ເປີດກິດຈະກໍາໂອກາດໃນການສ້າງນະວັດຕະກໍາໃໝ່

129

ອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ) ໄດ້ເປີດໂຕກິດຈະກໍາໂອກາດໃນການສ້າງນະວັດຕະກໍາໃໝ່ຢ່າງເປັນທາງການ ເພື່ອສະໜັບສະໜູນບຸກຄົນ, ຜູ້ປະກອບການ start-ups, ອົງກອນ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີແນວຄິດສ້າງສັນໃນການປ່ຽນແປງວິທີການຈັດການ – ຄຸ້ມຄອງ ແລະ ນໍາສິ່ງເສດເຫຼືອກັບມາໃຊ້ຄືນໃໝ່ຢູ່ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ.

ພິທີດັ່ງກ່າວໄດ້ມີຂຶ້ນໃນວັນທີ 28 ກັນຍາ 2030 ທີ່ນະຄອນຫຼວງວຽງຈັນ ອີງຕາມການຖະແຫຼງການຂອງອົງການ UNDP, ທ່ານ ນາງ ແຄັດທາຣີນ ເຟືອງ ຮອງຜູ້ຕາງໜ້າອົງການ UNDP ໄດ້ເນັ້ນວ່າ: ສິ່ງທ້າທາຍ ແລະ ບັນຫາຈາກການຈັດການ ແລະ ຄຸ້ມຄອງສິ່ງເສດເຫຼືອໄດ້ສ້າງຜົນກະທົບຫຼາຍດ້ານຕໍ່ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນມົນລະພິດຈາກການຈູດຂີ້ເຫຍື້ອຊະຊາຍ. ນອກຈາກນັ້ນ, ການຖິ້ມຂີ້ເຫຍື້ອແບບຊະຊາຍຍັງເຮັດໃຫ້ສູນເສຍຄວາມສວຍສົດງົດງາມຂອງສິ່ງແວດລ້ອມທໍາມະຊາດ, ໂຄງການນີ້ແມ່ນເປັນການເປີດໂອກາດໃຫ້ແກ່ໄວໜຸ່ມຜູ້ທີ່ມີ ຄວາມຄິດສ້າງສັນ ສາມາດສ້າງນະວັດຕະກຳໃໝ່ໆ ຫຼື ວິທີແກ້ໄຂບັນຫາແບບຍືນຍົງ ໂດຍແນໃສ່ການຫັນເປັນເສດຖະກິດຮອບວຽນ ( Circular Economy ) ເພື່ອແກ້ໄຂບັນຫາດັ່ງກ່າວ.

ທ່ານ ຄາວີ ຫອມສົມບັດ ຫົວໜ້າທົດລອງຈາກຫ້ອງຄົ້ນຄວ້າ ເພື່ອເລັ່ງການພັດທະນາຂອງອົງການ UNDP ຢູ່ ສປປ ລາວ ກ່າວວ່າ: ພວກເຮົາຕ້ອງເລັ່ງຊອກຫາວິທີແກ້ໄຂບັນຫາ ແລະ ສິ່ງທ້າທາຍດັ່ງກ່າວ ໂດຍເປີດໂອກາດໃຫ້ແກ່ນັກປະດິດໜຸ່ມນ້ອຍໃນການຊອກຫາວິທີແກ້ໄຂບັນຫາຢ່າງຍືນຍົງ ເພື່ອຈັດການ ແລະ ຄຸ້ມຄອງສິ່ງເສດເຫຼືອ, ນີ້ພາໃຫ້ເກີດແນວຄິດລິເລີ່ມຂອງກິດຈະກໍາໂອກາດໃນການສ້າງນະວັດຕະກໍາໃໝ່ໃນຄັ້ງນີ້ ແລະ ກິດຈະກໍາດັ່ງກ່າວຫວັງວ່າຈະສາມາດປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາໃຫ້ແກ່ໄວໜຸ່ມ ໂດຍສະເພາະແມ່ຍິງ/ຊາວໜຸ່ມຍິງ ແລະ ສະໜອງໂອກາດໃນການສ້າງລາຍໄດ້ສີຂຽວໃນຂະແໜງການດັ່ງກ່າວອີກ.

ກິດຈະກໍາໂອກາດໃນການສ້າງນະວັດຕະກໍາໃໝ່ໃນຄັ້ງນີ້ ແມ່ນເປີດໃຫ້ໄວໜຸ່ມລາວທີ່ມີ ຄວາມສົນໃຈ ອາຍຸລະຫວ່າງ 18 – 35 ປີ, 50% ຂອງລາງວັນແມ່ນຈະໃຫ້ບຸລິມະສິດແກ່ ແມ່ຍິງ ແລະ ຊາວໜຸ່ມຍິງທີ່ລົງສະໝັກ, ກິດຈະກໍາແມ່ນຈະຈັດຕັ້ງປະຕິບັດຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ, ເປົ້າໝາຍຫຼັກຂອງກິດຈະກໍາແມ່ນເພື່ອຊອກຫາແນວຄິດສ້າງສັນ ແລະ ວິທີແກ້ໄຂບັນຫາທີ່ຍືນຍົງໃນການນໍາເອົາສິ່ງເສດເຫຼືອກັບມາໃຊ້ຄືນໃໝ່ ແລະ ສາມາດນໍາແນວຄິດດັ່ງກ່າວໄປໝູນໃຊ້ໄດ້ໃນອະນາຄົດ ພາຍຫຼັງທຶນການສະໜັບສະໜູນສິ້ນສຸດແລ້ວ, ແນວຄິດນະວັດຕະກໍາ ຫຼື ຂໍ້ລິເລີ່ມຕ້ອງມີຄວາມສ້າງສັນ ແລະ ແປກໃໝ່ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢູ່ສອງຕົວເມືອງເປົ້າໝາຍ ກໍຄືນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ ໂດຍຈະໄດ້ຮັບເງິນລາງວັນມີມູນຄ່າເຖິງ 18 ລ້ານກີບ ເພື່ອສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການທີ່ພວກເຂົາໄດ້ນໍາສະເໜີ.