5 ອາການ “ປວດຫຼັງ” ແບບໃດສ່ຽງເຮັດໃຫ້ “ກະດູກຫຼັງເສື່ອມ”

141

ສາເຫດຂອງຄວາມເສື່ອມເກີດຈາກການໃຊ້ຮ່າງກາຍທີ່ໜັກຫຼາຍເກີນໄປ ເຊັ່ນ: ເປັນນັກກິລາ ມີການລົ້ມ ການກະທົບກະເທື່ອນຕະຫຼອດ ເຮັດໃຫ້ນໍ້າເຊິ່ງເປັນອົງປະກອບຫຼັກຂອງໝອນຮອງກະດູກຢູ່ຫຼັງເສື່ອມໄວ ອາການປວດຫຼັງຈຶ່ງເປັນອາການທີ່ມັກພົບເຫັນໄດ້ງ່າຍ ເມື່ອມີອາການປວດຫຼັງແລ້ວຍັງສົ່ງຜົນຕໍ່ລະບົບຕ່າງໆໃນຮ່າງກາຍ ອາການປວດຫຼັງທຳມະດາກັບປວດຫຼັງເພາະຫຼັງເສື່ອມ ມີຄວາມແຕກຕ່າງກັນ ໂດຍເຮົາສາມາດສັງເກດໄດ້ດ້ວຍຕົນເອງ ອາການເຈັບຫຼັງທຳມະດາສ່ວນໃຫຍ່ມາຈາກກ້າມຊີ້ນອັກເສບ ອາການປວດມັກປວດຢູ່ບໍລິເວນຫຼັງທີ່ລະບຸຕຳແໜ່ງຢ່າງເຫັນໄດ້ຊັດເຈນ ແລະ ມັກມາຈາກການໃຊ້ຫຼັງໜັກຫຼາຍເກີນໄປ ສ່ວນປວດຫຼັງເພາະຫຼັງເສື່ອມນັ້ນ ສ່ວນໃຫຍ່ມີອາການປວດ ຫຼື ລາມລົງຂາ ອາດມີອາການຂາອ່ອນແຮງ ແລ້ວເຮົາຈະຮູ້ໄດ້ແນວໃດ ວ່າປວດຫຼັງທຳມະດາ ຫຼື ປວດຫຼັງເສື່ອມ ເຮົາມາກວດສອບກັນ ວ່າທ່ານມີອາການແບບນີ້ ຫຼື ບໍ່ ?

“ປວດຫຼັງ” ແບບໃດສ່ຽງເຮັດໃຫ້ເປັນ “ກະດູກຫຼັງເສື່ອມ”

1 ປວດຫຼັງລາມລົງຂາ ລົງສະໂພກ.

2 ປວດຊາ ເມື່ອຍໆ ໜັກໆ ຂາດຂ້າງທີ່ເປັນຄືຂາໜັກບໍ່ເທົ່າກັນ.

3 ຮູ້ສຶກຍິບໆ ຄືມົດໄຕ່ ໄລ່ຕາມໜ້າແຂ່ງ ຂ້າງໆຂາ ຫຼື ຝາຕີນ.

4 ຂາອ່ອນແຮງ ຍ່າງບໍ່ຮອດເທົ່າໃດກ້າວ ເຂົ່າຄືຈະຫຼຸດຕ້ອງນັ່ງພັກ.

5 ນັ່ງດົນ, ນອນດົນ ມີອາການປວດຫຼັງ ແຕ່ຈະສະບາຍຂຶ້ນເມື່ອເໜັ່ງໂຕ ແຕ່ເໜັ່ງຫຼາຍເກີນໄປ ກໍຈະກະຕຸ້ນໃຫ້ປວດຫຼັງອີກ.

ຖ້າທ່ານມີອາການເຫຼົ່ານີ້ ບອກໄດ້ວ່າທ່ານກຳລັງເລີ່ມຕົ້ນກ້າວເຂົ້າສູ່ຄວາມເສື່ອມ ຢ່າປ່ອຍໄວ້ດົນ ເພາະຖ້າດົນໄປອາດແກ້ໄຂບໍ່ທັນ ເຮົາຮູ້ໄວຮັກສາໄດ້ ຮັກສາເຊົາ ແຕ່ຫາກປ່ອຍໄວ້ດົນອາດຈະຮັກສາຍາກ ແລະ ກັບມາເປັນຄືເກົ່າບໍ່ໄດ້.