114 ຄົນເຂົ້າສອບເສັງລັດຖະກອນຄູຢູ່ສາລະວັນ

211

ຂ່າວຈາກທ້ອງຖິ່ນລາຍງານວ່າ ໃນວັນທີ 2 ເມສາ 2024 ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ຈັດພິທີສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ຢູ່ທີ່ສູນການສຶກສານອກໂຮງຮຽນ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ-ກິລາແຂວງ, ທ່ານ ວຽງທອງ ພົນທະຈັກ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະ ກິລາ; ມີບັນດາທ່ານຄະນະຮັບຊອບບັ້ນສອບເສັງ ແລະ ລັດຖະກອນຄູອາສາສະໜັກທົ່ວແຂວງເຂົ້າຮ່ວມ.

 

May be an image of 5 people, dais and text

ພິທີສອບເສັງຄັ້ງນີ້ ກໍ່ໄດ້ມີການຜ່ານກົດລະບຽບການສອບເສັງ, ໜ້າທີ່ຂອງຜູ້ເຂົ້າສອບເສັງ, ຂໍ້ຫ້າມຂອງຜູ້ເຂົ້າສອບເສັງ ແລະ ແຈ້ງລາຍຊື່ຜູ້ສະໜັກສອບເສັງ ຈາກນັ້ນກໍ່ໄດ້ມີການກວດກາຕັດຫົວບົດສອບເສັງ ເພື່ອຄວາມໂປ່ງໃສ ແລະ ຄວາມຖືກຕ້ອງ; ສົກປີ 2024 ມີລັດຖະກອນຄູອາສາສະໜັກຈາກ 8 ເມືອງເຂົ້າຮ່ວມສອບເສັງ ທັງໜົດ 114 ທ່ານ, ຍິງ 79 ທ່ານ ໃນນັ້ນຄູອະນຸບານ 36 ທ່ານ, ຍິງ 0 ທ່ານ; ຄູປະຖົມ 46 ທ່ານ, ຍິງ 21 ທ່ານ ແລະ ມັດທະຍົມ 32 ທ່ານ, ຍິງ 22 ທ່ານ; ບັນຈຸເຂົ້າຫ້ອງສອບເສັງ 5 ຫ້ອງ.

May be an image of 5 people, people studying and text

ຜູ້ທີ່ເຂົ້າສອບເສັງຈະໄດ້ດໍາເນີນການສອບໃຫ້ ຄົບ 4 ພາກ ເປັນຕົ້ນພາກຄວາມຮູ້ທົ່ວໄປ; ພາກສາຍວິຊາສະເພາະ ປະກອບມີຄູອະນຸບານ, ຄູປະຖົມ, ຄູພາສາລາວ-ວັນນະຄະດີ, ຄູວິທະຍາສາດ-ສັງຄົມ, ຄູປະຫວັດສາດ, ຄູພູມສາດ, ຄູສຶກສາພົນລະເມືອງ….; ພາກປະຕິບັດຕົວຈິງ ແລະ ພາກສໍາພາດ,ການສອບເສັງຄັ້ງນີ້ ຈະໄດ້ເນີນເປັນເວລາ 2 ວັນ ຈິ່ງສໍາເລັດ.

May be an image of 6 people, people studying and text

ທັງນີ້ກໍ່ ເພື່ອເປັນການຈັດຕັ້ງປະຕິບັດຕາມຄໍາແນະນໍາຂອງກະຊວງພາຍໃນ ກ່ຽວກັບການສອບເສັງເຂົ້າເປັນລັດ ຖະກອນ ແລະ ຄໍາແນະນໍາຂອງລັດຖະມົນຕີ ກ່ຽວກັບການຮັບ ແລະ ບັນຈຸລັດຖະກອນໃໝ່ ຂອງຂະແໜງການສຶກສາ.

May be an image of 9 people, people studying and text

ຂອບໃຈຂ່າວຈາກ ໜັງສືພິມສາລະວັນ