ຊີ້ນໝູຍັງພຽງພໍກັບຄວາມຕ້ອງການຂອງຕະຫຼາດ

223

ນັບແຕ່ເຊື້ອພະຍາດອະຫິວາໝູອາຟຣິກາ ເລີ່ມລະບາດຢູ່ບາງເຂດຂອງ ສປປ ລາວ, ໃຊ້ເວລາບໍ່ເທົ່າໃດເດືອນພື້ນທີ່ຕິດເຊື້ອພະຍາດດັ່ງກ່າວ ໄດ້ແຜ່ຂະຫຍາຍຢ່າງໄວວາ ແລະ ເປັນວົງກວ້າງ ກວມເຖິງ 15 ແຂວງ, 42 ເມືອງ ແລະ 103 ບ້ານ ເຮັດໃຫ້ໝູຕາຍ ລວມທັງໝົດ 14.209 ໂຕ ເຊິ່ງໃນຈໍານວນໝູທີ່ຕິດເຊື້ອແລ້ວຕາຍນັ້ນ ກວມເອົາ 55% ແມ່ນໝູນ້ອຍ, ສົ່ງຜົນກະທົບຕໍ່ຜູ້ລ້ຽງໝູແບບຄອບຄົວ, ຟາມຂະໜາດນ້ອຍ ແລະ ຟາມຂະໜາດປານກາງ. ແນວໃດກໍຕາມ, ຍັງໝັ້ນໃຈ ໝູຍັງພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ.

ຈາກສະພາບການລ້ຽງໝູໃນ ສປປ ລາວ ປີ 2018 ທັງໝູລາດ ແລະ ໝູພັນ ທົ່ວປະເທດ ແມ່ນມີ 3.117.695 ໂຕ ຄວາມຕ້ອງການບໍລິໂພກແມ່ນ 618.701 ໂຕ ຫຼື ພຽງ 19,84% ຂອງຈໍານວນໝູທົ່ວປະເທດ. ໃນນັ້ນ, 6 ແຂວງພາກເໜືອ ( ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ ແລະ ໄຊຍະບູລີ ) ລ້ຽງໝູ 1.112.653 ໂຕ; ບໍລິໂພກ 346.316 ໂຕ ຫຼື 31,12% ຂອງຈໍານວນໝູພາກເໜືອ; 7 ແຂວງພາກກາງ ( ນະຄອນຫຼວງ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ) ລ້ຽງໝູ 980.477 ໂຕ; ບໍລິໂພກ 149.335 ໂຕ ຫຼື 15,23% ຂອງຈໍານວນໝູພາກກາງ ແລະ 4 ແຂວງພາກໃຕ້ ( ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ) ລ້ຽງໝູ 1.024.565 ໂຕ; ບໍລິໂພກ 123.050 ໂຕ ຫຼື 12,00% ຂອງຈໍານວນໝູພາກໃຕ້.

ທັງນີ້, ອີງຕາມຂໍ້ມູນ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ໄດ້ແຜ່ລາມຮອດ 15 ແຂວງ ( ລວມທັງນະຄອນຫຼວງວຽງຈັນ ) 42 ເມືອງ ແລະ 103 ບ້ານ, ໃນ 103 ບ້ານທີ່ເກີດພະຍາດມີການລ້ຽງໝູທັງໝົດ 25.568 ໂຕ; ຕາຍແລ້ວ 10.903 ໂຕ, ຖືກທໍາລາຍ 3.306 ໂຕ ລວມທັງຕາຍເອງ ແລະ ເອົາໄປທໍາລາຍມີ 14.209 ໂຕ ( ໝູໃຫຍ່ 30%, ກາງ 15% ແລະ ນ້ອຍ 55% ) ໝູຍັງມີຊີວິດທີ່ເປັນກຸ່ມສ່ຽງຕໍ່ການຕິດເຊື້ອ 6.379 ໂຕ ເຊິ່ງອີງຕາມສະຖິຕິເກັບກໍາປີ 2018 ເຫັນວ່າ ສປປ ລາວ ລ້ຽງໝູປະມານ 3 ລ້ານກວ່າໂຕ ບໍລິໂພກພຽງ 19,84% ຂອງຈໍານວນປະຊາກອນໝູທົ່ວປະເທດ. ໃນນັ້ນ, ການຕາຍຂອງໝູຍ້ອນເຊື້ອພະຍາດອະຫິວາໝູມີພຽງ 14.209 ໂຕ ຫຼື ເທົ່າກັບ 0,45% ຂອງປະຊາກອນໝູທົ່ວປະເທດ. ສະນັ້ນ, ຈໍານວນໝູທີ່ຕາຍຍ້ອນເຊື້ອພະຍາດດັ່ງກ່າວແມ່ນມີຈຳນວນໜ້ອຍ ຖ້າທຽບໃສ່ກັບປະຊາກອນໝູທົ່ວປະເທດໃນແຕ່ລະແຂວງທີ່ມີການລ້ຽງໝູ ເພື່ອຮອງຮັບການສະໜອງຊີ້ນໝູໃຫ້ກັບຜູ້ບໍລິໂພກ ແມ່ນເກີນຄວາມຕ້ອງການຕົວຈິງ ເຊິ່ງຕົວເລກການລ້ຽງໝູ ແລະ ການບໍລິໂພກຂອງແຕ່ລະແຂວງ ເປັນຕົ້ນແມ່ນນະຄອນຫຼວງວຽງຈັນ ມີປະຊາກອນໝູທັງໝົດປະມານ 195.915 ໂຕ ບໍລິໂພກໝູພຽງ 52.172 ໂຕ; ແຂວງຊຽງຂວາງ ມີປະຊາກອນໝູທັງໝົດ ປະມານ 134.507 ໂຕ ບໍລິໂພກໝູພຽງ 59.116 ໂຕ; ແຂວງຜົ້ງສາລີ ມີປະຊາກອນໝູທັງໝົດ ປະມານ 238.021 ໂຕ ບໍລິໂພກໝູ 29.938 ໂຕ; ແຂວງອຸດົມໄຊ ມີປະຊາກອນໝູທັງໝົດ ປະມານ 123.692 ໂຕ ບໍລິໂພກ 12.776 ໂຕ; ແຂວງຫຼວງນໍ້າທາ ມີປະຊາກອນໝູທັງ     ໝົດ ປະມານ 115.251 ໂຕ ບໍລິໂພກໝູພຽງ 5.425 ໂຕ; ແຂວງຫົວພັນ ມີປະຊາກອນໝູທັງໝົດ ປະມານ 146.799 ໂຕ ບໍລິໂພກແມ່ນ 14.300 ໂຕ.

ແນວໃດກໍຕາມ, ພະຍາດອະຫິວາໝູອາຟຣິກາ ມີຜົນກະທົບໃນລະດັບໜຶ່ງຕໍ່ເສດຖະກິດ – ສັງຄົມໃນບາງເຂດຂອງ ສປປ ລາວ ເທົ່ານັ້ນ ແລະ ຍັງອີກຫຼາຍເຂດມີ ຄວາມສ່ຽງຕິດເຊື້ອພະຍາດດັ່ງກ່າວ ເຊິ່ງພາກລັດກໍໄດ້ເອົາໃຈໃສ່ສະກັດກັ້ນດ້ວຍຫຼາຍວິທີ ເປັນຕົ້ນແມ່ນອອກແຈ້ງການໃຫ້ແຕ່ລະເຂດ, ແຂວງເອົາໃຈໃສ່ເຝົ້າລະວັງການລະບາດດ້ວຍການຫ້າມບໍ່ໃຫ້ປະຊາຊົນເຄື່ອນຍ້າຍໝູ ຫຼື ຜະລິດຕະພັນໝູທີ່ຕິດເຊື້ອພະຍາດ ຫຼື ໝູບໍ່ຕິດເຊື້ອພະຍາດອອກຈາກເຂດທີ່ມີເຊື້ອພະຍາດດັ່ງກ່າວລະບາດຢູ່ໄປເຂດອື່ນ. ນອກນັ້ນ, ຍັງມີການຈັດຝຶກອົບຮົມເຕັກນິກການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມພະຍາດ ຄື: ການທໍາລາຍຊາກສັດທີ່ຖືກຕ້ອງ, ການແຍກໝູເຈັບອອກຈາກຝູງ, ການອະນາໄມ ແລະ ການຂ້າເຊື້ອດ້ວຍຢາຂ້າເຊື້ອ. ໃນຂະນະດຽວກັນ, ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ຈັດສົ່ງພະນັກງານວິຊາການ ພ້ອມດ້ວຍອຸປະກອນ ແລະ ຢາຂ້າເຊື້ອຈໍານວນໜຶ່ງ ລົງສົມທົບກັບທ້ອງຖິ່ນ ເພື່ອປາບປາມການລະບາດໃຫ້ຫຼຸດລົງໄດ້ຫຼາຍສຸດ ເພື່ອບໍ່ໃຫ້ເຊື້ອພະຍາດດັ່ງກ່າວສົ່ງຜົນກະທົບຫຼາຍເກີນໄປຕໍ່ເສດຖະ ກິດ – ສັງຄົມໃນອະນາຄົດ.

ຂະນະທີ່ຕົວເລກການລະບາດຂອງພະຍາດອະຫິວາໝູອາຟຣິກາ ນັບແຕ່ວັນທີ 17 ມິຖຸນາ ຫາ 13 ກັນຍາ 2019 ທົ່ວປະເທດໄດ້ກວດພົບເຊື້ອດ້ວຍການວິໄຈແລ້ວ 16 ແຂວງ ກວມເອົາ 51 ເມືອງ, 137 ບ້ານ, ມີໝູທັງໝົດ 31.290 ໂຕ, ຕາຍເອງ ແລະ ຂ້າທໍາລາຍ ຈໍານວນ 15.671 ໂຕ. ໃນນັ້ນ, ມີໝູຕາຍເອງ 12.124 ໂຕ, ຖືກຂ້າທໍາລາຍ 3.547 ໂຕ ໂດຍເປັນໝູໃຫຍ່ 30%, ໝູກາງ 15% ແລະ ໝູນ້ອຍ 50%, ຈໍານວນໝູທີ່ຍັງເຫຼືອແມ່ນຢູ່ພາຍໃຕ້ການເຝົ້າລະວັງຢ່າງເຄັ່ງຄັດ ຈໍານວນ 15.619 ໂຕ. ດ້ານການປະເມີນຜົນກະທົບໃສ່ພື້ນທີ່ແມ່ນຮ້າຍແຮງທີ່ສຸດ ຖ້າທຽບໃສ່ຈໍານວນແຂວງແມ່ນແຜ່ລາມເກືອບ 100% ໂດຍພົບຢູ່ 17 ແຂວງ. ຫຼ້າສຸດວັນທີ 1 – 5 ຕຸລາ 2019 ຜ່ານມາ ການລະບາດຂອງພະຍາດອະຫິວາໝູອາຟຣິກາໄດ້ທົ່ວປະເທດແລ້ວ ເຊິ່ງລະບາດຫຼ້າສຸດທີ່ບ້ານໂຮມໄຊ ເມືອງເງິນ ແຂວງໄຊຍະບູລີ ເຈົ້າໜ້າທີ່ໄດ້ທຳລາຍໝູຖິ້ມ 154 ໂຕ ເຊິ່ງເປັນ     ແຂວງສຸດທ້າຍຂອງປະເທດທີ່ຍັງບໍ່ມີການລະບາດໃນເມື່ອກ່ອນ.

[ ໂດຍ: ສັນຕິ ]