Monthly Archives: September, 2020

ມິດຊູບິຊິ ກຽມຫຼຸດພະນັກງານລົງ

ສຳນັກຂ່າວກຽວໂຕ ລາຍງານວ່າ: ບໍລິສັດມິດຊູບິຊິ ມໍເຕີ ຄ໊ອບ ຜູ້ຜະລິດລົດລາຍໃຫຍ່ ຂອງຍີ່ປຸ່ນ ກຳລັງພິຈາລະນາໃຫ້ພະນັກງານປະມານ 500 - 600 ຄົນ ອອກຮັບອຸດໜູນບຳເນັດກ່ອນກຳນົດ ໂດຍຈະເລີ່ມຕັ້ງແຕ່ກາງເດືອນພະຈິກຈະເຖິງນີ້ ເຊິ່ງເປັນສ່ວນໜຶ່ງຂອງແຜນການປັບໂຄງສ້າງຂອງບໍລິສັດ ເນື່ອງຈາກຍອດຂາຍລົດຫຼຸດລົງ. ພາຍໃຕ້ແຜນທຸລະກິດໄລຍະກາງ ລະບຸວ່າ: ບໍລິສັດມິດຊູບິຊິ ມໍເຕີ ມີແຜນທີ່ຈະຫຼຸດຕົ້ນທຶນລົງຫຼາຍກວ່າ 20%. ດັ່ງນັ້ນ, ບໍລິສັດຈຶ່ງຈຳເປັນຕ້ອງໄດ້ປັບຫຼຸດພະນັກງານລົງ ເພື່ອປັບສະຖານະການເງິນຂອງບໍລິສັດ. ລາຍງານລະບຸວ່າ:...

ລະບົບຄວາມປອດໄພຂອງ u-money

u-money ເປັນບໍລິການດ້ານກະເປົາເງິນເອເລັກໂຕຣນິກ ຫຼື ບໍລິການດ້ານການເງິນຜ່ານມືຖື ເມື່ອລູກຄ້າລົງທະບຽນນໍາໃຊ້ບັນຊີຂອງ u-money ແມ່ນໝາຍ ຄວາມວ່າລູກຄ້າມີກະເປົາເງິນສົດໃນມືຖື ໂດຍຈະຜູກກັບເບີໂທລະສັບຂອງ Unitel (ມີພຽງເບີຢູນີເທວທີ່ສາມາດລົງທະບຽນກະເປົາຢູມັນນີ ). ການມີກະເປົາເງິນແບບເອເລັກໂຕຣນິກຜ່ານມືຖືຍັງເປັນເລື່ອງໃໝ່ ສໍາລັບລູກຄ້າຫຼາຍໆຄົນຍັງກັງວົນ ແລະ ຄໍານຶງເຖິງຄວາມປອດໄພ ວ່າເງິນຈະຖືກຮັບປະກັນ ແລະ ເກັບໄວ້ໃນບ່ອນທີ່ປອດໄພ ( ບໍ່ຖືກລັກ ຫຼື ໂອນອອກໃຫ້ເບີອື່ນແບບງ່າຍດາຍ ) ສໍາລັບບໍລິການ...

ບໍລິສັດ 3.500 ກວ່າແຫ່ງໃນອາເມຣິກາ ຟ້ອງຝ່າຍບໍລິຫານ ໂດນັນ ທຣຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດ 3.500 ກວ່າແຫ່ງ ຢູ່ໃນສະຫະລັດອາເມຣິກາໄດ້ຍື່ນຟ້ອງຝ່າຍບໍລິຫານຂອງປະທານາທິບໍດີ ໂດນັນ ທຣຳ ຈາກກໍລະນີເກັບພາສີທີ່ຜະລິດ ແລະ ນຳເຂົ້າຈາກ ສປ ຈີນ ກວ່າ 300 ຕື້ໂດລາສະຫະລັດ. ບໍລິສັດເຫຼົ່ານີ້ໄດ້ຍື່ນເລື່ອງຕໍ່ສານການຄ້າລະຫວ່າງປະເທດຂອງສະຫະລັດ ໂດຍມຸ່ງເປົ້າໄປທີ່ ທ່ານ ໂຣເບີດ ໄລໄທເຊີ ເຈົ້າໜ້າທີ່ການຄ້າລະດັບສູງຂອງສະຫະລັດ, ກົມພາສີ - ອາກອນ ແລະ...

ສຄອຊ ເປີດສູນບໍລິການອາຊີວະສຶກສາແບບຄວບຄູ່

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ) ໄດ້ເປີດສູນບໍລິການອາຊີວະສຶກສາແບບຄວບຄູ່ ຂຶ້ນໃນວັນທີ 25 ກັນຍາ 2020 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໂອກາດຈັດກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຄັ້ງທີ VIII ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ການເປີດສູນດັ່ງກ່າວແມ່ນເພື່ອສະໜັບສະໜູນຂະບວນການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ...

ເປີດກິດຈະກໍາໂອກາດໃນການສ້າງນະວັດຕະກໍາໃໝ່

ອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ) ໄດ້ເປີດໂຕກິດຈະກໍາໂອກາດໃນການສ້າງນະວັດຕະກໍາໃໝ່ຢ່າງເປັນທາງການ ເພື່ອສະໜັບສະໜູນບຸກຄົນ, ຜູ້ປະກອບການ start-ups, ອົງກອນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີແນວຄິດສ້າງສັນໃນການປ່ຽນແປງວິທີການຈັດການ - ຄຸ້ມຄອງ ແລະ ນໍາສິ່ງເສດເຫຼືອກັບມາໃຊ້ຄືນໃໝ່ຢູ່ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ. ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 28 ກັນຍາ 2030...

ສປປ ລາວ ວາງເປົ້າລົບລ້າງພະຍາດວໍ້ໃຫ້ໄດ້ ພາຍໃນປີ 2030

3 ປີຜ່ານມາ ສປປ ລາວ ໄດ້ມີການລະບາດຂອງພະຍາດວໍ້ໃນທຸກໆປີ ເນື່ອງຈາກມີການລ້ຽງໝາ, ແມວ ແບບປະປ່ອຍຕາມບ້ານ, ຕາມຖະໜົນ. ສ່ວນ ອັດຕາການສັກຢາປ້ອງກັນໃຫ້ສັດໃນ 4 ປີຜ່ານມາ ປະຕິບັດໄດ້ພຽງ 98.000 ໂຕຕໍ່ປີ ຖ້າທຽບໃສ່ຈຳນວນໝາ, ແມວ ທີ່ມີທັງໝົດກວມພຽງ 12%. ໃນວັນທີ 28 ກັນຍາ 2020 ຜ່ານມາ...

ຕຣີເພຊອີຊູຊຸ ສົ່ງລົດກະບະລຸ້ນໃໝ່! All-New Isuzu D-Max ທີ່ພັດທະນາໃໝ່ໝົດທັງຄັນ ສູ່ ສປປ ລາວ

ທ່ານ ໂທຊິອາກິ ມາເອຄາວະ (Toshiaki Maekawa) ປະທານ ບໍລິສັດ ຕຣີເພຊອີຊູຊຸເຊວຊ໌ ຈຳກັດ ຜູ້ຈັດຈຳໜ່າຍລົດ ອີຊູຊຸດີແມັກ ແລະ ລົດອີຊູຊຸມິວ-ເອັກ ໃນ ສປປ ລາວ ກ່າວວ່າ “ອີຊູຊຸໄດ້ແນະນຳລົດກະບະລຸ້ນໃໝ່! “All-New Isuzu D-Max…ຜູ້ນຳແຫ່ງໂລກກະບະໂຕຈິງ” ເຊິ່ງເປັນລົດທີ່ລູກຄ້າສອບຖາມເຂົ້າມາ ຢ່າງຫຼວງຫຼາຍມາໂດຍຕະຫຼອດ ໂດຍສະເພາະຊ່ອງທາງສື່ອອນລາຍ. ສຳລັບລົດກະບະ...

ນົມຖົ່ວດຳ ສູດຫວານໜ້ອຍ ແຄລໍຣີຕ່ຳ ອິ່ມໂປຣຕີນ ໄດ້ສຸຂະພາບ

ເວົ້າເຖິງເມນູຖົ່ວດຳ ສ່ວນໃຫຍ່ຫຼາຍຄົນຄຸ້ນເຄີຍກັບຖົ່ວດຳຕົ້ມກະທິສາຄູຖົ່ວດຳ ສຳລັບຄົນຢ້ານຕຸ້ຍກໍອາດຈະບໍ່ເໝາະ ສະນັ້ນ ລອງມາເຮັດນົມຖົ່ວດຳກິນເອງກັນລອງເບິ່ງເລີຍ. ສ່ວນປະສົມ ນົມຖົ່ວດຳ ຖົ່ວດຳ 1 ຖ້ວຍ ນ້ຳສະອາດ 4 ຖ້ວຍ ນ້ຳຕານ (ບໍ່ໃສ່ກໍໄດ້) ວິທີເຮັດນົມຖົ່ວດຳ 1 ແຊ່ຖົ່ວດຳໃນນ້ຳປະໄວ້ຂ້າມຄືນ ມື້ຕໍ່ມາຕອງເອົານ້ຳອອກແລ້ວເອົາຖົ່ວດຳໃສ່ເຄື່ອງປັ່ນ ເຕີມນ້ຳສະອາດ ປັ່ນຈົນລະອຽດຕອງເອົາແຕ່ນ້ຳ. 2 ເອົານ້ຳຖົ່ວດຳໄປຕົ້ມຈົນຟົດ ຕື່ມນ້ຳຕານ ເສີບອຸ່ນໆ ຫຼື ເຢັນຕາມໃຈມັກ ພຽງເທົ່ານີ້ກໍດື່ມໄດ້ເລີຍ.

5 ອາການ “ປວດຫຼັງ” ແບບໃດສ່ຽງເຮັດໃຫ້ “ກະດູກຫຼັງເສື່ອມ”

ສາເຫດຂອງຄວາມເສື່ອມເກີດຈາກການໃຊ້ຮ່າງກາຍທີ່ໜັກຫຼາຍເກີນໄປ ເຊັ່ນ: ເປັນນັກກິລາ ມີການລົ້ມ ການກະທົບກະເທື່ອນຕະຫຼອດ ເຮັດໃຫ້ນໍ້າເຊິ່ງເປັນອົງປະກອບຫຼັກຂອງໝອນຮອງກະດູກຢູ່ຫຼັງເສື່ອມໄວ ອາການປວດຫຼັງຈຶ່ງເປັນອາການທີ່ມັກພົບເຫັນໄດ້ງ່າຍ ເມື່ອມີອາການປວດຫຼັງແລ້ວຍັງສົ່ງຜົນຕໍ່ລະບົບຕ່າງໆໃນຮ່າງກາຍ ອາການປວດຫຼັງທຳມະດາກັບປວດຫຼັງເພາະຫຼັງເສື່ອມ ມີຄວາມແຕກຕ່າງກັນ ໂດຍເຮົາສາມາດສັງເກດໄດ້ດ້ວຍຕົນເອງ ອາການເຈັບຫຼັງທຳມະດາສ່ວນໃຫຍ່ມາຈາກກ້າມຊີ້ນອັກເສບ ອາການປວດມັກປວດຢູ່ບໍລິເວນຫຼັງທີ່ລະບຸຕຳແໜ່ງຢ່າງເຫັນໄດ້ຊັດເຈນ ແລະ ມັກມາຈາກການໃຊ້ຫຼັງໜັກຫຼາຍເກີນໄປ ສ່ວນປວດຫຼັງເພາະຫຼັງເສື່ອມນັ້ນ ສ່ວນໃຫຍ່ມີອາການປວດ ຫຼື ລາມລົງຂາ ອາດມີອາການຂາອ່ອນແຮງ ແລ້ວເຮົາຈະຮູ້ໄດ້ແນວໃດ ວ່າປວດຫຼັງທຳມະດາ ຫຼື ປວດຫຼັງເສື່ອມ...

ທ່ານ ເຫຼັກໄຫຼ ສີວິໄລ ຖືກແຕ່ງຕັ້ງຮັບຜິດຊອບອີກຫຼາຍໜ້າວຽກໃຫຍ່ຂອງແຂວງເຊກອງ

ຜ່ານໄປບໍ່ດົນສໍາລັບການຮັບຮອງເອົາທ່ານ ເຫຼັກໄຫຼ ສີວິໄລ ຂຶ້ນເປັນເຈົ້າແຂວງໆເຊກອງ; ຫຼ້າສຸດໄດ້ມີການແບ່ງງານ-ແບ່ງຄວາມຮັບຜິດຊອບໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X  ໂດຍມີມະຕິແຕ່ງຕັ້ງໃຫ້ຜູ້ກ່ຽວ ຮັບຜິດຊອບນໍາພາ-ຊີ້ນໍາວຽກງານຮອບດ້ານ, ລົງເລິກຊີ້ນໍາຂົງເຂດວຽກງານຕຸລາການ ແລະ ຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງແຂວງ. ໃນຕອນເຊົ້າວັນທີ 28 ກັນຍາ 2020 ທີ່ຜ່ານມາໄດ້ມີພິທີປະກາດການຈັດຕັ້ງເປັນທາງການ ແລະແບ່ງງານ-ແບ່ງຄວາມຮັບຜິດຊອບຂອງບັນດາສະຫາຍໃນຄະນະບໍລິຫານງານພັກແຂວງເຊກອງ ສະໄໝທີ X ຈໍານວນ 33 ສະຫາຍ,ຍິງ 5 ສະຫາຍ...
- Advertisment -
Slide
Slide

Most Read

error: Content is protected !!