ນົມຖົ່ວດຳ ສູດຫວານໜ້ອຍ ແຄລໍຣີຕ່ຳ ອິ່ມໂປຣຕີນ ໄດ້ສຸຂະພາບ

178

ເວົ້າເຖິງເມນູຖົ່ວດຳ ສ່ວນໃຫຍ່ຫຼາຍຄົນຄຸ້ນເຄີຍກັບຖົ່ວດຳຕົ້ມກະທິສາຄູຖົ່ວດຳ ສຳລັບຄົນຢ້ານຕຸ້ຍກໍອາດຈະບໍ່ເໝາະ ສະນັ້ນ ລອງມາເຮັດນົມຖົ່ວດຳກິນເອງກັນລອງເບິ່ງເລີຍ.

ສ່ວນປະສົມ ນົມຖົ່ວດຳ

ຖົ່ວດຳ 1 ຖ້ວຍ

ນ້ຳສະອາດ 4 ຖ້ວຍ

ນ້ຳຕານ (ບໍ່ໃສ່ກໍໄດ້)

ວິທີເຮັດນົມຖົ່ວດຳ

1 ແຊ່ຖົ່ວດຳໃນນ້ຳປະໄວ້ຂ້າມຄືນ ມື້ຕໍ່ມາຕອງເອົານ້ຳອອກແລ້ວເອົາຖົ່ວດຳໃສ່ເຄື່ອງປັ່ນ ເຕີມນ້ຳສະອາດ ປັ່ນຈົນລະອຽດຕອງເອົາແຕ່ນ້ຳ.

2 ເອົານ້ຳຖົ່ວດຳໄປຕົ້ມຈົນຟົດ ຕື່ມນ້ຳຕານ ເສີບອຸ່ນໆ ຫຼື ເຢັນຕາມໃຈມັກ ພຽງເທົ່ານີ້ກໍດື່ມໄດ້ເລີຍ.