ຜົນກະທົບເບື້ອງຕົ້ນຈາກພາຍຸໂນອືນ ມີ6 ບ້ານ ແລະ 1 ຄົນເສຍຊີວິດຕອນນີ້ຍັງຫາບໍ່ພົບ

239

ພາຍຸໂນອືນທີ່ເຄື່ອນຕົວມາແຕ່ຫວຽດນາມນັບແຕ່ເຊົ້າວັນທີ 18 ກັນຍາ 2020 ໄດ້ສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ລະບົບພື້ນຖານໂຄງລ່າງຂອງປະເທດເຮົາ ແລະຍັງພາກຊີວິດຂອງປະຊາຊົນໄປອີກໜຶ່ງຄົນ ຕອນນີ້ຍັງຫາບໍ່ພົບ.


ຕາມລາຍງານຈາກ ສູນຂ່າວສານແຮງງານ ແລະສະຫວັດດີການສັງຄົມໃຫ້ຮູ້ໃນເຊົ້າມື້ນີ້ວ່າ: ຜົນກະທົບຂອງພາຍຸໂນອືນ(Noul) ໄດ້ສົ່ງຜົນກະທົບແກ່ປະຊາຊົນລາວແຕ່ເໜືອເຖິງໃຕ້ ແຕ່ທີ່ເສຍຫາຍຫຼາຍປະກອບດ້ວຍ 4 ແຂວງຄືນ ຈຳປາສັກ, ເຊກອງ, ຊຽງຂວາງ ແລະແຂວງສະຫວັນນະເຂດ.

ໃນນັ້ນສຳລັບແຂວງຈຳປາສັກແມ່ນເມືອງຊະນະສົມບູນມີ 2 ບ້ານທີ່ໄດ້ຮັບຜົນກະທົບ ເບື້ອງຕົ້ນໄດ້ອົບພະຍົບຜູ້ອ່ອນແອໄປຢູ່ບ່ອນປອດໄພ ຕອນນີ້ກັບສູ່ບ່ອນຢູ່ເກົ່າແລ້ວ , ແຂວງເຊກອງ 1 ບ້ານ ເສຍຊີວິດ1 ຄົນຕອນນີ້ກຳລັງຄົ້ນຫາຢູ່, ແຂວງຊຽງຂວາງ ເມືອງໜອງແຮດມີໜຶ່ງບ້ານ 6 ຄອບຄົວ, ເຮືອນເສຍຫາຍ 100% 1 ຫຼັງເສຍຫາຍບາງສ່ວນ 5 ຫຼັງ ແລະແຂວງສະຫວັນນະເຂດໜັກສຸດແມ່ນເມືອງນອງມີ 2 ບ້ານເຮືອນເສຍຫາຍ 100% ໜຶ່ງຫຼັງ, ຂົວຂາດໄປສອງບ່ອນ.