ລາຄາປານິນປັບຂຶ້ນເກີນລັດກໍານົດວອນເຈົ້າໜ້າທີ່ລົງກວດ

200

ປານິນກະຊັງ ເປັນສິນຄ້າທີ່ລັດຖະບານຄວບຄຸມ, ແຕ່ໄລຍະຕົ້ນອາທິດຜ່ານມາ ລາຄາໄດ້ປັບຂຶ້ນ 2.500 ກີບຕໍ່ກິໂລ ເຊິ່ງເປັນລາຄາທີ່ສູງກວ່າລັດກໍານົດ, ສ່ວນສາເຫດເກີດຈາກຂອດສະໜອງບໍ່ພຽງພໍກັບ ຄວາມຕ້ອງການ, ຂະນະທີ່ລາຄາຜັກບາງປະເພດກໍປັບຂຶ້ນເຊັ່ນກັນ, ສ່ວນລາຄາເຂົ້າສານປັບຂຶ້ນ 250 ກີບຕໍ່ກິໂລ.

ເອື້ອຍໃໝ່ ແມ່ຄ້າຂາຍປາ ຢູ່ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສໍາພາດໃນວັນທີ 12 ກັນຍາ 2019 ວ່າ: ລາຄາປາປັບຂຶ້ນ ເຊິ່ງປັດຈຸບັນຊື້ຈາກກະຊັງຢູ່ທີ່ 20 ພັນກີບຕໍ່ກິໂລ ຈາກລາຄາ 15 – 18 ພັນກີບຕໍ່ກິໂລ, ໃນເມື່ອກ່ອນດ້ານລາຄາຂາຍກໍຢູ່ທີ່ 23 ພັນກີບຕໍ່ກິໂລ, ແຕ່ຖ້າເປັນຕະຫຼາດນ້ອຍບ່ອນທີ່ນໍາປາມາລົງໜ້ອຍລາຄາສູງເຖິງ 25 – 27 ພັນກີບຕໍ່ກິໂລ ຍ້ອນລາຄາແພງຂຶ້ນຫຼາຍເຮັດໃຫ້ລູກຄ້າຫຼຸດລົງຈາກທີ່ເຄີຍຂາຍໄດ້ເຖິງ 200 ກິໂລຕໍ່ມື້ ແຕ່ປັດຈຸບັນໄດ້ຂາຍພຽງ 50 – 60 ກິໂລຕໍ່ມື້ ຂໍຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງລົງກວດກາລາຄາຕົວຈິງ.

ນາງ ລານີ ແມ່ຄ້າຂາຍປາ ຢູ່ຕະຫຼາດວິທະຍາເຂດດົງໂດກ ໃຫ້ຮູ້ວ່າ: ຕົນເອງຮັບຊື້ປາກະຊັງມາ 22 ພັນກີບຕໍ່ກິໂລ ຂາຍອອກ 25 ພັນກີບຕໍ່ກິໂລ, ປານິນໜອງຊື້ 20 ພັນກີບຕໍ່ກິໂລ ຂາຍ 23 ພັນກີບຕໍ່ກິໂລ, ປາດຸກ ຊື້ 18 ພັນກີບຕໍ່ກິໂລ ຂາຍ 20 ພັນກີບຕໍ່ກິໂລ.

ພ້ອມດຽວກັນນັ້ນ, ອ້າຍໂຕ່ຍ ປະຊາຊົນທີ່ລົງຊື້ສິນຄ້າໃນຕະຫຼາດບອກວ່າ: ລາຄາປາແພງຂຶ້ນຈາກແຕ່ກ່ອນເຄີຍຊື້ສູງສຸດບໍ່ເກີນ 20 ພັນກີບຕໍ່ກິໂລ, ດັ່ງນັ້ນ, ການຈັບຈ່າຍຕະຫຼາດໃນໄລຍະນີ້

ກໍຕ້ອງຫຼຸດປະລິມານລົງ, ຈາກເຄີຍບໍລິໂພກປາກໍຫັນໄປບໍລິໂພກຊີ້ນໝູແທນ ເນື່ອງຈາກລາຄາຍັງຢູ່ໃນເກນປົກກະຕິ.

ໃນຕົ້ນເດືອນເມສາ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 0704 /ອຄ.ນວ.ຄພນ ລົງວັນທີ 5 ເມສາ 2019 ເລື່ອງຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ. ໃນນັ້ນ, ໄດ້ກໍານົດລາຄາຂາຍຍ່ອຍປະເພດຊີ້ນ ດັ່ງນີ້: ລາຄາຊີ້ນໝູ ປະເພດ 1 ( ຊີ້ນກ້ອນ ແລະ ດູກຂ້າງ ) ສູງສຸດບໍ່ເກີນ 36 ພັນກີີບຕໍ່ກິໂລ, ລາຄາຊີ້ນໝູ ປະເພດ 2 ( ສາມຊັ້ນ, ຊີ້ນຕິດມັນ ) ສູງສຸດບໍ່ເກີນ 34 ພັນກີບຕໍ່ກິໂລ, ລາຄາຊີ້ນງົວ – ຄວາຍ ປະເພດ 1 ສູງສຸດບໍ່ເກີນ 75 ພັນກີບຕໍ່ກິໂລ, ລາຄາຊີ້ນງົວ – ຄວາຍປະເພດ 2 ສູງສຸດບໍ່ເກີນ 65 ພັນກີບຕໍ່ກິໂລ ແລະ ປານິນກະຊັງ ສູງສຸດບໍ່ເກີນ 20 ພັນກີບຕໍ່ກິໂລ.

ຂະນະທີ່ລາຄາສິນຄ້າປະຈໍາອາທິດທີ 9 – 13 ກັນຍາ 2019 ຢູ່ນະຄອນຫຼວງວຽງຈັນ ມີການປັບຂຶ້ນ – ລົງຕາມກົນໄກຕະຫຼາດ ອີງຕາມຂໍ້ມູນຈາກພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ( ອຄ.ນວ ) ວັນທີ 13 ກັນຍາ 2019 ໄດ້ສັງລວມລາຍລະອຽດ ລຸ່ມນີ້:

ສາເຫດທີ່ພາໃຫ້ລາຄາມີການເໜັງຕີງຂຶ້ນ ແລະ ຫຼຸດລົງ

1 ສະພາບສິນຄ້າລາຄາປະເພດຜັກ ແລະ ໝາກໄມ້ມີການເໜັງຕີງເພີ່ມຂຶ້ນ ແລະ ຫຼຸດລົງບາງລາຍການແມ່ນອີງຕາມລະດູການຜະລິດ.

2 ປານິນກະຊັງມີລາຄາສູງ ຍ້ອນເປັນໄລຍະລະດູຝົນເຮັດໃຫ້ສະພາບມີການປ່ຽນແປງຂຶ້ນລົງ ແລະ ນໍ້າຂຸ່ນເຮັດໃຫ້ນໍ້າຂາດອົກຊີແຊນບາງມື້ ເຊິ່ງເປັນສາເຫດໃຫ້ປາຕາຍ, ປາກິນອາຫານບໍ່ປົກກະຕິ, ປາໃຫຍ່ບໍ່ປົກກະຕິ, ຕົ້ນທຶນການລ້ຽງປາເພີ່ມຂຶ້ນ ເຊັ່ນ: ອັດຕາການແລກປ່ຽນເພີ່ມຂຶ້ນເຮັດໃຫ້ຫົວອາຫານປາລາຄາເພີ່ມຂຶ້ນຕາມອັດຕາການແລກປ່ຽນ, ການສະໜອງລູກປານ້ອຍຂາດມາແຕ່ເດືອນພຶດສະພາ 2019 ແລະ ການລ້ຽງປາກໍບໍ່ໄດ້ລ້ຽງເຕັມກະຊັງ ເພາະໃນໄລຍະລະດູຝົນມີຄວາມສ່ຽງໃນການລ້ຽງປາກະຊັງ.

( ຂ່າວ: ພຸດຕີ້ – ເອຢິບ )