ອະຫິວາໝູ ສ້າງຄວາມເສຍຫາຍ 15 ຕື້ ມີຫຼາຍພື້ນທີ່ສ່ຽງລະບາດຊໍ້າ

187

ນັບແຕ່ເດືອນມິຖຸນາມາຮອດປັດຈຸບັນ ການລະບາດຂອງພະຍາດອະຫິວາໝູອາຟຣິກາ ແມ່ນພົບເຖິງ 16 ແຂວງ ເຮັດໃຫ້ມີໝູຕິດເຊື້ອຕາຍເອງ ແລະ ຂ້າທໍາລາຍຖິ້ມແລ້ວຫຼາຍກວ່າ 15 ພັນໂຕ ລວມມູນຄ່າ 15 ຕື້ກີບ, ສ່ວນເຂດທີ່ເຄີຍລະບາດກໍພົບເຫັນການລະບາດຄືນອີກຮອບ.

ຂໍ້ມູນຈາກກົມລ້ຽງສັດ ແລະ ການປະມົງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ນັບແຕ່ວັນທີ 17 ມິຖຸນາ ຫາ 13 ກັນຍາ 2019 ທົ່ວປະເທດໄດ້ກວດພົບເຊື້ອພະຍາດອະຫິວາໝູອາຟຣິກາ ດ້ວຍການວິໄຈແລ້ວ 16 ແຂວງ ກວມເອົາ 51 ເມືອງ, 137 ບ້ານ, ມີໝູທັງໝົດ 31.290 ໂຕ, ຕາຍເອງ ແລະ ຂ້າທໍາລາຍ ຈໍານວນ 15.671 ໂຕ. ໃນນັ້ນ, ມີໝູຕາຍເອງ 12.124 ໂຕ, ຖືກຂ້າທໍາລາຍ 3.547 ໂຕ ໂດຍເປັນໝູໃຫຍ່ 30%, ໝູກາງ 15% ແລະ ໝູນ້ອຍ 50%, ຈໍານວນໝູທີ່ຍັງເຫຼືອແມ່ນຢູ່ພາຍໃຕ້ການເຝົ້າລະວັງຢ່າງເຄັ່ງຄັດ ຈໍານວນ 15.619 ໂຕ.

ດ້ານການປະເມີນຜົນກະທົບໃສ່ພື້ນທີ່ແມ່ນຮ້າຍແຮງທີ່ສຸດ ຖ້າທຽບໃສ່ຈໍານວນແຂວງແມ່ນແຜ່ລາມເກືອບ 100% ໂດຍພົບຢູ່ 17 ແຂວງ, ຖ້າປຽບທຽບລະດັບເມືອງແມ່ນກວມເອົາ 34% ຂອງຈໍານວນເມືອງທົ່ວປະເທດ, ແຕ່ຖ້າທຽບໃສ່ປະຊາກອນໝູທົ່ວປະເທດ 3,8 ລ້ານໂຕ ແມ່ນກະທົບພຽງ 1% ເທົ່ານັ້ນ, ສ່ວນມູນຄ່າຄວາມເສຍຫາຍຈາກຈໍານວນໝູຕາຍ ແລະ ຂ້າທໍາລາຍຖິ້ມ ຄິດເປັນ 12 ຕື້ກີບ, ມູນຄ່າສິ້ນເປືອງອື່ນໆທີ່ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວອີກ 3 ຕື້ ລວມທັງໝົດ 15 ຕື້ກີບ.

ຍິ່ງໄປກວ່ານັ້ນຜົນກະທົບທີ່ປະເມີນຄ່າບໍ່ໄດ້ ແມ່ນປະເທດລາວເຮົາໄດ້ສູນເສຍແນວພັນໝູພື້ນເມືອງທີ່ປະຊາຊົນສະສົມມາຫຼາຍປີ, ປະຊາຊົນບາງຊົນເຜົ່າຂາດຊີ້ນໝູບໍລິໂພກ ເຊິ່ງເປັນອາຫານ ແລະ ປັດໄຈສໍາຄັນໃນການປະກອບພິທີກໍາທາງຮີດຄອງປະເພນີ ເຊິ່ງຄາດວ່າຕ້ອງໃຊ້ເວລາພໍສົມຄວນໃນການຟື້ນຟູຝູງສັດໃຫ້ກັບມາຄືເກົ່າ.

ນອກຈາກນີ້, ເລີ່ມແຕ່ວັນທີ 1 – 13 ກັນຍາ 2019 ພົບການລະບາດເກີດຂຶ້ນໃໝ່ ຄື: ບ້ານຈອມຈຸກ ເມືອງຫ້ວຍຊາຍ; ບ້ານຫົວນໍ້າຄາ ເມືອງເມີງ ແຂວງບໍ່ແກ້ວ; ມີການລະບາດຄືນຢູ່ນະຄອນຫຼວງວຽງຈັນ ພົບຢູ່ບ້ານຕານມີໄຊ ເມືອງໄຊທານີ; ພົບການລະບາດຄືນຢູ່ ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ; ພົບການລະບາດຄືນຢູ່ ບ້ານບາການ້ອຍ ເມືອງຜົ້ງສາລີ ແຂວງຜົ້ງສາລີ; ພົບການລະບາດຄືນຢູ່ ບ້ານນໍ້າງິ້ວ ບ້ານນາດໍ ເມືອງແບ່ງ ແລະ ບ້ານນາໝໍ້ເໜືອ, ບ້ານພູອົມ, ພູເອືອດ ເມືອງນາໝໍ້ ແຂວງອຸດົມໄຊ; ພົບການລະບາດຄືນຢູ່ ບ້ານໜອງຄໍາ, ບ້ານປ່າຊ້າງ, ບ້ານຊຽງມູນ, ບ້ານຫົວຂົວ, ບ້ານຫ້ວຍລອງເກົ່າ ແລະ ບ້ານປ່າຕອຍ ເມືອງສິງ ແຂວງຫຼວງນໍ້າທາ; ພົບການລະບາດຄືນຢູ່ ບ້ານນາຮ້າ ແລະ ບ້ານບວມໂພ ເມືອງແອດ ແຂວງຫົວພັນ; ພົບການລະບາດຄືນຢູ່ບ້ານແດນມີໄຊ ເມືອງທ່າໂທມ ແຂວງໄຊສົມບູນ ແລະ ພົບການລະບາດຄືນຢູ່ ບ້ານນາແຈ້ງ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ.

ເຖິງຢ່າງໃດກໍຕາມ, ໃນໄລຍະຜ່ານມາຈົນເຖິງປັດຈຸບັນທຸກພາກສ່ວນທີ່ກ່ຽວຂ້ອງກໍໄດ້ອອກມາດຕະການຢ່າງເຄັ່ງຄັດໃນການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດດັ່ງກ່າວ, ແຕ່ກໍຍັງພົບການລະບາດເປັນວົງກວ້າງຢູ່ເກືອບທົ່ວປະເທດ ນັ້ນມັນສະແດງໃຫ້ເຫັນເຖິງຄວາມຮ້າຍແຮງ ແລະ ການລະບາດຢ່າງໄວວາຂອງພະຍາດນີ້ ແລະ ທີ່ສໍາຄັນ ຂໍ້ມູນຂ້າງເທິງກໍເຮັດໃຫ້ເຫັນໄດ້ວ່າໝູນ້ອຍແມ່ນມີຄວາມສ່ຽງສູງທີ່ສຸດ ກວມເອົາ 50%. ດັ່ງນັ້ນ, ຜູ້ລ້ຽງຕ້ອງເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ພ້ອມທັງປະຕິບັດຕາມຄໍາແນະນໍາ ແລະ ຂໍ້ຫ້າມຂອງວິຊາການຢ່າງເຂັ້ມງວດ.

( ຂ່າວ: ພຸຸດຕີ້ – ເອຢິບ )