ສຄອຊ ເປີດສູນບໍລິການອາຊີວະສຶກສາແບບຄວບຄູ່

267

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ) ໄດ້ເປີດສູນບໍລິການອາຊີວະສຶກສາແບບຄວບຄູ່ ຂຶ້ນໃນວັນທີ 25 ກັນຍາ 2020 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໂອກາດຈັດກອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ຄັ້ງທີ VIII ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ.

ການເປີດສູນດັ່ງກ່າວແມ່ນເພື່ອສະໜັບສະໜູນຂະບວນການຈັດຕັ້ງປະຕິບັດວຽກງານອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໂດຍສະເພາະແມ່ນອາຊີວະສຶກສາແບບຄວບຄູ່ ເຊິ່ງເປັນຮູບແບບຈັດການຮຽນ – ການສອນທີ່ມີຄວາມຕ້ອງການ ແລະ ເປັນເສັ້ນທາງຄຸນວຸດທິ. ສູນແຫ່ງນີ້ຈະຊ່ວຍສົ່ງເສີມ, ປະສານງານ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດອາຊີວະສຶກສາແບບຄວບຄູ່ໃຫ້ພົ້ນເດັ່ນ ແລະ ສົ່ງຜົນໃຫ້ຄຸນນະພາບແຮງງານໃນ ສປປ ລາວ ໄດ້ຮັບການພັດທະນາດີຍິ່ງຂຶ້ນ.

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກ່າວວ່າ: ປັດຈຸບັນ ສຄອຊ ພວກເຮົາມີສະມາຊິກຫຼາຍກວ່າ 4.000 ຫົວໜ່ວຍ ໃນຂອບເຂດທົ່ວປະເທດ, ມີການປະສານງານໂດຍກົງກັບບັນດາສະພາການຄ້າ ແລະ ອຸດສາຫະກໍາແຂວງ, ສະມາຄົມ ແລະ ກຸ່ມທຸລະກິດ. ໃນຖານະທີ່ເປັນອົງການຈັດຕັ້ງຕາງໜ້າໃຫ້ພາກທຸລະກິດລາວໃນຂອບເຂດທົ່ວປະເທດ, ສຄອຊ ສືບຕໍ່ໃຫ້ບໍລິການແກ່ສະມາຊິກ ແລະ ບໍ່ແມ່ນສະມາຊິກ ເພື່ອປັບປຸງການດຳເນີນທຸລະກິດຂອງພວກເຂົາ, ສິ່ງນີ້ລວມທັງການໃຫ້ຄໍາແນະນໍາ ແລະ ສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ເນື່ອງຈາກວ່າອາຊີວະສຶກສາແບບຄວບຄູ່ແມ່ນກົນໄກທີ່ດີເລີດໃນການປັບປຸງຄຸນນະພາບຂອງກໍາລັງແຮງງານລາວ ໂດຍການເຊື່ອມໂຍງການຮຽນຢູ່ຫ້ອງຮຽນທີ່ວິທະຍາໄລ ກັບປະສົບການໃນການເຮັດວຽກຕົວຈິງໃນສະຖານປະກອບການ.

ດັ່ງນັ້ນ, ສຄອຊ ຈຶ່ງໄດ້ຕັດສິນໃຈສ້າງຕັ້ງສູນບໍລິການອາຊີວະສຶກສາແບບຄວບຄູ່ຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ ( VELA ), ຄູ່ຮ່ວມງານຫຼັກຂອງໂຄງການ VELA ແມ່ນກະຊວງສຶກສາທິການ ແລະ ກີລາ ແລະ ສຄອຊ ພ້ອມດ້ວຍໂຄງການການຮ່ວມມືເຢຍລະມັນ ( GIZ ) ໂຄງການປະສານງານ ໂດຍກະຊວງແຜນການ ແລະ ການລົງທຶນມີຈຸດປະສົງເພື່ອຈັດຕັ້ງປະຕິບັດອາຊີວະສຶກສາແບບຄວບຄູ່ ໃນບັນດາແຂວງທີ່ມີການຂະຫຍາຍຕົວທາງດ້ານເສດຖະກິດ ເຊັ່ນ: ແຂວງຈໍາປາສັກ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ.

ທ່ານ ເຢັນ ປີເຕີ້ ລຸດເກັນແຮມ ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ ກ່າວວ່າ: ໃນການປັບປຸງການຈ້າງງານຂອງນັກຮຽນໄວໜຸ່ມລາວ ພາກເອກະຊົນຕ້ອງມີ ຄວາມເປັນເຈົ້າການໃນການຊີ້ນໍາ ແລະ ຄຸ້ມຄອງວຽກງານອາຊີວະສຶກສາ ແລະ ກາຍເປັນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຢ່າງສະເໝີພາບຂອງລັດຖະບານ ສປປ ລາວ. ສະນັ້ນ, ຂ້າພະເຈົ້າຍິນດີຕໍ່ການລິເລີ່ມຂອງ ສຄອຊ ທີ່ເປີດສູນອາຊີວະສຶກສາແບບຄວບຄູ່ ” ໂດຍສູນບໍລິການດັ່ງກ່າວຈະຊ່ວຍ ສຄອຊ ຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນຂອງສະຖານປະກອບການທີ່ສົນໃຈໃນອາຊີວະສຶກສາແບບຄວບຄູ່.

ສູນບໍລິການອາຊີວະສຶກສາແບບຄວບຄູ່ຈະສະໜັບສະໜູນ, ສົ່ງເສີມ ແລະ ໂຄສະນາຮູບແບບອາຊີວະສຶກສາແບບຄວບຄູ່ ໂດຍມີ 6 ການບໍລິການຫຼັກ ຄື:

1). ການສະໜອງປ່ອງບໍລິການປະຕູດຽວ

2). ການຝຶກອົບຮົມ

3). ການຢັ້ງຢືນ

4). ການຮ່ວມຈັດງານຕ່າງໆທີ່ກ່ຽວກັບອາຊີວະສຶກສາແບບຄວບຄູ່

5). ການສົ່ງເສີມ ແລະ ສົນທະນາ ລະຫວ່າງ ພາກລັດ ແລະ ພາກທຸລະກິດ

6). ການໂຄສະນາ ແລະ ຍ້ອງຍໍ