ໃນ 10 ປີຕໍ່ໜ້າ ຄວາມຕ້ອງການລົດພະລັງງານໄຟຟ້າ ຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ

28

ຂ່າວຊີອາໄອລາຍງານວ່າ: ວັນທີ 23 ເມສານີ້ ອົງການພະລັງງານສາກົນ ຫຼື IEA ປະກາດບົດລາຍງານເບິ່ງລົດພະລັງງານໄຟຟ້າທົ່ວໂລກປະຈຳປີ 2024 ໂດຍໃຫ້ຮູ້ວ່າ: ໃນເວລາ 10 ປີຕໍ່ໜ້າຄວາມຕ້ອງການລົດພະລັງງານໄຟຟ້າຂອງທົ່ວໂລກຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຄາດວ່າ ປະລິມານການຈຳໜ່າຍໃນປີ 2024 ຈະບັນລຸເຖິງ 17 ລ້ານຄັນ, ກວມຫຼາຍກວ່າ 1/5 ຂອງຍອດປະລິມານການຈຳໜ່າຍລົດຍົນຂອງໂລກ.

อาจเป็นรูปภาพของ 3 คน และ ข้อความ

ຄວາມຕ້ອງການລົດພະລັງງານໄຟຟ້າເພີ່ມຂຶ້ນຢ່າງວ່ອງໄວຈະເຮັດໃຫ້ອຸດສາຫະກຳລົດຍົນທົ່ວໂລກໄດ້ຮັບການປັບປຸງຄືນໃໝ່ ແລະ ຫຼຸດລົງການສິ້ນເປືອງນ້ຳມັນເຊື້ອໄຟໃນຂົງເຂດຄົມມະນາຄົມທາງບົກຢ່າງເດັ່ນຊັດ.

ບົດລາຍງານທີ່ມີຫົວຂໍ້ “ຈ້ອງມອງເບິ່ງລົດພະລັງງານໄຟຟ້າທົ່ວໂລກປີ 2024”ສະບັບນີ້ຄາດຄະເນວ່າ: ປີ 2024 ປະລິມານການຈຳໜ່າຍລົດພະລັງງານໄຟຟ້າຂອງຈີນຈະເພີ່ມຂຶ້ນຮອດປະມານ 10 ລ້ານຄັນ ກວມປະມານ 45% ຂອງປະລິມານການຈຳໜ່າຍລົດຍົນຂອງຈີນ. ຢູ່ອາເມຣິກາ ແລະ ເອີຣົບ, ອັດຕາສ່ວນການຈຳໜ່າຍລົດພະລັງງານໄຟຟ້າຄາດວ່າຈະຢູ່ລະດັບປະມານ 1/9 ແລະ 1/4 ຕາມລຳດັບ.