9 ເດືອນ ນັກທ່ອງທ່ຽວເຂົ້າມາລາວ ເພີ່ມຂຶ້ນ 11% ແຕ່ຍັງຕ້ອງປັບປຸງອີກຫຼາຍຂອດ

468

ນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ ໃນໄລຍະ 9 ເດືອນຂອງປີ 2019 ມີຈໍານວນ 3,4 ລ້ານເທື່ອຄົນ ເພີ່ມຂຶ້ນ 11% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສ່ວນແຜນ 3 ເດືອນທ້າຍປີວາງເປົ້າ 1 ລ້ານຄົນ. ໃນນັ້ນ, ເນັ້ນຂອດສົ່ງເສີມດ້ວຍການປັບຄ່າບໍລິການໃນສະຖານທີ່ທ່ອງທ່ຽວລົງ ແລະ ເພີ່ມສີສັນຫວັງດຶງດູດນັກທ່ອງທ່ຽວ.

ອີງຕາມສະຖິຕິຈາກກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ໃຫ້ຮູ້ວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວ ຈຳນວນ 3,4 ລ້ານຄົນ ເຊິ່ງເພີ່ມຂຶ້ນ 11% ທຽບໃສ່ປີຜ່ານມາ ( 9 ເດືອນ 2018 ມີທັງໝົດ 3.092.086 ເທື່ອຄົນ ). ໃນນັ້ນ, ນັກທ່ອງທ່ຽວຈີນ ທີ່ເຂົ້າມາລາວ ແມ່ນມີຈຳນວນເພີ່ມກ້າວກະໂດດ 26%. ພ້ອມດຽວກັນນັ້ນ, ນັກທ່ອງທ່ຽວປະເທດໃກ້ຄຽງກໍມີຈຳນວນເພີ່ມຂຶ້ນເລັກໜ້ອຍ ເຊັ່ນ: ຫວຽດນາມ ເພີ່ມຂຶ້ນ 11% ແລະ ນັກທ່ອງທ່ຽວໄທ ຫຼຸດລົງ 6%.

ສຳລັບນັກທ່ອງທ່ຽວທີ່ມາຈາກບັນດາປະເທດທີ່ພັດທະນາແລ້ວ ກໍເພີ່ມຂຶ້ນໃນບາງປະເທດ ຄື: ສະຫະລັດອາເມຣິກາ ເພີ່ມຂຶ້ນ 22%, ລາຊະອານາຈັກ ອັງກິດ 22%, ເຢຍລະມັນ ເພີ່ມຂຶ້ນ 13%. ໃນຂະນະດຽວກັນ, ນັກທ່ອງທ່ຽວຊາວຝຣັ່ງ ແມ່ນຫຼຸດລົງ 11%, ຈາກ ສ.ເກົາຫຼີ ຫຼຸດລົງ 1%, ດານມາກ 27%, ສະວິດ ຫຼຸດລົງ 11% ແລະ ນັກທ່ອງທ່ຽວຊາວຟິນແລນ ກໍຫຼຸດລົງ 28% ເຊັ່ນກັນ.

“ ໜຶ່ງໃນສາເຫດທີ່ເຮັດໃຫ້ຈຳນວນນັກທ່ອງທ່ຽວເຂົ້າມາທ່ຽວ ໃນ ສປປ ລາວ ມີຈຳນວນເພີ່ມຂຶ້ນທຽບໃສ່ປີຜ່ານມາ ແມ່ນຍ້ອນມາຈາກນະໂຍບາຍການສະໜັບສະໜູນ ແລະ ສົ່ງເສີມປີທ່ອງທ່ຽວ ລາວ – ຈີນ 2019. ພ້ອມກັນນັ້ນ ກະຊວງ ຖວທ ກໍຄືບັນດາສຳນັກງານສື່ຕ່າງໆ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດໂຄສະນາເຜີຍແຜ່, ສົ່ງເສີມປີທ່ອງທ່ຽວ ລາວ – ຈີນ ຢ່າງກວ້າງຂວາງ ເພື່ອດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວໃນລາວຫຼາຍຂຶ້ນ ”, ທ່ານ ສູນ    ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ກ່າວ.

ປັດຈຸບັນ, ເຫັນວ່າຍັງບໍ່ທັນບັນລຸຕາມແຜນງານ ເພື່ອດຶງດູດນັກທ່ອງທ່ຽວມາລາວ ໃນປີທ່ອງທ່ຽວ ລາວ – ຈີນ 2019 ທີ່ກະຊວງ ຖວທ ໄດ້ກຳນົດ 4,5 ລ້ານເທື່ອຄົນ, ແຕ່ຈຳນວນປະມານ 1 ລ້ານຄົນ ທີ່ຈະເຂົ້າມາທ່ຽວລາວ ໃນ 3 ເດືອນທ້າຍປີນີ້, ທ່ານ ສູນ ມະນີວົງ ເຊື່ອວ່າຈະສາມາດບັນລຸຕາມຕົວເລກທີ່ກຳນົດຢ່າງແນ່ນອນ ເຖິງວ່າຈະມີຫຼາຍແຫຼ່ງທ່ອງທ່ຽວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນໄລຍະຕົ້ນເດືອນກັນຍາຜ່ານມາ ແຕ່ກໍບໍ່ສາມາດກີດກັ້ນຄວາມສົນໃຈ ແລະ ດຶງດູດນັກທ່ອງທ່ຽວຕ່າງຊາດເຂົ້າມາທ່ຽວໃນບັນດາແຂວງທີ່ຖືກຜົນກະທົບເຫຼົ່ານັ້ນ.

ເພື່ອໃຫ້ສາມາດບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວເຂົ້າມາລາວ ໃນໄລຍະ 3 ເດືອນທ້າຍປີນີ້, ບັນດາແຂວງໃນຂອບເຂດທົ່ວປະເທດໄດ້ສ້າງແຜນສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວໃນແຂວງຂອງຕົນ ໂດຍການປັບຫຼຸດລາຄາບໍລິການລົງ ແລະ ທີ່ພັກຕາມສະຖານທີ່ທ່ອງທ່ຽວຕ່າງໆ. ພ້ອມກັນນັ້ນ, ບາງແຂວງກໍໄດ້ປັບປຸງສີສັນຂອງແຫຼ່ງທ່ອງທ່ຽວ ລວມເຄື່ອງຂອງທີ່ລະນຶກຕ່າງໆໃຫ້ມີສີສັນ ແລະ ສວຍງາມຂຶ້ນ, ພ້ອມທັງສະໜອງຂໍ້ມູນ – ຂ່າວສານກ່ຽວກັບແຫຼ່ງທ່ອງທ່ຽວຕ່າງໆໂດຍເນັ້ນໃສ່ສ້າງແພັກເກັດທ່ຽວ. ນອກນັ້ນ, ຕາມບັນດາດ່ານຊາຍແດນຕ່າງໆກໍໄດ້ປັບປຸງການບໍລິການ ແລະ ຝຶກອົບຮົມໃຫ້ເຈົ້າໜ້າທີ່ເພື່ອການສະໜອງຂໍ້ມູນທີ່ສຳຄັນ ແລະ ຈຳເປັນແກ່ນັກທ່ອງທ່ຽວຕ່າງຊາດທີ່ເຂົ້າມາລາວ.

ອີງຕາມສະຖິຕິຂອງກົມພັດທະນາການທ່ອງທ່ຽວ ໃນປີ 2018 ມີຈຳນວນນັກທ່ອງ  ທ່ຽວເຂົ້າມາລາວ ທັງໝົດ 4.186.432 ເທື່ອຄົນ, ສຳລັບຕົວເລກ 9 ເດືອນ ປີ 2018 ມີຈຳນວນນັກທ່ອງທ່ຽວທັງໝົດ 3.092.086 ເທື່ອຄົນ.

ຂ່າວ: ກາວຊົ່ງ