ອາທິດທີ 2 ລາວເຮົາບໍ່ພົບຜູ້ຕິດເຊື້ອ ແຕ່ໃຫ້ທຸກຄົນສືບຕໍ່ປະຕິບັດລະບຽບຢ່າງເຄັ່ງຄັດ

163

ຖືວ່າເປັນຂ່າວດີຮອບ 2 ອາທິດ ເນື່ອງຈາກມາຮອດວັນທີ 26 ເມສາ 2020 ລາວເຮົາກວດບໍ່ພົບຜູ້ຕິດເຊື້ອເພີ່ມ ແຕ່ເຖິງຈະບໍ່ມີຜູ້ຕິດເຊື້ອໃໝ່ ແຕ່ກໍ່ຂໍໃຫ້ພໍ່ແມ່ປະຊາຊົນທຸກຄົນເອົາໃຈໃສ່ສືບຕໍ່ປະຕິດບັດບັນດາກົດລະບຽບຢ່າງເຂັ້ມງວດ, ພ້ອມຮັກສາເບິ່ງແຍງສຸຂະພາບຕົນເອງ ແລະ ຮັກສາໄລຍະຫ່າງ ຫາກມີອາການຜິດປົກກະຕິໃຫ້ຮີບໄປພົບແພດ.

ໃນວັນທີ 26 ເມສາ 2020 ທີ່ກະຊວງ ສາທາລະນະສຸກໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງສເຊື້ອໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະດ້ວຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ວຽກງານຈຸດຜ່ານດ່ານ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1.683 ຄົນ, ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.083 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 02 ຄົນ ເຊິ່ງຜ່ານດ່ານສາກົນປາງມອນ ແຂວງໄຊຍະບູລີ, ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ-ຈີນ ທັງໝົດ 113 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 487 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ, ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້

ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 25 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 74 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 14 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 60 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ) ສຳລັບຜົນກວດທັງໝົດ 74 ຄົນ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 25 ເມສາ 2020 ບໍ່ມີກໍລະນີໃໝ່. ນັບແຕ່ເດືອນມັງກອນ ຮອດ ວັນທີ 25 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.735 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (14 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ໄດ້ຕິດຕາມ ມາແຕ່ວັນທີ 09 ມີນາ ຮອດ 25 ເມສາ 2020 ມີ 313 ຄົນ ທັງໝົດນີ້ໄດ້ຄົບກຳນົດ 14 ວັນແລ້ວ.


ທ່ານກ່າວຕື່ມວ່າ: ເພື່ອເປັນການສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງເຂົ້າມາ ສປປລາວ ຈາກຕ່າງປະເທດລວມທັງແຮງງານລາວທີ່ຈະມາຈາກປະເທດໄທ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງມີແຈ້ງການ ເລກທີ 507/ຫສນຍ ວັນທີ 24 ເມສາ 2020 ແລະ ແຈ້ງການຂອງຄະນະສະເພາະກິດ ເລກທີ 037/ສພກ, ລົງວັນທີ 24 ເມສາ 2020 ເຖິງເຈົ້າຄອງນະຄອນຫຼວງ ແລະ ບັນດາເຈົ້າແຂວງທົ່ວປະເທດ ໃຫ້ກະກຽມສະຖານທີ່ ຈຳກັດບໍລິເວນ ຜູ້ເດີນທາງມາຈາກຕ່າງປະເທດ ໃຫ້ຖືກຕ້ອງຕາມມາດຕະຖານການປ້ອງກັນການແຜ່ເຊື້ອ.

ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 03 ພຶດສະພາ 2020. ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານມີອາການຄ້າຍຄືໄຂ້ຫວັດ ຫຼື ອາການໄຂ້, ອາການຜິດປົກກະຕິອື່ນໆ ຂໍໃຫ້ມາກວດນໍາແພດໝໍຢູ່ໂຮງໝໍ ບໍ່ໃຫ້ຢ້ານວ່າຈະມາຕິດເຊື້ອໂຄວິດ-19 ຢູ່ໂຮງໝໍ ແຕ່ລະໂຮງໝໍມີການຈັດສັນລະບົບ ຄັດແຍກຜູ້ສົງໄສເປັນພະຍາດ COVID-19 ແລະ ຜູ້ເຈັບເປັນທົ່ວໄປອອກຈາກກັນ ເປັນເຂດໜຶ່ງສະເພາະ.