ລັດຖະບານ ຫຼຸດຄັງແຮນໍ້າມັນລົງ ຄຶງລາຄາບໍ່ໃຫ້ສູງຂຶ້ນຫຼາຍ

278

ລັດຖະບານໄດ້ຕັດສິນໃຈປັບຫຼຸດຄັງແຮນໍ້າມັນລົງ ລວມເຖິງກຳໄລຂາຍຍົກ ເພື່ອຄຶງລາຄານໍ້າມັນບໍ່ໃຫ້ສູງຂຶ້ນຫຼາຍ ຫຼັງຈາກທີ່ລາຄານໍ້າມັນສຳເລັດຮູບຢູ່ຕະຫຼາດສິງກະໂປ ບວກຄ່າຂົນສົ່ງມາຮອດ ສປປ ລາວ ເພີ່ມຂຶ້ນເກືອບ 8% ສຳລັບແອັດຊັງທຳມະດາ; ໂດຍປະກາດປັບຂຶ້ນລາຄານໍ້າມັນແອັດຊັງພິເສດ 460 ກີບ, ແອັດຊັງທໍາມະດາ 330 ກີບ ແລະ ກາຊວນ 160 ກີບຕໍ່ລິດ ເລີ່ມປະຕິບັດແຕ່ວັນທີ 4 ຕຸລາເປັນຕົ້ນໄປ.

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 1333/ອຄ.ກຄພນ ລົງວັນທີ 03 ຕຸລາ 2019 ມາຍັງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດ ນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃໝ່ ໃນເຂດເທສະບານແຂວງ.

ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 4 ຕຸລາ 2019 ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ; ການປັບລາຄາຄັ້ງນີ້ ແມ່ນໄດ້ປັບຫຼຸດຄັງແຮນ້ຳມັນແອັດຊັງພິເສດລົງ 400 ກີບຕໍ່ລິດ ( ຈາກ 700 ກີບຕໍ່ລິດ ລົງມາເປັນ 300 ກີບຕໍ່ລິດ ), ຄັງແຮນ້ຳມັນແອັດຊັງທໍາມະດາລົງ 220 ກີບຕໍ່ລິດ ( ຈາກ 440 ກີບຕໍ່ລິດ ລົງມາເປັນ 220 ກີບຕໍ່ລິດ ), ຄັງແຮນ້ຳມັນກາຊວນລົງ 170 ກີບຕໍ່ລິດ ( ຈາກ 590 ກີບຕໍ່ລິດ ລົງມາເປັນ 420 ກີບຕໍ່ລິດ ); ຫຼຸດກຳໄລຂາຍຍົກລົງ 10 ກີບຕໍ່ລິດຕໍ່ຊະນິດ   ( ຈາກ 130 ກີບຕໍ່ລິດ ລົງມາເປັນ 120 ກີບຕໍ່ລິດ ) ແລະ ຫຼຸດບໍລິການປ້ຳນ້ຳມັນເຊື້ອໄຟລົງ 10 ກີບຕໍ່ລິດຕໍ່ຊະນິດ ( ຈາກ 260 ກີບຕໍ່ລິດ ລົງມາເປັນ 250 ກີບຕໍ່ລິດ ).

ມາຮອດປັດຈຸບັນ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດໂລກເວົ້າລວມ, ເວົ້າສະເພາະນໍ້າມັນສໍາເລັດຮູບຕະຫຼາດສິງກະໂປ ເລີ່ມແຕ່ວັນທີ 12 – 26 ກັນຍາ 2019 ( 15 ວັນ ) ບວກຄ່າຂົນສົ່ງ, ຄ່າປະກັນໄພ ແລະ ອື່ນໆຮອດ ສປປ ລາວ ສົມທຽບກັບລາຄານໍາເຂົ້າ ( ປະຕິບັດຄັ້ງວັນທີ 19 ກັນຍາ 2019 ) ຜ່ານມາ ເຫັນວ່າລາຄານໍ້າມັນແອັດຊັງພິເສດສໍາເລັດຮູບຕະຫຼາດສິງກະໂປ ປັບຂຶ້ນ 487 ກີບຕໍ່ລິດ ຫຼື ຄິດເປັນ 10,75%, ແອັດຊັງທໍາມະດາ ປັບຂຶ້ນ 339 ກີບຕໍ່ລິດ ຫຼື ຄິດເປັນ 7,92%; ສ່ວນກາຊວນ ເພີ່ມຂຶ້ນ 242 ກີບຕໍ່ລິດ ຫຼື ຄິດເປັນ 5,14%.

ນອກຈາກນັ້ນ, ອັດຕາແລກປ່ຽນທະນາຄານ ກໍແມ່ນປັດໄຈສຳຄັນໜຶ່ງທີ່ສົ່ງຜົນກະທົບເຮັດໃຫ້ລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ ສາເຫດຍ້ອນການປ່ຽນແປງອັດຕາແລກປ່ຽນເງິນໂດລາສະຫະລັດ ມາເປັນເງິນກີບ ຈາກ 8.803 ກີບຕໍ່ໂດລາສະຫະລັດ ມາເປັນ 8.828 ກີບຕໍ່ໂດລາສະຫະລັດ ຫຼື ເພີ່ມຂຶ້ນ 25 ກີບຕໍ່ໂດລາສະຫະລັດ ( ວັນທີ 01 ຕຸລາ 2019 ).

ຕໍ່ກັບສະພາບການທີ່ກ່າວມາຂ້າງເທິງນັ້ນ, ລັດຖະບານ ກໍຄືບັນດາຂະແໜງການກ່ຽວຂ້ອງ ເປັນຕົ້ນແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ຈຶ່ງໄດ້ຮ່ວມກັນຄົ້ນ ຄວ້າ ແລະ ລາຍງານຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອສະເໜີຂໍປັບຂຶ້ນລາຄານໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ, ບົນພື້ນຖານການໃຫ້ທິດຊີ້ນຳເຫັນດີຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ( ຄັ້ງວັນທີ 01 ຕຸລາ 2019 ). ຫຼັງຈາກນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ຕາມແຈ້ງການ ເລກທີ 1333/ອຄ.ກຄພນ ລົງວັນທີ 03 ຕຸລາ 2019 ຄື: ລາຄານໍ້າມັນແອັດຊັງພິເສດ ປັບຂຶ້ນຈາກ 10.250 ກີບຕໍ່ລິດ ມາເປັນ 10.710 ກີບຕໍ່ລິດ ( ຂຶ້ນ 460 ກີບ ), ແອັດຊັງທໍາມະດາ ຈາກ 8.910 ກີບຕໍ່ລິດ ມາເປັນ 9.240 ກີບຕໍ່ລິດ ( ຂຶ້ນ 330 ກີບ ) ແລະ ກາຊວນ ປັບຂຶ້ນຈາກ 8.560 ກີບຕໍ່ລິດ ມາເປັນ 8.720 ກີບຕໍ່ລິດ ( ຂຶ້ນ 160 ກີບ ) ສະເພາະລາຄາຂາຍຍ່ອຍຈຸດນະຄອນຫຼວງວຽງຈັນ ເພື່ອບໍ່ໃຫ້ມີການປັບລາຄານໍ້າມັນເຊື້ອໄຟສູງເກີນໄປ ລັດຖະບານໄດ້ຕັດສິນໃຈຫຼຸດການເກັບຄັງແຮນ້ຳມັນເຊື້ອໄຟທຸກຊະນິດລົງ ຄື: ແອັດຊັງພິເສດ ປັບລົງ 400 ກີບຕໍ່ລິດ, ແອັດຊັງທໍາມະດາ ປັບລົງ 220 ກີບຕໍ່ລິດ ແລະ ກາຊວນ ປັບລົງ 170 ກີບຕໍ່ລິດ.

ການປັບຂຶ້ນລາຄານໍ້າມັນໃນຄັ້ງນີ້ ( ເລີ່ມປະຕິບັດຄັ້ງວັນທີ 04 ຕຸລາ 2019 ) ເຊິ່ງອາດຈະສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດ ກໍຄືພໍ່ແມ່ປະຊາຊົນໂດຍກົງໃນລະດັບໜຶ່ງໄດ້. ນອກຈາກນັ້ນ, ໃນຂອບເຂດທົ່ວປະເທດ ກໍຍັງຢູ່ໃນໄລຍະຟື້ນຟູ ພາຍຫຼັງໄດ້ຮັບຜົນກະທົບໄພນໍ້າຖ້ວມ ໂດຍສະເພາະຢູ່ແຂວງພາກໃຕ້ຂອງປະເທດເຮົາ ເຊິ່ງຈະເຮັດໃຫ້ກຸ່ມຄົນບໍ່ດີອາດສວຍໂອກາດຂຶ້ນລາຄາສິນຄ້າປະເພດອື່ນໆຢ່າງບໍ່ມີເຫດຜົນ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງທະຫານ, ຕໍາຫຼວດ, ພະນັກງານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະວັງຕົວ, ປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ; ໃນຂະນະດຽວກັນ ກໍຮຽກຮ້ອງມາຍັງບັນດາຜູ້ປະກອບການທຸລະກິດຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ, ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ.

ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ໄດ້.

ໃນປີ 2019 ລັດຖະບານ ໄດ້ປັບລາຄານໍ້າມັນເຊື້ອໄຟ ທັງໝົດແລ້ວ 16 ຄັ້ງ ( ລວມການປັບຄັ້ງນີ້ ). ໃນນັ້ນ, ປັບຂຶ້ນ 7 ຄັ້ງ, ປັບລົງ 7 ຄັ້ງ ແລະ ຮັກສາລາຄາເກົ່າ ( ບໍ່ປັບລາຄາຂາຍຍ່ອຍ ) 2 ຄັ້ງ.