອບສ່ວນສໍາຄັນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 39 ປີຂອງ ສະຫາຍ ພົມມາ ສິດເສນາ. ນັ້ນແມ່ນຄວາມເປັນແບບຢ່າງທີ່ພະນັກງານໜຸ່ມນ້ອຍຂອງ ຄະນະພົວພັນຕ່າງປະເທດສູນກາງພັກ ຄວນຖອດຖອນເປັນບົດຮຽນເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານການເມືອງຂອງຕົນໃນສະເພາະໜ້າ ແລະ ຍາວນານ.

May be an image of 13 people and text
ຂ່າວ-ພາບ:ຄຕພ