ປີ 2020 ວາງເປົ້າຜະລິດໄຟຟ້າ ໃຫ້ໄດ້ 44.148 ລ້ານກິໂລວັດໂມງ

270

ປີ 2019 ບັນດາເຂື່ອນໄຟຟ້າຫຼາຍແຫ່ງທີ່ຕັ້ງຢູ່ເຂດພາກກາງ – ພາກເໜືອ ປະສົບບັນຫາໄພແຫ້ງແລ້ງມີນ້ຳໄຫຼເຂົ້າອ່າງເກັບນ້ຳ ພຽງ 60% ຄາດຈະສາມາດຜະລິດໄຟຟ້າໄດ້ປະມານ 33.658 ລ້ານກິໂລວັດໂມງຕໍ່ປີ. ຕົກຮອດປີ 2020 ຈະສາມາດຜະລິດພະລັງງານໄຟຟ້າໃຫ້ໄດ້ທັງໝົດ 44.148 ລ້ານກິໂລວັດໂມງ ເນື່ອງຈາກເຂື່ອນສ້າງໃໝ່ ຈຳນວນ 4 ເຂື່ອນຈະສຳເລັດທ້າຍປີນີ້, ດ້ານການຈຳໜ່າຍຮອດປັດຈຸບັນໄດ້ເຊັນບົດບັນທຶກຊື້ – ຂາຍໄຟຟ້າກັບ 4 ປະເທດເພື່ອນບ້ານ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊີ້ແຈງກ່ຽວກັບສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 15 ພະຈິກ 2019 ວ່າ: ໃນປັດຈຸບັນ ສປປ ລາວ ມີແຫຼ່ງຜະລິດພະລັງງານໄຟຟ້າ ຈໍານວນ 71 ແຫ່ງ, ມີກໍາລັງຕິດຕັ້ງ 9.700 ເມກາວັດ. ປີ 2019 ຖືວ່າເປັນປີໜຶ່ງທີ່ແຫ້ງແລ້ງໃນຮອບຫຼາຍສິບປີ ເຫັນໄດ້ວ່າປະລິມານນ້ຳທີ່ໄຫຼເຂົ້າອ່າງກັກເກັບນ້ຳໄດ້ພຽງ 60% ຂອງບັນດາເຂື່ອນໄຟຟ້າເຂດພາກເໜືອ. ເຖິງແນວໃດກໍຕາມ, ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດຕາມແຜນການຜະລິດພະລັງງານໄຟຟ້າ ໃນປີ 2020 ໃຫ້ໄດ້ທັງໝົດ 44.148 ລ້ານກິໂລວັດໂມງ ລວມມູນຄ່າປະມານ 22.812 ຕື້ກີບ. ໃນນີ້, ສະໜອງໄຟຟ້າຮັບໃຊ້ພາຍໃນ ແລະ ສົ່ງອອກໃຫ້ບັນລຸຕາມແຜນການທີ່ວາງໄວ້.

ບັນດາເຂື່ອນໄຟຟ້າເຂດພາກເໜືອທີ່ສາມາດຜະລິດໄດ້ 60% ປະກອບມີ: ໂຄງການນ້ຳທາ 1, ໂຄງການເຂື່ອນໄຟຟ້ານ້ຳອູ ໄລຍະ 1, ເຂື່ອນໄຟຟ້ານ້ຳງື່ມ 2, ເຂື່ອນໄຟຟ້າເທີນຫີນບູນ. ພ້ອມດຽວກັນນີ້, ກໍຍັງມີໂຄງການທີ່ຄາດວ່າຈະສາມາດຜະລິດໄດ້ຕາມແຜນມີ 59 ໂຄງການ ແລະ ຄາດວ່າຈະຜະລິດໄດ້ທັງໝົດ 33.658 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້, ກໍຍັງມີໂຄງການທີ່ຈະສໍາເລັດໃນທ້າຍປີ 2019 ອີກ 4 ໂຄງການ: ເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ, ເຂື່ອນນໍ້າງຽບ 1, ເຂື່ອນໄຟຟ້າດອນສະໂຮງ ແລະ ເຂື່ອນໄຟຟ້າເຊປຽນ – ເຊນ້ຳນ້ອຍ ທັງ 4 ເຂື່ອນນີ້ ສາມາດຜະລິດໄດ້ 12.294 ລ້ານກິໂລວັດໂມງຕໍ່ປີ, ສັງລວມແລ້ວໃນປີ 2020 ນີ້ ຄາດວ່າຈະຜະລິດພະລັງງານໄຟຟ້າຮັບໃຊ້ພາຍໃນ ແລະ ສົ່ງອອກໄດ້ຕາມແຜນການທີ່ວາງໄວ້.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ກ່ຽວກັບແຜນການຂະຫຍາຍຕະຫຼາດຈໍາໜ່າຍໄຟຟ້າມີຢູ່ 2 ຕະຫຼາດ ຄື: 1. ຕະຫຼາດພາຍໃນ: ມາຮອດປັດຈຸບັນນີ້ການຊົມໃຊ້ໄຟຟ້າຢູ່ພາຍໃນປະເທດ 1.222 ກວ່າເມກາວັດ, ຕາມແຜນການຄາດຄະເນ ຄວາມຕ້ອງການໄຟຟ້າ ສະເລ່ຍ 7 – 8% ຕໍ່ປີ; ສ່ວນຕະຫຼາດຕ່າງປະເທດ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືພັດທະນາພະລັງງານໄຟຟ້າ ຮ່ວມກັບ ປະເທດກໍາປູເຈຍ 6 ພັນເມກາວັດ. ໃນນີ້, ໄດ້ເຊັນສັນຍາຊື້ – ຂາຍໄຟຟ້າລະ ຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກໍາປູເຈຍ ໃນການຮ່ວມມືພັດທະນາພະລັງງານ 3.215 ເມກາວັດ. ປັດຈຸບັນສົ່ງອອກແລ້ວ 20 ເມກາວັດ ຄາດໝາຍໃນປີ 2027 ຈະສົ່ງອອກໄດ້ຄົບຕາມຈໍານວນສັນຍາ.

ໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນການຊື້ – ຂາຍໄຟຟ້າຮ່ວມກັບປະເທດໄທ 9 ພັນເມກາວັດ. ໃນນີ້, ໄດ້ມີສັນຍາຊື້ – ຂາຍໄຟຟ້າ ແລະ ປັດຈຸບັນໄດ້ສົ່ງອອກແລ້ວ 5.415 ເມກາວັດ, ສືບຕໍ່ເຈລະຈາຊື້ – ຂາຍໄຟຟ້າແບບລະບົບສູ່ລະບົບ ຮອດປີ 2020 – 2030 ໃຫ້ໄດ້ຄົບ 9 ພັນເມກາວັດ ເຊິ່ງທາງລັດຖະບານໄທ ໄດ້ຢັ້ງຢືນແລ້ວວ່າຈະຊື້ພະລັງງານໄຟຟ້າຈາກ ສປປ ລາວ ໃຫ້ຄົບຈໍານວນ 9 ພັນເມກາວັດ.

ພ້ອມນັ້ນກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຊື້ – ຂາຍໄຟຟ້າ ຮ່ວມກັບ ສສ ຫວຽດນາມ 5.000 ເມກາວັດ, ໃນນີ້: ໄດ້ມີສັນຍາຊື້ – ຂາຍໄຟຟ້າ ແລະ ປັດຈຸບັນ ໄດ້ສົ່ງອອກແລ້ວ 540 ເມກາວັດ. ປັດຈຸບັນນີ້, ລັດຖະບານຫວຽດນາມ ໄດ້ມີໜັງສືຢັ້ງຢືນການຊື້ໄຟຟ້າຈາກລາວ ເຊັ່ນ: ກຸ່ມເຂື່ອນໄຟຟ້ານ້ຳຊໍາ 465 ເມກາວັດ, ກຸ່ມເຂື່ອນນ້ຳໂມ້ 505 ເມກາວັດ, ກຸ່ມເຂື່ອນພາກໃຕ້ ( ນ້ຳກົງ 2, 3 ແລະ ນ້ຳອີມູນ ) 304 ເມກາວັດ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈສຶກສາພະລັງງານໄຟຟ້າພະລັງລົມ 600 ເມກາວັດ.

ເຊັ່ນດຽວກັບຕະຫຼາດໄຟຟ້າປະເທດມຽນມາ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານໄຟຟ້າ ແລະ ການສຶກສາຄວາມເປັນໄປໄດ້ໃນການເຊື່ອມໂຍງລະບົບສາຍສົ່ງໄຟຟ້າຮ່ວມກັນ. ໄດ້ມີສັນຍາຊື້ – ຂາຍໄຟຟ້າ ແລະ ປັດຈຸບັນໄດ້ສົ່ງອອກແລ້ວ 10 ເມກາວັດ, ຮອດປີ 2020 ຈະສົ່ງເພີ່ມອີກ 20 ເມກາວັດ, ຮອດປີ 2023 ຈະສົ່ງໃຫ້ໄດ້ 100 ເມກາວັດ, ຮອດປີ 2025 ຈະສົ່ງໃຫ້ໄດ້ 300 ເມກາວັດ.

ສ່ວນຕະຫຼາດໄຟຟ້າອາຊຽນໄດ້ມີການວາງແຜນເຊື່ອມໂຍງລະບົບສາຍສົ່ງຮ່ວມກັນໃນການຊື້ – ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າຮ່ວມກັນ ເຊິ່ງ ສປປ ລາວ ເຮົາແມ່ນປະເທດທໍາອິດທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ຫຼື ການເຊື່ອມໂຍງກັບພາກພື້ນ, ໄດ້ມີສັນຍາຊື້ – ຂາຍໄຟຟ້າກັບປະເທດມາເລເຊຍ ໂດຍຜ່ານປະເທດໄທ ( ລາວ – ໄທ – ມາເລເຊຍ ) ແລະ ປັດຈຸບັນໄດ້ສົ່ງອອກແລ້ວ 100 ເມກາວັດ, ຮອດປີ 2020 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນີ້, ກໍສືບຕໍ່ເຈລະຈາຊື້ – ຂາຍກັບປະເທດສິງກະໂປ.