ໄພແຫ້ງແລ້ງແກ່ຍາວ ກະທົບການຜະລິດ

199

ເປົ້າໝາຍການຜະລິດພືດທັນຍາຫານຂອງລັດຖະບານໃນປີນີ້ອາດບໍ່ໄດ້ຕາມເປົ້າ ຫຼັງໄພແລ້ງໄດ້ແຜ່ອອກເປັນວົງກວ້າງ ກະທົບການປູກຝັງຂອງປະຊາຊົນ ເຊິ່ງເລີ່ມມາແຕ່ໄລຍະການຜະລິດເຂົ້ານາປີທີ່ຫຼາຍເຂດຂາດນໍ້າຕໍ່ເນື່ອງຈົນມາຮອດການຜະລິດລະດູແລ້ງປີນີ້ຍິ່ງໜ້າຫ່ວງ ເພາະແມ່ນໍ້າຫຼາຍສາຍເລີ່ມບົກແຫ້ງຢ່າງໄວວາ.

ໃນແຜນປີ 2019 ລັດຖະບານຈະເຮັດໃຫ້ຂະແໜງກະສິກໍາ ເພີ່ມຂຶ້ນ 2,8% ກວມເອົາ 15,3% ຂອງ GDP, ຜະລິດເຂົ້າໃຫ້ໄດ້ 4,4 ລ້ານໂຕນ, ກາເຟ 160.000 ໂຕນ, ສາລີອາຫານສັດ 1 ລ້ານໂຕນ, ມັນຕົ້ນ 2,28 ລ້ານໂຕນ ອາດມີຄວາມທ້າທາຍບໍ່ໜ້ອຍ ເນື່ອງຈາກຫຼາຍພື້ນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ທັງນໍ້າຖ້ວມຢູ່ຫຼາຍແຂວງພາກໃຕ້ ແລະ ໄພແຫ້ງແລ້ງຢູ່ບັນດາແຂວງພາກເໜືອ ສົ່ງຜົນກະທົບຕໍ່ການຜະລິດກະສິກໍາ.

ທ່ານ ນາງ ສຸດາລັດ ແກ້ວບົວລະພາ ຮອງຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ( ກປ ) ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ແຂວງຫຼວງພະບາງ ຖືກກະທົບໜັກຈາກໄພແຫ້ງແລ້ງ ເປັນຕົ້ນແມ່ນການປູກເຂົ້າໄຮ່ ໂດຍເສຍຫາຍ 7.241 ເຮັກຕາ ຈາກເນື້ອທີ່ປູກໄດ້ 26.322 ເຮັກຕາ, ສາລີແຂງເສຍຫາຍ 1.637 ເຮັກຕາ ຈາກເນື້ອທີ່ປູກຕົວຈິງ 5.399 ເຮັກຕາ, ສາລີຫວານ ເສຍຫາຍ 615 ເຮັກຕາ ຈາກເນື້ອທີ່ປູກຕົວຈິງ 3.178 ເຮັກຕາ. ນອກຈາກນີ້, ກໍຍັງມີພືດຊະນິດອື່ນອີກ ເຊັ່ນ: ໝາກງາ, ໝາກເຂືອ, ມັນຕົ້ນ.

ທ່ານ ຄໍາອາລິສອນ ເທບປັນຍາ ຫົວໜ້າຂະແໜງປູກຝັງ ພະແນກ ກປ ແຂວງວຽງຈັນ ກ່າວວ່າ: ເມືອງທີ່ກະທົບໜັກຈາກໄພແຫ້ງແລ້ງແມ່ນເມືອງຊະນະຄາມ ທີ່ມີເນື້ອທີ່ປູກເຂົ້າເສຍຫາຍ 849 ເຮັກຕາ, ເນື້ອທີ່ປູກພືດເສຍຫາຍ 869 ເຮັກຕາ ເຊິ່ງຜົນຜະລິດເສຍຫາຍຍ້ອນຂາດນໍ້າ ແລະ ຍັງມີສັດຕູພືດເຂົ້າມາທໍາລາຍອີກ. ພ້ອມດຽວກັນນັ້ນ, ປະຊາຊົນພາຍໃນແຂວງກໍກຽມພ້ອມໃສ່ລະດູການປູກນາແຊງ ໂດຍປີນີ້ຕັ້ງເປົ້າໄວ້ 8.000 ເຮັກຕາ ຫຼຸດຈາກປີຜ່ານມາ 2.000 ເຮັກຕາ ເນື່ອງຈາກສະພາບນໍ້າຂອງບົກແຫ້ງ, ສ່ວນການປູກພືດແມ່ນປະຕິບັດຕາມແຜນການປີຜ່ານມາ 22.500 ເຮັກຕາ ປັດຈຸບັນຂຸ້ນຂ້ຽວສ້ອມແປງຊົນລະປະທານທີ່ເປ່ເພ ເພື່ອກຽມສະໜອງນໍ້າໃຫ້ການຜະລິດລະດູແລ້ງນີ້ ເຊິ່ງອາດພົບບັນຫາເນື່ອງຈາກແມ່ນໍ້າຫຼາຍສາຍເລີ່ມບົກແຫ້ງລົງ ໂດຍສະເພາະແມ່ນໍ້າຂອງ.

ທ່ານ ນາງ ຄໍາເພົາ ໄຊຍະຈິດ ຫົວໜ້າຂະແໜງປູກຝັງ ພະແນກ ກປ ແຂວງຊຽງ ຂວາງ ໃຫ້ຮູ້ວ່າ: ແຂວງໄດ້ປະເຊີນໄພແຫ້ງແລ້ງໃນຕົ້ນເດືອນມິຖຸນາ ຫາ ເດືອນສິງຫາ ກະທົບຕໍ່ການປູກເຂົ້າ 289 ເຮັກຕາ ສາມາດຟື້ນຟູໄດ້ຈໍານວນໜຶ່ງ ແຕ່ເນື້ອທີ່ເສຍຫາຍຕົວຈິງແມ່ນ 167 ເຮັກຕາ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ຫົວໜ້າຂະແໜງປູກຝັງ ພະແນກ ກປ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໄພແຫ້ງແລ້ງກະທົບໜັກຕໍ່ການຜະລິດຂອງປະຊາຊົນໃນໄລຍະປັກດໍາເຂົ້ານາປີ, ບໍ່ມີນໍ້າຫຼໍ່ລ້ຽງຕົ້ນເຂົ້າ ເຊິ່ງໃນເຂດດັ່ງກ່າວກໍໄດ້ແນະນໍາໃຫ້ປະຊາຊົນໄຖດິນຄືນ ແລະ ປູກພືດຕະກຸນຖົ່ວ, ພືດອາຍຸສັ້ນໃສ່ແທນ, ສ່ວນຄາດໝາຍການຜະລິດນາແຊງປີນີ້ຕັ້ງເປົ້າໄວ້ 2.300 ເຮັກຕາ ລື່ນປີຜ່ານມາ 300 ເຮັກຕາ ເນື່ອງຈາກປີນີ້ມີການສ້ອມແປງຊົນລະປະທານທີ່ເປ່ເພສໍາເລັດເພີ່ມອີກ 1 ແຫ່ງ ຈະສາມາດສະໜອງນໍ້າໄດ້ເຕັມທີ່, ສ່ວນການປູກພືດຕັ້ງເປົ້າໄວ້ 14.591 ເຮັກຕາ, ສ່ວນໄພແລ້ງທີ່ກໍາລັງປະເຊີນຢູ່ປັດຈຸບັນນີ້ແມ່ນກະທົບໃສ່ການປູກເຂົ້າໄຮ່, ສາລີ, ມັນຕົ້ນ, ຖົ່ວດິນ, ຖົ່ວແດງ ແລະ ໝາກເຂືອ ເນື້ອທີ່ກະທົບ 2.446 ເຮັກຕາ ສ່ຽງເສຍຫາຍ 1.321 ເຮັກຕາ.

ທ່ານ ກອນໄທ ແກ້ວນະຄອນ ຮອງຫົວໜ້າພະແນກ ກປ ແຂວງຫົວພັນ ໃຫ້ຮູ້ວ່າ: ນັບແຕ່ກາງເດືອນພຶດສະພາ ຫາ ທ້າຍເດືອນກໍລະກົດ 2019 ສະພາບໄພແຫ້ງແລ້ງສົ່ງຜົນໃຫ້ຜົນລະປູກຂອງປະຊາຊົນເມືອງກວັນ ມີ 62ບ້ານ ເນື້ອທີ່ເສຍຫາຍ 1.242 ເຮັກຕາ ເພາະໃນເວລາຫວ່ານກ້າ ແລະ ປັກດໍານາເກີດໄພແຫ້ງແລ້ງບໍ່ມີຝົນຕົກເຮັດໃຫ້ເຂົ້າບໍ່ອອກ, ສ່ວນທີ່ອອກກໍຫ່ຽວຕາຍ. ຢ່າງໃດກໍຕາມ, ກໍຍັງມີເນື້ອທີ່ຈໍານວນໜຶ່ງພວມເກັບກ່ຽວຢູ່ໃນປັດຈຸບັນນີ້.

ທ່ານ ຄໍາເພົ້າ ບຸນດາລາ ຫົວໜ້າຂະແໜງປູກຝັງພະແນກ ກປ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໄພແຫ້ງແລ້ງກະທົບ 4ເມືອງ ຄື: ເມືອງຮຸນ, ເມືອງແບງ, ເມືອງປາກແບງ ແລະ ເມືອງງາ ລວມເນື້ອທີ່ 1.750 ເຮັກຕາ. ນອກຈາກ ນີ້, ໄພແລ້ງທີ່ເກີດຂຶ້ນໃນລະດູຝົນກໍກະທົບໜັກເຊັ່ນດຽວກັນ ເຊິ່ງໃນນີ້ຊົນລະປະທານຕ້ອງໄດ້ໃຊ້ຈັກສູບນໍ້າຂະໜາດນ້ອຍເຂົ້າຊ່ວຍ ລວມທັງຊົນລະປະທານທັງໝົດ 76 ໂຄງການ. ໃນນີ້, ເນື້ອທີ່ຖືກກະທົບຈາກໄພແຫ້ງແລ້ງ 1.385 ເຮັກຕາ ຈາກເນື້ອ    ທີ່ຊົນລະປະທານທັງໝົດ 2.275 ເຮັກຕາ.

ສ່ວນລະດັບນໍ້າຂອງ ແລະ ນໍ້າສາຂາໃນວັນທີ 31 ຕຸລາ 2019 ນໍ້າຂອງຢູ່ຫຼວງພະບາງ ແທກໄດ້ 8,28 ແມັດ,ແຂວງວຽງຈັນ 1,02 ແມັດ, ປາກຊັນ 3,10 ແມັດ, ທ່າແຂກ 2,60 ແມັດ, ສະຫວັນນະເຂດ 2,81 ແມັດ.

( ຂ່າວ: ພຸດຕີ້ – ເອຢິບ )