ຍີ່ປຸ່ນ ອາດເຂົ້າແຊກແຊງຄ່າເງິນ! ຫຼັງເງິນເຢນອ່ອນຄ່າຕໍ່າສຸດ ໃນຮອບ 34 ປີ

21

ລັດຖະມົນຕີກະຊວງການເງິນຍີ່ປຸ່ນສົ່ງຄຳເຕືອນວ່າມີໂອກາດເຂົ້າແຊກແຊງຄ່າເງິນເຢນອີກຄັ້ງ ທີ່ຈະໃຊ້ວົງເງິນສູງເປັນປະຫວັດການ ຫຼັງເງິນເຢນອ່ອນຄ່າຕໍ່າສຸດໃນຮອບ34 ປີ.

อาจเป็นรูปภาพของ 1 คน, เงิน และ ข้อความพูดว่า "1000 関共通 1000 mml 1000 関井 関"

ການເຂົ້າແຊກແຊງຄ່າເງິນເຢນອີກຄັ້ງ ຈະໃຊ້ວົງເງິນສູງເປັນປະຫວັດການເຖິງ6.350ຕື້ເຢນ  ຫລື ປະມານ43ຕື້ໂດລາສະຫະລັດ ເພື່ອປະຄອງຄ່າເງິນທີ່ອ່ອນຄ່າລົງຕໍ່າສຸດໃນຮອບ34ປີ ຈຸລະດັບ151,95ເຢນຕໍ່ 1ໂດລາສະຫະລັດ

ຢ່າງໃດກໍຕາມ ນັກລົງທຶນຍັງບໍ່ໝັ້ນໃຈວ່າການແຊກແຊງຄ່າເງິນເຢນຈະເກີດຂຶ້ນອີກຄັ້ງ ຫຼື ບໍ່ ເນື່ອງຈາກຈະມີການປະຊຸມທະນາຄານກາງຍີ່ປຸ່ນ ຫລື BOJ ໃນວັນທີ 26 ເມສານີ້ ເຊິ່ງຫາກ ທະນາຄານກາງຍີ່ປຸ່ນ ປັບຂຶ້ນອັດຕາດອກເບ້ຍ ກໍຈະເປັນແຮງຊ່ວຍໃຫ້ຄ່າເງິນເຢນລະຊໍການອ່ອນຄ່າລົງໄດ້ລະດັບໜຶ່ງ.