ເປັນເຈົ້າການສົ່ງເສີມການຜະລິດ ແລະ ຊົມໃຊ້ສິນຄ້າພາຍໃນຫຼຸດຜ່ອນການນຳເຂົ້າ ສ້າງເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ

222

ສປປ ລາວ ມີໜໍ່ແໜງຜະລິດຕະພັນຫຼາຍຢ່າງທີ່ຜະລິດໄດ້, ແຕ່ຍັງຂາດການສົ່ງເສີມທີ່ດີເຮັດໃຫ້ຫຼາຍສິນຄ້າບໍ່ມີຄວາມຍືນຍົງ ແລ້ວຄ່ອຍໆຖືກສິນຄ້າທີ່ນຳເຂົ້າຈາກຕ່າງປະເທດກືນກິນ ເຮັດໃຫ້ຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດຕໍ່ເນື່ອງ ກະທົບຕໍ່ຄວາມເຂັ້ມແຂງຂອງລະບົບເສດຖະກິດແຫ່ງຊາດ.

ຕໍ່ບັນຫາດັ່ງກ່າວມາຮອດທ້າຍເດືອນກໍລະກົດ 2019 ລັດຖະບານໄດ້ຕັ້ງຄະນະສະເພາະກິດສົ່ງເສີມຜະລິດສິນຄ້າພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ ໂດຍມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ.

ອີງຕາມການຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ຄັ້ງວັນທີ 7 ຕຸລາ 2019, ມາໃນວັນທີ 18 ຕຸລາ 2019 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 1860/ຫສນຍ ເລື່ອງ: ທິດຊີ້ນຳການປຶກສາຫາລືຂອງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ພາຍໃນ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ.

ໂດບມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ນຳ ແລະ ຈັດຕັ້ງປະຕິບັດຜົນປຶກສາຫາລືຂອງຄະນະສະເພາະກິດ ສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ໄດ້ຜະລິດພາຍໃນ ແລະ ກອງຄຸ້ມຄອງນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ ຕາມການສະເໜີຂອງກະຊວງການເງິນ ຄື:

1 ໃຫ້ກຳນົດເອົາສິນຄ້າອຸປະໂພກ – ບໍລິໂພກປະຈຳວັນເປັນຈຸດສຸມຫຼັກ, ລົງເລິກຄົ້ນຄວ້າມາດຕະການນະໂຍບາຍ ແລະ ກົນໄກສົ່ງເສີມການຜະລິດ, ການຈຳໜ່າຍ ແລະ ການຄຸ້ມຄອງການນຳເຂົ້າສິນຄ້າ, ເນັ້ນໃສ່ສິນຄ້າກະສິກຳພືດຜັກ ແລະ ອຸດສາຫະກຳປຸງແຕ່ງ.

2 ໃຫ້ກຳນົດເອົານະຄອນຫຼວງວຽງຈັນ ເປັນບ່ອນທົດລອງຈັດຕັ້ງປະຕິບັດ, ສົ່ງເສີມ ແລະ ເປັນສູນກາງໃນການກະຈາຍສິນຄ້າສູ່ແຕ່ລະພາກຂອງປະເທດ.

3 ໃຫ້ກະຊວງການເງິນ, ກົມພາສີ ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກວດກາ ແລະ ສະກັດກັ້ນການລັກລອບນຳເຂົ້າສິນຄ້າຕ່າງໆ ແລະ ເກັບເປັນຂໍ້ມູນການນຳເຂົ້າໃນແຕ່ລະມື້.

4 ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງກວດກາຄືນສິນຄ້າໃດທີ່ສາມາດຜະລິດໄດ້ພາຍໃນ ແລະ ສິນຄ້າທີ່ນຳເຂົ້າ, ພ້ອມທັງໃຫ້ສົມທົບກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລກປ່ຽນຄຳຄິດຄຳເຫັນນຳພາກເອກະຊົນ ກ່ຽວກັບກົນໄກການຄຸ້ມຄອງ ແລະ ສົ່ງເສີມການຜະລິດໃຫ້ຍືນຍົງ.

5 ໃຫ້ກະຊວງການເງິນ ໃນນາມຫົວໜ້າສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ພາຍໃນ ແລະ ກອງຄຸ້ມຄອງນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ ດຳເນີນມາດຕະການຕ່າງໆທີ່ສາມາດຈັດຕັ້ງປະຕິບັດໄດ້ໄວ ໂດຍບໍ່ລໍຖ້າການກະກຽມເອກະສານຕ່າງໆອີກ ເພື່ອແນໃສ່ສ້າງຂະບວນການດັ່ງກ່າວໃນໝູ່ປະຊາຊົນໃຫ້ມີການຫັນປ່ຽນໃໝ່.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຮອງຫົວໜ້າຄະນະສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ ແລະ ຄຸ້ມຄອງການນຳເຂົ້າສິນຄ້າອຸປະໂພກ – ບໍລິໂພກ ໃຫ້ສໍາພາດຕໍ່ສື່ມວນຊົນໃນອາທິດຜ່ານມາວ່າ: ໃນໄລຍະເວລາເດືອນມິຖຸນາ ຫາ ເດືອນສິງຫາ ຜ່ານມາ ສປປ ລາວ ເຮົາພົບບັນຫາອັດຕາແລກປ່ຽນມີການເໜັງຕີງຫຼາຍ ຫຼື ເງິນກີບອ່ອນຄ່າແຮງຖ້າທຽບໃສ່ສະກຸນເງິນບາດ ແລະ ເງິນໂດລາສະຫະລັດ ເມື່ອມາກວດຄືນແລ້ວຍ້ອນພວກເຮົາມີຄວາມຕ້ອງການເງິນຕາຕ່າງປະເທດຫຼາຍເກີນໄປ ບວກກັບສະພາບການຜະລິດຢູ່ບ້ານເຮົາເຫັນວ່າມີການສະຫງັກ, ບໍ່ຕໍ່ເນື່ອງ, ຢຸດເຊົາ ແລະ ມີການນຳເຂົ້າສິນຄ້າເປັນຈຳນວນຫຼວງຫຼາຍ.

ສະນັ້ນ, ລັດຖະບານຈຶ່ງໃຫ້ບັນດາກະຊວງ, ຂະແໜງການຕົ້ນຕໍຫຼັກ ຄື: ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ  ແລະ ປ່າໄມ້ ຮ່ວມກັບການນຳນະຄອນຫຼວງວຽງຈັນ ຈັດຄະນະຊຸກຍູ້ການຜະລິດຢູ່ນະຄອນຫຼວງວຽງຈັນຂຶ້ນ.

ຜ່ານມາປະເທດເຮົາໄດ້ນຳເຂົ້າປະເພດຜັກ, ສະບຽງອາຫານ, ສິນຄ້າຕ່າງໆຈາກປະເທດເພື່ອນບ້ານມາເປັນຈຳນວນຫຼວງຫຼາຍ ເຊິ່ງບາງປະເພດເຮົາກໍສາມາດປູກ. ສະນັ້ນ, ເພື່ອເປັນການກະຕຸ້ນການຜະລິດ, ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ, ມີຕະຫຼາດພາຍໃນຮອງຮັບ ຄະນະຮັບຜິດຊອບດັ່ງກ່າວຈະເບິ່ງເລື່ອງການຄຸ້ມຄອງອັດຕາແລກປ່ຽນ, ຄວາມຕ້ອງການເງິນຕາຕ່າງປະເທດ ເຊິ່ງຈະໄດ້ຕິດຕາມເບິ່ງແລ້ວສະເລ່ຍໃນແຕ່ລະມື້, ທ່ານຮອງລັດຖະມົນຕີກ່າວ.

ກ່ອນບໍ່ທັນໄດ້ມີຄະນະສະເພາະກິດ ຈະມີການນຳເຂົ້າສິນຄ້າມາຈາກປະເທດເພື່ອນບ້ານໃນຕອນເຊົ້າ ຈະມີປະມານ 5 – 6 ຄັນລົດກະບະ 2 ໂຕນ, ໃນຕອນບ່າຍ ຫຼື ຕອນແລງ ກໍຈະມີປະມານ 14 – 15 ຄັນ ຖືວ່າຜັກຕ່າງໆແມ່ນນຳເຂົ້າມາຈາກປະເທດເພື່ອນບ້ານ. ສະນັ້ນ, ລັດຖະບານຈຶ່ງໄດ້ຕັດສິນໃຈສ້າງຕັ້ງຄະນະສະເພາະກິດນີ້ຂຶ້ນມາ ເພື່ອດຳເນີນການແກ້ໄຂກະຕຸ້ນໃຫ້ມີການຜະລິດພາຍໃນ.

ທ່ານ ສົມຈິດ ອິນທະມິດ ໃຫ້ຮູ້ວ່າ: ປັດຈຸບັນຄະນະພວກເຮົາໄດ້ມີການແບ່ງຈຸແບ່ງໜ່ວຍ ເພື່ອລົງໄປຊຸກຍູ້ການຜະລິດຂອງພໍ່ແມ່ປະຊາຊົນ ໂດຍສະເພາະເຂດເມືອງຫາດຊາຍຟອງ, ເມືອງສັງທອງ ແລະ ເມືອງໄຊທານີ ເພື່ອໃຫ້ຮູ້ວ່າສິນຄ້າທີ່ປະຊາຊົນຜະລິດໄດ້ມີຫຍັງແດ່, ສ່ວນອີກຈຸໄດ້ແຈ້ງເຕືອນສະກັດກັ້ນບໍ່ໃຫ້ມີການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ.

ທ່ານ ຄໍາເພັດ ກອງທະວີໄຊ ຫົວໜ້າໜ່ວຍງານປູກຝັງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມືອງໄຊທານີ ມີເນື້ອທີ່ການຜະລິດພືດຜັກປີ 2019 ປະມານ 3 ພັນກວ່າເຮັກຕາ. ໃນນັ້ນ, ມີທັງເນື້ອທີ່ການປູກຜັກອິນຊີ ແລະ ພືດຜັກທົ່ວໄປ, ກໍາລັງການຜະລິດພືດຜັກທົ່ວໄປສະໜອງເຂົ້າຕະຫຼາດໄດ້ ໂດຍສະເລ່ຍ 60 ໂຕນຕໍ່ເດືອນ, ສ່ວນພືດຜັກອິນຊີສະໜອງໄດ້ 1,5 ໂຕນຕໍ່ເດືອນ.

ດ້ານນັກທຸລະກິດໃຫ້ທັດສະນະວ່າ: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດແຫ່ງຊາດ ແລະ ຄຸ້ມຄອງເງິນກີບບໍ່ໃຫ້ອ່ອນຄ່າຍິ່ງຂຶ້ນນັ້ນ ຕ້ອງສຸມໃສ່ການຜະລິດພາຍໃນໃຫ້ຫຼາຍຂຶ້ນເພື່ອທົດແທນການນຳເຂົ້າ. ດັ່ງນັ້ນ, ນະໂຍບາຍ ແລະ ການລົງມືຈັດຕັ້ງປະຕິບັດເຮັດແທ້ທໍາຈິງຂອງພາກລັດ ຄືປັດໄຈສໍາຄັນທີ່ຈະກະຕຸ້ນການຜະລິດພາຍໃນ ແລະ ສ້າງໜໍ່ແໜງການຜະລິດໃຫ້ເຂັ້ມແຂງ.

ອີງຕາມຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການສົ່ງອອກໃນປີ 2018 ບັນລຸ 5.115 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 4,6%, ສ່ວນການນໍາເຂົ້າໃນປີຈະບັນລຸ 5.424 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 13,2%.

ສ່ວນການຄາດຄະເນມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປີ 2019 ຈະບັນລຸໄດ້ປະມານ 11.292 ລ້ານໂດລາສະຫະລັດ ເພີ່ມຂຶ້ນປະມານ 7,1%. ໃນນີ້, ການສົ່ງອອກຄາດວ່າຈະບັນລຸ 5.517 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 7,8% ແລະ ການນໍາເຂົ້າບັນລຸ 5.775 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 6,5%.