ສປປ ລາວ ສຸມໃສ່ພັດທະນາທະນາລະບົບການບໍລິການຂົນສົ່ງທີ່ທັນສະໄໝ 9 ແຫ່ງ

36

2 ປີເຄິ່ງຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສຸມໃສ່ຊຸກຍູ້ພັດທະນາລະບົບການບໍລິການຂົນສົ່ງທີ່ທັນສະໄໝ ເຂດໂລຊິດສະຕິກ ເພື່ອໝູນໃຊ້ເສັ້ນທາງລົດໄຟລາວ – ຈີນ ໃຫ້ເຊື່ອມຈອດກັບຕານ່າງເສັ້ນທາງລົດໄຟອະນຸພາກພື້ນ ແລະ ສາກົນ ທັງເຊື່ອມຕໍ່ໃສ່ຕານ່າງເສັ້ນທາງ, ທ່າເຮືອ ແລະ ສະໜາມບິນ ເພື່ອໃຫ້ກາຍເປັນລະບົບການຂົນສົ່ງທີ່ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ປອດໄພ, ມີປະສິດທິຜົນສູງ ແລະ ລາຄາຂົນສົ່ງຖືກລົງ.

ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານບົດສະຫຼຸບກາງສະໄໝຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ( 2021 – 2025 ) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ວ່າ: ໃນ 2 ປີເຄິ່ງຜ່ານມາ ໂຄງລ່າງພື້ນຖານໄດ້ຮັບການພັດທະນາ ທີ່ສາມາດເຊື່ອມຈອດ – ເຊື່ອມໂຍງໃນພາກພື້ນ ແລະ ສາກົນ ເພື່ອເອື້ອອຳນວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ.

ສະເພາະວຽກງານການຂົນສົ່ງໃນ 2 ປີເຄິ່ງຜ່ານມາ ຂະແໜງໂຍທາທິການ ແລະ ຂົນສົ່ງ ໄດ້ສຸມໃສ່ຊຸກຍູ້ການພັດທະນາລະບົບການບໍລິການຂົນສົ່ງທີ່ທັນສະໄໝຄົບຊຸດ ເຂດໂລຊິດສະຕິກ 9 ແຫ່ງ ເພື່ອໝູນໃຊ້ເສັ້ນທາງລົດໄຟ ລາວ – ຈີນ ໃຫ້ເຊື່ອມຈອດກັບຕານ່າງເສັ້ນທາງລົດໄຟອະນຸພາກພື້ນແມ່ນໍ້າຂອງ ແລະ ອາຊຽນ ( SKRL ), ພາກພື້ນ ແລະ ສາກົນ ( Trans – Asian Railway ) ແລະ ເຊື່ອມຕໍ່ໃສ່ຕານ່າງເສັ້ນທາງ, ທ່າເຮືອ ແລະ ສະໜາມບິນ ເພື່ອໃຫ້ກາຍເປັນລະບົບການຂົນສົ່ງທີ່ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ປອດໄພ, ມີປະສິດທິຜົນສູງ ແລະ ລາຄາຂົນສົ່ງຖືກລົງ.


ໃນການພັດທະນາການບໍລິການຂົນສົ່ງໂລຊິດສະຕິກ ທັງ 9 ແຫ່ງ, ໃນນັ້ນມີທ່າບົກ ທີ່ໄດ້ໃຫ້ບໍລິການແລ້ວໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄຸນນະພາບ ໂດຍເອົາໃຈໃສ່ໃນການຕິດຕາມ, ຄຸ້ມຄອງ ແລະ ຄົ້ນຄວ້ານິຕິກຳກ່ຽວຂ້ອງໃນການຄຸ້ມຄອງ 3 ທ່າບົກ ຄື: 1). ທ່າບົກສະຫວັນນະເຂດ; 2). ທ່າບົກຈຳປາສັກ ແລະ 3). ທ່າບົກທ່ານາແລ້ງນະຄອນຫຼວງວຽງຈັນ.
ນອກນີ້, ຍັງມີເຂດໂລຊິດສະຕິກ ທີ່ກຳລັງມີການຕິດຕາມກິດຈະກຳ ສຶກສາຄວາມເປັນໄປໄດ້ ແລະ ໂຄງການພັດທະນາທ່າບົກອີກ 6 ແຫ່ງ ເຊັ່ນ:
1). ທ່າບົກນາເຕີຍ ແຂວງ ຫຼວງນໍ້າທາ ແມ່ນໄດ້ກຳນົດຈຸດທີ່ຕັ້ງ ແລະ ໄດ້ຄັດເລືອກເອົາ ບໍລິສັດ ທາງລົດໄຟ ລາວ – ຈີນ ເປັນຫຼັກ, ບໍລິສັດ ອຳມະຕະຊິຕີ້ລາວ ຈຳກັດ ແລະ ບໍລິສັດ ຂົນສົ່ງສາກົນ ເປັນຜູ້ຮ່ວມພັດທະນາ, ປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ໄດ້ຄົ້ນຄວ້າປຶກສາຫາລືຮ່ວມກັບບັນດາບໍລິສັດໃນການຖືຮຸ້ນໃນບໍລິສັດຮ່ວມທຶນພັດທະນາທ່າບົກນາເຕີຍ.
2). ທ່າບົກຫ້ວຍຊາຍ ແຂວງບໍ່ແກ້ວ ແມ່ນໄດ້ມອບໃຫ້ລັດວິສາຫະກິດ ບໍລິການສິນຄ້າຜ່ານແດນ ເຮັດບົດສຶກສາຄວາມເປັນໄປໄດ້.

3). ທ່າບົກທ່າແຂກ ແຂວງຄຳມ່ວນ ໄດ້ລົງມືກໍ່ສ້າງມີຄວາມຄືບໜ້າ 15%.
4). ທ່າບົກຫຼັກຊາວ ບໍລິຄຳໄຊ ກຳລັງຄົ້ນຄວ້າຜູ້ພັດທະນາ.
5). ທ່າບົກຫຼວງພະບາງ ແລະ6). ທ່າບົກເມືອງໄຊ ແຂວງອຸດົມໄຊ ກະຊວງ ຍທຂ ເປັນເຈົ້າການໃນການສຶກສາຄວາມເປັນໄປໄດ້ ແລະ ກະກຽມເອກະສານປະມູນ ເພື່ອເປັນຕົວແບບການດຶງດູດການລົງທຶນໃນຮູບແບບ PPP ພາຍໃຕ້ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ – ເຊື່ອມໂຍງ ( Southeast Asia Regional Economic Corridor and Connectivity Project-SEARECC ).

ຜ່ານການຕິດຕາມຄຸ້ມຄອງ 3 ທ່າບົກ ທີ່ໄດ້ເປີດນໍາໃຊ້ແລ້ວໃນໄລຍະ 2 ປີເຄິ່ງຜ່ານມາ ເຫັນວ່າສາມາດສ້າງລາຍຮັບເຂົ້າງົບປະມານໄດ້ ຈຳນວນ 231,86 ຕື້ກີບ ( ປີ 2021 ຈຳນວນ 55,68 ຕື້ກີບ, ປີ 2022 ຈຳນວນ 109,82 ຕື້ກີບ ແລະ 5 ເດືອນຕົ້ນປີ 2023 ຈຳນວນ 28,02 ຕື້ກີບ ).